spot_img
Homeຂ່າວຕ່າງປະເທດນາງແບບໄຕ້ຫວັນເອົາຜິດຄົນນຳພາບໂຄສະນາໄປໃຊ້ສ້າງຄວາມເຂົ້າໃຈຜິດ

ນາງແບບໄຕ້ຫວັນເອົາຜິດຄົນນຳພາບໂຄສະນາໄປໃຊ້ສ້າງຄວາມເຂົ້າໃຈຜິດ

Published on

​ນາງ​ແບບ​ສາວ​ໄຕ້​​ຫວັນແຈ້ງ​ຄວາມ​ເອົາ​ຜິດ​ກັບ​ຜູ້​ທີ່​ນຳ​ພາບ​ໂຄສະ​ນາ​ຂອງ​ນາງ​ໄປ​ໃຊ້​ປະກອບ​ຂ່າວ ແລ້ວ​ເຮັດໃຫ້​ເກີດ​ຄວາມ​ເຂົ້າໃຈ​ຜິດ

3

ການ​ເລືອກ​ພາບ​ປະກອບ​ຂ່າວ​ເທິງ​ອິນ​ເຕີ​ເນັດ​ຖ້າ​ເລືອກ​ຜິດ ຫລື​ພາດ​ອາດ​ເຮັດໃຫ້​ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ຄົນ​ໃນ​ພາບ​ຕ້ອງ​ພົບ​ກັບຄວາມ​ເສຍ​ຫາຍ​ໄດ້ ຄືກັບ​ເລື່ອງ​ທີ່​ເກີດ​ກັບ Ye Wan Cheng ນາງ​ແບບ​ຊາວ​ໄຕ້​​ຫວັນ ຖືກ​ສຳ​ນັກ​ຂ່າວ​ໜຶ່ງ​ໃນ​ປະເທດ​ຈີນ​ນຳ​ພາບ​ໂຄສະ​ນາ​ທີ່​ນາງ​ໄປ​ຖ່າຍ​ໃຫ້​ກັບ​ສູນ​ສັນຍະ​ກຳ​ແຫ່ງ​ໜຶ່ງ​ໃນ​ປະເທດ​ໄຕ້​​ຫວັນ ໄປ​ໃຊ້​ປະກອບ​ຂ່າວ ( ຜົວ​ຊາວ​ຈີນ​ຟ້ອງ​ຫຍ່າ​ເມຍ ຂໍ້​ຫາ​ສັນຍະ​ກຳ​ຈົນ​ໜ້າ​ປ່ຽນ​ຈາກ​ເດີມ ແລະ​ ເຮັດໃຫ້​ລູກ​ສາວ​ເກີດ​ມາ​ໜ້າ​ຕາ​ເບິ່ງ​ບໍ່​ໄດ້ ເຫດການ​ດັ່ງ​ກ່າວ​ເກີດ​ຂຶ້ນ​ເມື່ອ​ປີ 2012 ໃນ​ຕອນ​ນັ້ນ​ທ້າວ Jian Feng ຝ່າຍ​ຜົວ​ຊະນະ​ຄະດີ​ຫຍ່າ​ໃນ​ປີ​ນັ້ນ )

ແຕ່​ພາບ​ທີ່​ສຳ​ນັກ​ຂ່າວ​ເລືອກ​ມາ​ໃຊ້​ປະກອບ​ນັ້ນ​ເປັນ​ພາບ​ຈາກ​ສູນ​ສັນຍະ​ກຳ​ໃນ​ໄຕ້​​ຫວັນ ເປັນ​ພາບ​ຖ່າຍ​ຄອບຄົວ ທີ່​ມີ​ພໍ່-ແມ່ ໜ້າ​ຕາ​ດີ ກັບ​ລູກໆ ໜ້າ​ຕາ​ບໍ່ຄືພໍ່ແມ່ອີກ 3 ຄົນ ຊຶ່ງ​ຕາມ​ຈິງ​ແລ້ວ​ໃນ​ແຜ່ນ​ໂຄສະ​ນາ​ຈະ​ມີ​ຂໍ້ຄວາມ ຖາມ​ຄົົນທີ່​ຕ້ອງ​ການເຮັດ​ສັນຍະ​ກຳ​ໃຫ້​ພິຈາລະນາ​ຕັດ​ສິນ​ໃຈ​ກ່ອນ​ວ່າ

“ສິ່ງ​ສຳຄັນ​ທີ່​ເຈົ້າ​ຄວນ​ກັງ​ວົນ​ກ່ຽວກັບ​ຫລັງ​ເຂົ້າ​ຮັບ​ການ​ສັນຍະ​ກຳ​ຄື ເຈົ້າ​ຈະ​ອະທິບາຍ​ສິ່ງ​ທີ່​ເຮັດ​ນີ້​ໃຫ້​ລູກໆ​ຂອງ​ເຈົ້າ​ຟັງ​ວ່າ​ຢ່າງໃດ” ແລະ​ພາບ​ໂຄສະນາ​ຊິ້ນ​ນີ້​ເອງ​ທີ່​ເຮັດໃຫ້​ຊີວິດ​ຂອງ​ນາງ​ແບບ​ສາວ Ye Wan Cheng ຕ້ອງ​ພົບ​ກັບ​ຄວາມ​ປັນຫາ ເພາະ​ຫລາຍ​ຄົນ​ເຂົ້າໃຈ​ຜິດ​ຄິດວ່າ​ນາງ​ແຕ່ງ​ງານ​ມີ​ລູກ​ແລ້ວ ທັງ​ທີ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ນາງ​ຍັງ​ໂສດ​ແລະ​ຍັງ​ບໍ່​ມີ​ລູກ​​ຊ້ຳ

ເຮັດໃຫ້​ຕອນ​ນີ້ Ye Wan Cheng ຢູ່ໃນ​ຂັ້ນ​ດຳ​ເນີນ​ຄະດີ​ກັບ​ສຳ​ນັກ​ຂ່າວ​ທີ່​ນຳ​ພາບ​ດັ່ງ​ກ່າວ​ໄປ​ໃຊ້​ໃນ​ເຊີງ​ຜິດ​ຄວາມຫມາຍ ຈົນ​ສ້າງ​ຄວາມ​ເຂົ້າໃຈ​ຜິດ​ແກ່​ຜູ້​ອື່ນ

untitled-1_copy

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...