spot_img
Homeຂ່າວຕ່າງປະເທດພົບເທດສະການທໍລະມານສັດທັງເປັນໃນເມັກຊິໂກ ຮຽກຮ້ອງໃຫ້ຢຸດ

ພົບເທດສະການທໍລະມານສັດທັງເປັນໃນເມັກຊິໂກ ຮຽກຮ້ອງໃຫ້ຢຸດ

Published on

ມີ​ເທດ​ສະການ​ທໍລະມານ​ສັດ​ທັງ​ເປັນ​ໃນ​ເມັກ​ຊິ​ໂກ ໂດຍ​ຮຽກຮ້ອງ​ໃຫ້​ການ​ຈັດການ​ເທດ​ສະການ​ນີ້​ຜິດ​ກົດຫມາຍ ບໍ່​ໃຫ້​ມີ​ການ​ຈັດ​ຂຶ້ນ​ອີກ…

EyWwB5WU57MYnKOuXobWT4ZPPZjjMLHj7jclQpVJbeefyv3Iar0SCP

ເມື່ອ​ວັນທີ່ 6 ຕຸລາ ມີ​ລາຍ​ງານ​ວ່າ ປະເທດ​ເມັກ​ຊິ​ໂກ​ມີ​ເທດສະ​ການ​ແຫ່ງ​ການ​ທໍລະມານ​ສັດ​ເທດ​ສະການ​ໜຶ່ງ​ຈັດ​ຕໍ່​ເນື່ອງ​ກັນ​ເປັນ​ເວລາ​ຫລາຍ​ປີ ມີ​ຊື່​ວ່າ ” Kots Kaal Duck” ໃນ​ເທດ​ສະການ​ນີ້​ຈະ​ມີ​ການ​ຈັບ​ສັດ​ທີ່​ບາງເທື່ອ​ເປັນ ໝາ ແມວ ແລະ​ ມີ​ສ່ວນຫນຶ່ງ​ເປັນ​ສັດ​ສະ​ຫງວນ​ຫລື​ສັດ​ຫາ​ຍາກ​ໃນ​ບາງ​ປະເທດ ມາ​ຂ້າ​ດ້ວຍ​ວິທີ​ທໍລະມານ ເຊັ່ນ ຟາດ​ກັບ​ພື້ນ ຫລື​ແກ່ວງ​ໄປ​ອ້ອມຮອບ ສ່ວນ​ເປັດ​ຄື ສັດ​ທີ່​ຖືກທໍລະມານ​ຢ່າງ​ໂຫດ​ຮ້າຍ​ທີ່ສຸດ ຄື ຈະ​ຖືກ​ຫໍ່​ດ້ວຍ​ເຈ້ຍປະສົມ​ກາວ ​ແລ້ວ​ຈະ​ຈັບ​ມັນ​ຫ້ອຍ​ຫົວ​ລົງ​ກັບ​ພື້ນ ມັດ​ຂາ​ແຂວນໄວ້​ກັບ​ຄານ ຈາກ​ນັ້ນ​ລຸມ​ກັນ​ດຶງ​ຫົວ​ເປັດ​ໃຫ້​ອອກຈາກ​ຕົວ​ພວກ​ມັນ​ແບບ​ເປັນໆ ໂດຍ​ມີ​ກົດ​ທີ່​ວ່າ​ໃຜ​ທີ່​ໄດ້​ຫົວ​ເປັດ​ໄປ ຖື​ເປັນ​ຜູ້​ຊະນະ ດັ່ງ​ນັ້ນ ຈຶ່ງ​ຮຽກຮ້ອງ​ໃຫ້​ການ​ຈັດ​ເທດສະ​ການ​ນີ້​ຜິດ​ກົດຫມາຍ ບໍ່​ໃຫ້​ມີ​ການ​ຈັດ​ຂຶ້ນ​ອີກ​ໃນ​ປີ​ຖັດໆໄປ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...