spot_img
Homeຂ່າວຕ່າງປະເທດກັບຕັນເຮືອບິນແອລ໌​ບັດ A320 ຂອງອາເມຣິກາຕາຍຢູ່ເທີງເຮືອບິນແບບສຸກເສີນ

ກັບຕັນເຮືອບິນແອລ໌​ບັດ A320 ຂອງອາເມຣິກາຕາຍຢູ່ເທີງເຮືອບິນແບບສຸກເສີນ

Published on

EyWwB5WU57MYnKOuXobWF6lzK03doQpJeJfc1SfiBcCcRKxMeuhQRr

ກັບ​ຕັນ​ຂອງ​ເຮືອ​ບິນ​ໂດຍ​ສານ​ຂອງ​ສາຍ​ການ​ບິນ ອະ​ເມ​ຣິ​ກາແອລ໌​ໄລນ໌​ ເສຍຊີວິດ​ກະທັນຫັນລະຫວ່າງ​ຂັບ​ເຮືອ​ບິນ​ເດີນທາງ​ໄປ​ຍັງ​ເມືອງ​ບອດສ໌​ຕັນ ໃນ​ສະ​ຫາລັດ ເຮັດໃຫ້​ຜູ້​ຊ່ວຍ​ນັກ​ບິນ​ຕ້ອງ​ນຳ​ເຄື່ອງ​ໄປ​ລົງ​ຈອດ​ສຸກ​ເສີນ​ໃນ​ນິວ​ຢອກ

ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ວ່າ ເມື່ອ​ວັນທີ່ 6 ຕຸລາ ກັບ​ຕັນ​ຂອງ​ເຮືອ​ບິນ​ໂດຍ​ສານ ແອລ໌​ບັດ A320 ຖ້ຽວ​ບິນ​ທີ່ 550 ຂອງ​ສາຍ​ການ​ບິນ ອະ​ເມ​ຣິກາແອລ໌​ໄລນ໌​ ​ບໍ່ສະບາຍ​ລະຫວ່າງ​ຂັບ​ເຮືອ​ບິນ​ເດີນທາງ​ຈາກ​ເມືອງ​ຟິ​ນິກ​ໃນ​ນະຄອນຫລວງ​ແອ​ຣິ​ໂຊ​ນ່າ ໄປ​ຍັງ​ເມືອງ​ບອດສ໌​ຕັນ ນະຄອນຫລວງ​ແມດ​ຊາ​ຊູ​ເຊດສ໌ ໂດຍ​ເຈົ້າ​ຫນ້າທີ່​ເທິງ​ເຮືອບິນພະຍາຍາມ​ໃຫ້​ການ​ຊ່ວຍເຫລືອ ແຕ່​ບໍ່​ອາດ​ຮັກສາຊີວິດ​ຂອງ​ກັບຕັນ​ເອົາ​ໄວ້​ໄດ້

ຂ່າວ​ລະ​ບຸ​ວ່າ​ຖ້ຽວ​ບິນ​ທີ່ 550 ພ້ອມ​ຜູ້​ໂດຍ​ສານ 147 ຄົນ ແລະ​ ລູກ​ເຮືອ​ອີກ 5 ຄົນ ເດີນທາງ​ອອກຈາກ​ເມືອງ​ຟິ​ນິກ​ເມື່ອ​ເວລາ 23:55 ນາທີ ຂອງວັນ​ອາທິດ ຕາມ​ເວລາ​ທ້ອງ​ຖິ່ນ ເພື່ອ​ເດີນ​ທາງ​ໄປ​ຍັງ​ເມືອງ​ບອດ​ສ໌ຕັນ ແຕ່​ລະຫວ່າງ​ເດິນທາງ​ກັບ​ຕັນ​ປະຈຳ​ເຄື່ອງ​ເກີດ​ຮູ້ສຶກບໍ່ສະບາຍຂື້ນມາ ເຮັດໃຫ້​​ຜູ້​ຊ່ວຍ​ນັກ​ບິນ​ຕັດ​ສິນ​ໃຈ​ປ່ຽນ​ເສັ້ນ​ທາງ​ການ​ບິນ ​ແລະ ​ໄປ​ລົງ​ຈອດ​ສຸກ​ເສີນ​ຢ່າງ​ປອດ​ໄພ​ທີ່​ເມືອງ​ຊີ​ລາ​ຄິວສ໌ ໃນ​ນະຄອນຫລວງ​ນິວ​ຢອ​ກ ເມື່ອ​ເວລາ 7:13 ນາທີ ຂອງມື້ວັນ​ຈັນ

ໂຄ​ສົກ​ຂອງ ອະ​ເມ​ຣິ​ກາແອລ໌​ໄລນ໌​ ຖະແຫລງ​ການ​ຢືນຢັນ​ວ່າ​ນັກ​ບິນ​ລາຍ​ນີ້​ເສຍຊີວິດ​ແລ້ວ “ແອລ໌​ບັດ A320 ຖ້ຽວ​ບິນ 550 ຂອງອາເມ​ຣິ​ກາແອລ໌​ໄລນ໌​ ປ່ຽນ​ເສັ້ນ​ທາງ​ໄປ​ຍັງ​ເມືອງ​ຊີ​ລາ​ຄິວສ໌​ເມື່ອ​ຕອນເຊົ້າ ເນື່ອງ​ຈາກ​ນັກ​ບິນ​ບໍ່ສະບາຍ ແລະ ​ໂຊກ​ຮ້າຍ​ນັກ​ບິນ​ຂອງ​ເຮົາ​ໄດ້​ຈາກ​ໄປ​ແລ້ວ ເຮົາ​ເສຍ​ໃຈ​ຢ່າງ​ຍິ່ງ​ຕໍ່​ເຫດການ​ນີ້ ແລະ​ ເຮົາ​​​ໃຫ້ຄວາມສຳຄັນ​ໄປ​ທີ່​ການ​ເບິ່ງ​ແຍງ​ຄອບຄົວ​ ແລະ​ ເພື່ອນ​ຮ່ວມ​ງານ​ຂອງ​ນັກ​ບິນ​ຂອງ​ເຮົາ ນອກ​ຈາກ​ນີ້​ເຮົາ​ຍັງ​ກຳ​ລັງ​ເບິ່ງແຍງ​ຜູ້​ໂດຍ​ສານ​ຊຶ່ງ​ເຮົາ​ໄດ້​ສົ່ງ​ເຈົ້າ​ຫນ້າທີ່​ໄປ​ແທນ​ ແລະ ​ພາ​​ພວກເຂົາ​ໄປ​ເມືອງ​ບອດສ໌​ຕັນ​ແລ້ວ”

ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ວ່າສາເຫດຍ້ອນ​ຫຍັງ​ຈື່ງໃຫ້​ກັບ​ຕັນ​ຂອງ​ຖ້ຽວ​ບິນ 550 ເສຍຊີວິດ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...