ເທິງໂລກກວ້າງນີ້ລ້ວນເຕັມໄປດ້ວຍມະນຸດຕ່າງຊົນເຜົ່າທີ່ມີວັດທະນະທຳ ແລະ ຄ່ານິຍົມທີ່ແຕກຕ່າງກັນໄປ ຫລາຍວັດທະນະທຳນັ້ນແມ່ນຈະເບິ່ງທຳມະດາໃນສັງຄົມໜຶ່ງ ແຕ່ກັບເບິ່ງແປກປະຫລາດຫລາຍເມື່ອຄົນພາຍນອກເຂົ້າໄປພົບເຫັນ ເຊັ່ນດຽວກັບວັດທະນະທຳຂອງຊົນເຜົ່າເຜົ່າໜຶ່ງໃນອິນເດຍທີ່ເຮົານຳເລື່ອງມາເລົ່າສູ່ກັນຟັງໃນມື້ນີ້ ພວກເຂົາມີວັດທະນະທຳທີ່ປະຫລາດໃນສາຍຕາຄົນພາຍນອກ ທຸກວັດທະນະທຳທຸກປະເພນີລ້ວນມີທີ່ມາທີ່ໜ້າສົນໃຈຫລາຍ
ຊົນເຜົ່ານີ້ມີຊື່ວ່າ ຊົນເຜົ່າອະປາຕານີ (Apatani Tribe) ຫລືທີ່ເອີ້ນສັ້ນໆ ວ່າ ຕານີ ຕັ້ງຢູ່ບໍລິເວນພູສູງໃນນະຄອນຫລວງອະລຸນາຈັນປະເທດ ຂອງປະເທດອິນເດຍ ມີສະມາຊິກໃນຊົນເຜົ່ານຳກັນທັງໝົດຫລາຍກວ່າ 60,000 ຊົນເຜົ່າ ອະປາຕານີຈະມີສາດສະໜາເປັນຂອງຕົວເອງນັ້ນຄືສາດສະໜາ ທົງອີ-ໂປໂລ (Donyi-Polo) ເຊິ່ງພວກເຂົາຈະນັບຖືພະອາທິດ (ທົງອີ) ແລະ ພະຈັນ (ໂປໂລ)
ສິ່ງໂດດເດັ່ນທີ່ສຸດຂອງຊົນເຜົ່ານີ້ກໍຄື ຍິງຊາວເຜົ່າຈະຕິດເຄື່ອງປະດັບກົມໆ ສີດຳທີ່ເອີ້ນວ່າ Yaping Hurlo ໄວ້ທີ່ປີກດັງທັງ 2 ຂ້າງ ນອກຈາກນັ້ນຍັງມີການສັກເທິງໃບໜ້າອີກດ້ວຍ ໂດຍຈະສັກເປັນເສັ້ນຍາວຕັ້ງແຕ່ໜ້າຜາລົງງມາຮອດປາຍດັງ ແລະ ທີ່ຄາງອີກ 5 ເສັ້ນນຳກັນ ສິ່ງເຫລົ່ານີ້ລ້ວນເຮັດໄປເພື່ອຫລຸດຄວາມງາມຂອງຜູ້ຍິງລົງນັ້ນເອງ
ເຫດຜົນທີ່ວ່າໄປນີ້ອາດຈະຟັງເບິ່ງແປກໆ ສຳລັບຄົນພາຍນອກ ເພາະໂດຍທຳມະຊາດແລ້ວຜູ້ຍິງຈະຕ້ອງເຮັດຕົວເອງໃຫ້ງາມທີ່ສຸດເພື່ອດຶງດູດເພດກົງກັນຂ້າມ ແຕ່ບາງເທື່ອຄວາມງາມກໍນຳໄພມາສູ່ໂຕເອງ ຈຶ່ງບໍ່ແປກທີ່ຜູ້ຍິງຫລາຍຄົນຈະຄິດຫາວິທີປ້ອງກັນບໍ່ໃຫ້ໃຜເບິ່ງເຫັນຄວາມງາມທີ່ພວກນາງມີຢູ່
ເລື່ອງກໍຄື ໃນສະໄໝກ່ອນຍິງສາວເຜົ່າອະປາຕານີນັ້ນມີໜ້າຕາທີ່ງາມທີ່ສຸດໃນທີ່ອາໄສຢູ່ ເຮັດໃຫ້ພວກນາງເປັນທີ່ໝາຍຕາຂອງຜູ້ຊາຍຕ່າງເຜົ່າ ແລະ ພວກເຂົາກໍມັກຈະມາກໍ່ເຫດລັກພາຕົວພວກນາງອອກຈາກຫມູ່ບ້ານໄປເປັນປະຈຳ ເມື່ອເປັນຢ່າງນັ້ນພວກນາງກໍເລີຍຕັດສິນໃຈຫລຸດຄວາມງາມຂອງຊົນເຜົ່າຕົວເອງລົງ ເພື່ອໃຫ້ຊາຍຕ່າງເຜົ່າເບິ່ງບໍ່ເຫັນສະເໜ່ໃນຕົວພວກນາງ ດ້ວຍການເຈາະດັງດ້ວຍເຄື່ອງປະດັບໃຫຍ່
ເຖິງວ່າການເຈາະດັງນີ້ຈະດຳເນີນມາຍາວນານກ່ອນໜ້ານີ້ ແຕ່ນັບຕັ້ງແຕ່ 498 ປີກ່ອນ ຍິງຊົນເຜົ່າອະປາຕານີກໍເລີ່ມຖິ້ມການສືບຕໍ່ປະເພນີດັ່ງກ່າວນີ້ໄປ ຈົນຕໍ່ມາກໍກາຍເປັນສິ່ງທີ່ບໍ່ນິຍົມກັນແລ້ວ ປະຈຸບັນຈຶ່ງສາມາດພົບເຫັນການເຈາະດັງລັກສະນະດັ່ງກ່າວນີ້ໄດ້ພຽງສະເພາະໃນໝູ່ຍິງໄວຊະລາເທົ່ານັ້ນ
ນອກນີ້ ຊົນເຜົ່າອະປາຕານີແຫ່ງນີ້ຍັງໄດ້ຮັບຄວາມຊື່ນຊົມໃນເລື່ອງການເຮັດກະສິກຳດີເດັ່ນທີ່ບໍ່ຕ້ອງໃຊ້ແຮງງານສັດຫລືເຄື່ອງຈັກລະໃດໆ ແລະ ອາຊີບການເຮັດນາຍັງເປັນລາຍໄດ້ຫລັກຂອງຊົນເຜົ່ານີ້ຢູ່ຈົນເຖິງທຸກມື້ນີ້