Homeປ່ອງຢ້ຽມດວງດາວນາ​ຊ່າ​ເຜີຍ​ພາບ​ເນ​ບິວ​ລາ​ຂອງ​ດາວ​ທີ່​ລະ​ເບີດ​ໄປ​ເມື່ອ 8,000 ປີ​ທີ່​ແລ້ວ

ນາ​ຊ່າ​ເຜີຍ​ພາບ​ເນ​ບິວ​ລາ​ຂອງ​ດາວ​ທີ່​ລະ​ເບີດ​ໄປ​ເມື່ອ 8,000 ປີ​ທີ່​ແລ້ວ

Published on

600_13

ນາ​ຊ່າ​ເຜີຍ​ພາບ​ຄວາມ​ງົດ​ງາມ​ຕະ​ການ​ຕາ​ຂອງ ວີນ ເນ​ບິວ​ລາ (Veil Nebula) ອັນ​ເປັນ​ເສດ​ຊາກ​ຝຸ່ນ​​ທີ່​ຫລົງ​ເຫລືອ​ຈາກ​ການ​ລະ​ເບີດ​ຂອງ​ດາວ​ເຄາະ​ດວງ​ໜຶ່ງ​ເມື່ອ​ກວ່າ 8,000 ປີ​ທີ່​ແລ້ວ ຖ່າຍ​ໄດ້​ຈາກ​ກ້ອງ​ໂທລະທັດ​ອາວະ​ກາດ​ຣັບ​ເບີນ
            ວັນທີ່ 24 ກັນຍາ ເວັບ​ໄຊຕ໌​ຂອງ​ອົງ​ການ​ບໍລິການ​ບິນ​ ແລະ​ ອາວະ​ກາດ​ແຫ່ງ​ຊາດ ຫລື ນາ​ຊ່າ (NASA) ເຜີຍ​ພາບ​ສ່ວນຫນຶ່ງ​ຂອງ “ວີນ ເນ​ບິນ​ລາ” (Veil Nebula) ຫລື ເນ​ບິວ​ລາ​ຜ້າ​ຄຸມ ເປັນ​ກຸ່ມ​ຝຸ່ນ​ ​ແລະ​ ກຸ່ມ​ແກັສ​ລວມ​ຕົວ​ກັນ​ໃນ​ສີ​ສັນ​ຕ່າງໆ ຢ່າງ​ງົດ​ງາມ​ຕະ​ການ​ຕາ​​ກາງ​​ອາວະ​ກາດ​ອັນ​ມືດ​ ໂດຍ​ພາບ​ດັ່ງ​ກ່າວ​ຖ່າຍ​ໄດ້​ຈາກ​ກ້ອງ​ໂທລະທັດ​ອາວະ​ກາດ​ຮັບ​ເບີນ
            ວີນ ເນ​ບິວ​ລາ ເກີດ​ຈາກ​ການ​ລະ​ເບີດ ​ຫລື ​ຊູ​ເປີ​ໂນ​ວາ ຂອງ​ດາວ​ເຄາະ​ດວງ​ໜຶ່ງ​ເມື່ອ​ກວ່າ 8,000 ປີ​ທີ່​ແລ້ວ ໂດຍ​ດາວ​ເຄາະ​ດວງ​ນີ້​ມີ​ຂະໜາດ​ໃຫຍ່​ກວ່າ​ດວງ​ອາທິດ​ຂອງ​ເຮົາ​ປະມານ 20 ເທົ່າ ເສດ​​ຝຸ່ນ​ ​ແລະ​ ກຸ່ມ​ແກັສ​ທີ່​ຍັງ​ລອຍຢູ່ ເມື່ອ​ເບິ່ງ​ຈາກ​ມຸມ​ດ້ານ​ຂ້າງ​ຄ້າຍ​ຜ້າ​ຄຸມ ອັນ​ເປັນ​ທີ່​ມາ​ຂອງ​ຊື່​ເອີ້ນວ່າ Veil Nebula ສ່ວນ​ສີ​ສັນ​ທີ່​ເບິ່ງເຫັນ​ເກີດ​ຈາກ​ແກັສ​ຊະນິດ​ຕ່າງໆ ເຊັ່ນ ສີ​ແດງ​ຈາກ​ແກັສ​ໄຮ​ໂຕຣ​ເຈນ ສີ​ຂຽນ​ຈາກ​ແກັສ​ຊັນ​ເຟີລ໌ ສີ​ນ້ຳ​ເງີນ​ຈາກ​ແກັສ​ອອກ​ຊິ​ເຈນ ເປັນ​ຕົ້ນ
            ນາຊ່າ​ຍັງ​ໄດ້​ເຮັດ​ຄລິບ​ວິ​ດີ​ໂອ ສະແດງ​ໃຫ້​ເຫັນ​ຕຳແໜ່ງ​ຂອງ ວີນ ເນ​ບິວ​ລາ ທີ່​ມີ​ຂະໜາດ​ດ້ານ​ກວ້າງ​ປະມານ 110 ປີ​ແສງ ຊີ່ງ​ຢູ່ໃນ​ບໍລິເວນ​ກຸ່ມ​ດາວ​ຊິກ​ນັດ (Cygnus) ຫລື​ດາວ​ຫົງ

ແລະ ​ຄລິບ​ວິ​ດີ​ໂອ ວີນ ເນ​ບິວ​ລາ ແບບ 3 ມິ​ຕິ ຊູມ​ໃຫ້​ວ່າ​ເທິງ​ຜິວ​ໜ້າ​ຂອງ​ເສັ້ນ​ສາຍ​ຫລາຍສີ​ທີ່​ອັດ​ລວມ​ກັນ​ນັ້ນ ມີ​ກຸ່ມ​ແກັສ​ບາງໆ ລອຍ​ຢູ່

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...