spot_img
Homeນານາສາລະພັງ​ແນ່ນອນ! ຖ້າ​ໃຊ້​ເຈ້ຍອານາໄມທຳ​ຄວາມ​ສະ​ອາດ 5 ສິ່ງ​ນີ້

ພັງ​ແນ່ນອນ! ຖ້າ​ໃຊ້​ເຈ້ຍອານາໄມທຳ​ຄວາມ​ສະ​ອາດ 5 ສິ່ງ​ນີ້

Published on

 

udfix

         ບໍ່​ເຊື່ອ​ກໍ​ຕ້ອງ​ເຊື່ອ​ວ່າ​ ເຈ້ຍອານາໄມຈະ​ມີ​ລິດ​ສ້າງ​ເລື່ອງ​ພັງໆ ໃຫ້​ກັບ​ສິ່ງ​ຂອງ​ທັງ 5 ຢ່າງ​ນີ້​ໄດ້ ຖ້າ​ຢ່າງ​ນັ້ນ​ໄປ​ເບິ່ງ​ໃຫ້​ຮູ້​ກ່ອນ​ຈະ​ພັງ​ຄາ​ມື​ກັນ​ດີກວ່າ!

1. ເຊັດ​ແວ່ນ​ຕາ​ເລນແວ່ນ​ຈະ​ພັງ​ໂດຍ​ບໍ່​ຮູ້​ຕົວ  ເຖິງວ່າ​ເຮົາ​ຈະ​ໃຊ້​ເຈ້ຍ​ອານາໄມ​ທຳ​ຄວາມ​ສະ​ອາດ​ແກ້ວ​ນ້ຳ​ໄດ້​ດີ​ຊ່ຳໃດ ແຕ່​ມັນ​ກໍ​ຍັງ​ບໍ່​ເໝາະ​ກັບ​ການ​ເຊັດ ແວ່ນ​ຕາຢູ່​ດີເພາະ​ແວ່ນ​ຄື​ເລນ​ທີ່​ໃຊ້​ໃນ​ການຂະຫຍາຍ​ແລະ​ມີ​ສານ​ເຄືອບ ຫາກ​ເຮົາ​ຕັດ​ສິນ​ໃຈ​ໃຊ້​ເຈ້ຍອານາໄມ​ລົງ​ໄປງານ​ນີ້​ແວ່ນ​ຕາ​ໄດ້​ເປັນ​ຮອຍ​ຂີດ​ຂ່ວນ​ຈົນ​ເຮັດໃຫ້​ເກີດ​ບັນຫາ​ກັບ​ສາຍ​ຕາ​ຫລາຍ​ຂຶ້ນ​ແນ່ ທາງ​ທີ່​ດີ​ຄວນ​ຈະ​ເຮັດ​ຄວາມ​ສະ​ອາດ​ດ້ວຍ​ຜ້າ​ເຊັດ​ເລນ​ໂດຍ​ກົງຫລື​ໃຊ້​ນ້ຳ​ສະ​ບູ່​ລ້າງ​ຄາບ​ມັນ​ແລະ​ນຳ​ຜ້າ​ມາ​ຊັບ​ນ້ຳ​ໃຫ້​ແຫ້ງ​ຈະ​ດີກວ່າ​
2. ເຊັດ​ເຟີນິເຈີ​ໄມ້​ເຈີ   ເຊື່ອ​ຫລື​ບໍ່​ວ່າ​ພຽງເຈ້ຍອານາໄມ​ເນື້ອ​ບາງ​ເບົາ​ກໍ​ເຮັດໃຫ້​ເຟີນິເຈີ​ຂອງ​ເຮົາ​ເປັນ​ຮອຍ​ໄດ້​ຄືກັນ ຍິ່ງ​ເຟີນິເຈີ​ໄມ້​ເຄືອບ​ເງົາ ຍິ່ງ​ບໍ່​ຄວນ​ໃຊ້​ເຊັດ ແຕ່​ຄວນ​ຈະ​ຫາ​ຜ້າ​ແພອ່ອນ​ນຸ່ມ​ຊຸບ​ນ້ຳ​ຢາ​ທຳ​ຄວາມ​ສະ​ອາດ​ເຟີນິເຈີ​ໄມ້​ມາ​ໃຊ້​ໂດຍ​ກົງ​ດີກວ່າ ຖ້າ​ຫາກ​ໃຜ​ຫລົງ​ເຊັດ​ໄປ​ແລ້ວ​ແລະ​ພົບ​ວ່າ​ມີ​ຮອຍ​ຂີດ​​ເທິງ​ເນື້ອ​ໄມ້​ລະ​ກໍ ແກ້​ໄດ້​ໂດຍ​ນຳ​ຖົງ​ຊາ​ແຊ່​ນ້ຳ​ຮ້ອນແລ້ວ​ໃຊ້​ສຳ​ລີ​ຊຸບ​ເຊັດ​ລົງ​ໄປ​ບ່ອນທີ່​ມີ​ຮອຍ ຈາກ​ນັ້ນ​ນຳ​ຜົງ​ກາ​ແຟ​ປະສົມ​ນ້ຳ​ຮ້ອນ​ເລັກນ້ອຍ ເອົາ​ສຳ​ລີ​ຊຸບ​ແລ້ວ​ແຕະ​ຊ້ຳ​ລົງ​ໄປ​ບ່ອນເກົ່າ ພ້ອມ​ນຳ​ຜ້າ​ສະ​ອາດ​ເຊັດ​ທັນ​ທີພຽງເທົ່າ​ນີ້​ເຟີນິເຈີ​ໄມ້​ກໍ​ກັບ​ມາ​ນຽບ​ຄືເກົ່າແລ້ວ
3. ເຊັດ​ອຸປະກອນ​ອິ​ເລັກໂທນິກ ອຸປະກອນ​ອິ​ເລັກໂທ​​ນິກ​ເປັນ​ອີກ​ໜຶ່ງ​ສິ່ງ​ທີ່​ເຮົາ​ມັກ​ຈະ​ລືມ​ຕົວ​ແລະ​ເອົາເຈ້ຍອານາໄມ​ມາ​ເຊັດ​ທຳຄວາມ​ສະ​ອາດ​ຢູ່​ຕະຫລອດ ຫາກ​ຕ້ອງ​ການເຮັດ​ຄວາມ​ສະ​ອາດ​ຂອງ​ປະ​ເພດ​ນີ້​ ໃຫ້​ເຮັດ​ຄວາມ​ສະ​ອາດ​ໂດຍ​ໃຊ້​ສະ​ເປນ້ຳຢາ ​ແອນ​ກໍ​ຮໍ​ສີດ​ລົງ​ເທິງ​ຜ້າ​ໄມ​ໂຄ​ໄຟ​ເບີ​ແລ້ວ​ນຳ​ມາ​ເຊັດ​ຝຸ່ນ​ອອກ​ເບົາໆແທນພຽງ​ເທົ່າ​ນີ້​ຮອຍ​ນິ້ວ​ມື​ຫລື​ຄາບ​ສົກກະປົກ​ທີ່​ກວນ​ໃຈ​ຈະ​ຖືກ​ກຳຈັດ​ໄປ​ຢ່າງ​ວ່ອງໄວ
/4. ປ່ຽນ​ພົມ​ນຸ່ມໆໃຫ້​ກາຍ​ເປັນ​ພົມ​ຫຍາບໆ  ເຈ້ຍອານາໄມຖື​ວ່າ​ເປັນ​ສັດຕູ​ຕົວ​ຮ້າຍ​ຂອງ​ພົມ​ເລີຍ​ເພາະ​ຖ້າ​ເຮົາ​ຈັບເຈ້ຍອານາໄມ​ມາ​ເຊັດ​ລົງ​ເທິງ​ພົມ​ເມື່ອໃດຈາກພົມ ທີ່​ມີ​ເນື້ອ​ນຸ່ມ​ໜ້າ​ສຳ​ຜັດ​ກໍ​ຈະ​ກາຍ​ໄປ​ພົມ​ເນື້ອ​ຫຍາບ​ທີ່​ບໍ່​ໜ້າ​ຈັບ​​ອີກ​ຕໍ່ໄປ ເພາະ​ຂຸຍ​ເຈ້ຍອານາໄມ​ຈະ​ລົງ​ໄປ​ຕິດ​ສະ​ສົມ​ຢູ່ໃນ​ເສັ້ນ​ໃຍ​ພົມ​ແລະ​ຈັບ​ຕົວ​ກັນ​ເປັນ​ກ້ອນ​ແຂງ​ໆໃນ​ທີ່ສຸດ ດັ່ງ​ນັ້ນ​ພຶດຕິກຳ​ເຊັ່ນ​ນີ້​ເຊົາ​ແລ້ວ​ປ່ຽນ​ມາ​ໃຊ້​ຜ້າ​ຂາວ​ທຳ​ຄວາມ​ສະ​ອາດ​ພົມ​ແທນ​ດີກວ່າ
/5. ເຊັດ​ລົງ​ເທິງ​ຜ້າ​ໂທນ​ສີ​ດຳ ສ້າງ​ຮອຍ​ດ່າງ​ຂາວ  ລະ​ວັງ​ໃຫ້​ດີ​ບໍ່ດັ່ງນັ້ນ​ເຈົ້າ​ອາດຈະ​ເສຍ​ບຸກຄະລິກ​ເພາະ​ເຄື່ອງ​ແຕ່ງ​ກາຍ​ໄດ້ ຖ້າ​ຍັງ​ໃຊ້​ເຈ້ຍອນານໄມ​ທຳ​ຄວາມ​ສະ​ອາດ​ເສື້ອ​ຜ້າ​ໂທນ​ສີ​ເຂັ້ມໆເຊັ່ນເສື້ອ​ຜ້າ​ສີ​ດຳ​ຫລື​ສີ​ນ້ຳ​ຟ້າເພາະ​ເຈ້ຍອານາໄມ​​ຂາວໆ ນີ້​ແຫລະ​ຈະ​ຖິ້ມ​ຮອຍ​ດ່າງ​ຂາວ​ແລະ​ຂຸຍ​ໄວ້​ເທິງ​ຜ້າ​ເຫລົ່າ​ນັ້ນ ເຮັດໃຫ້​ແຟ​ຊັ່ນ​ຂອງ​ທ່ານ​ເບິ່ງ​ບໍ່​ເຂົ້າ​ທ່າ​ເອົາ​​ເລີຍ ແນະ​ນຳ​ໃຫ້​ໃຊ້​ຜ້າ​ສະ​ອາດ​ທົ່ວ​ໄປ​ເຊັດ​ແທນ​ດີກວ່າ​ຖ້າ​ເຈົ້າ​ບໍ່​ຢາກ​ເປັນ​ຜູ້​ນຳ​ທນ​ດ່າງ​ຂາວ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...