spot_img
Homeຂ່າວຕ່າງປະເທດແກັສລະເບີດທີ່ຮ້ານອາຫານໃນຈີນ ດັບ 17 ລາຍ ສ່ວນໃຫຍ່ເປັນນັກຮຽນ

ແກັສລະເບີດທີ່ຮ້ານອາຫານໃນຈີນ ດັບ 17 ລາຍ ສ່ວນໃຫຍ່ເປັນນັກຮຽນ

Published on

ເກີດ​ເຫດ​ລະ​ເບີດ​ທີ່​ຮ້ານ​ອາຫານ​ແຫ່ງ​ໜຶ່ງ​ໃນ​ເມືອງ​ຫວູ່​ຫູ່ ມົນ​ທົນ​ອານ​ຮຸຍ ທາງ​ຕະເວັນ​ອອກ​ຂອງ​ປະເທດ​ຈີນ​ເມື່ອ​ວັນເສົາທີ່ຜ່ານມາ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ 17 ລາຍ ເກືອບ​ທັງ​ໝົດ​ເປັນ​ນັກ​ຮຽນ…

EyWwB5WU57MYnKOuXocdyjLUlnczAQux60x3hqGio76TPkVXcfw9mr

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ຖັງ​ແກັສ​​ລະ​ເບີດ​ທີ່​ຮ້ານ​ອາຫານ​ເອກກະ​ຊົນ​ແຫ່ງ​ໜຶ່ງ​ໃນ​ເຂດ ຈິງ​ຫູ່ ໃນ​ເມືອງ ຫວູ່​ຫູ່ ມົນ​ທົນ​ອານ​ຮຸຍ ທາງ​ຕະເວັນ​ອອກ​ຂອງ​ປະເທດ​ຈີນ ເມື່ອ​ມື້​ວັນເສົາ​ທີ່​ຜ່ານມາ ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍຊີວິດ​ເຖິງ 17 ລາຍ ໂດຍ​ສ່ວນ​ໃຫຍ່​ເປັນ​ນັກ​ຮຽນ​ຈາກ​ໂຮງຮຽນ​ທີ່​ຢູ່​ໃກ້​ກັນ

NjpUs24nCQKx5e1D61b40Qn4aHiB6z0e1vkScizjw6t

ຜົນ​ການ​ສືບ​ສວນ​ເບື້ອງ​ຕົ້ນ​ຂອງ​ຕຳ​ຫລວດ​ລະ​ບຸ​ວ່າ ເຫດ​ລະ​ເບີດ​ເກີດ​ຂຶ້ນ​ທີ່​ຮ້ານ​ອາຫານ​ເຊິ່ງ​ຕັ້ງ​ຢູ່​ທີ່​ຊັ້ນ 1 ຂອງ​ອາ​ຄານ​ສູງ 6 ຊັ້ນ ເມື່ອ​ເວລາ​ປະ​ມານ 11:38 ຂອງມື້ວັນ​ເສົາ ກ່ອນ​ຈະ​ເກີດ​ໄຟລຸກ​ໄໝ້​ໃນ​ອີກ 6 ນາ​ທີ​ຕໍ່​ມາ ເຈົ້າ​ຫນ້າທີ່​ສາມາດ​ດັບ​ໄຟໄດ້​ພາຍ​ໃນ​ເຄີ່ງ​ຊົ່ວ​ໂມງ ຢ່າງໃດ​ກໍ​ຕາມ ໜ່ວຍ​ກູ້​ໄພ​ພົບ​​ຜູ້​ເສຍຊີວິດ 17 ລາຍ ໃນ​ຈຳນວນ​ນີ້​ເປັນ​​ນັກ​ຮຽນ​ອາ​ຍຸ​ລະຫວ່າງ 15-20 ປີ ຈຳນວນ 14 ລາຍ ທີ່​ເຫລືອ​ເປັນ​ຜູ້ໃຫຍ່​ອາ​ຍຸ​ລະ​ຫວ່າງ 33-59 ປີ ສາ​ເຫດການ​ຕາຍ​ສ່ວນ​ໃຫຍ່​ມາ​ຈາກ​ພາ​ວະ​ອາກາດເປັນພິດ

ດ້ານ​ທ້າວ ຈາງ ເປົາ​ຜິງ ເຈົ້າ​ຂອງຮ້ານ​ໄວ 38 ປີ ຖືກ​ຕຳ​ຫລວດ​ຄວບ​ຄຸມ​ຕົວ​ເພື່ອ​ການ​ສອບ​ສວນ ເນື່ອງ​ຈາກ​ພວກເຂົາ​ເປີດ​ຮ້ານ​ນີ້​ໂດຍ​ບໍ່​ໄດ້ຮັບ​ອະນຸຍາດ​ເມື່ອ​ເດືອນ​ສິງຫາ

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...