Homeນານາສາລະຊາໝາກຮຸ່ງ ລ້າງໄຂ້ມັນ

ຊາໝາກຮຸ່ງ ລ້າງໄຂ້ມັນ

Published on

ดาวน์โหลด

ຊາ​ໝາກຮຸ່ງຊ່ວຍລ້າງ​ໄຂ​ມັນ​ທີ່​ເກາະ​ຕິດ​ຝາ​ລຳ​ໄສ້​ໄດ້​ດີ​ປະໂຫຍດ​ເມື່ອ​ດື່ມ​ຊາໝາກຮຸ່ງ ຈະ​ເປັນ​ການ​ລ້າງ​ລຳ​ໄສ້ໂດຍ​ບໍ່​ຕ້ອງ​ສວນ​ທະວານຊ່ວຍ​ລ້າງ​ລະບົບ​ດູດ​ຊຶມ​ຄື​ລ້າງ​ຄາບ​ໄຂ​ມັນ​ທີ່​ຝາ​ລຳ​ໄສ້ອັນ​ເນື່ອງ​ມາ​ຈາກ​ການ​ກິນ​ອາຫານ​ຜັດ​ນ້ຳ​ມັນ​ເປັນ​ປະຈຳຄາບ​ໄຂ​ມັນ​ຈະ​ເກາະ​ໂຕ​ທີ່​ຝາ​ລຳ​ໄສ້​ເປັນ​ກາວ​ໜຽວຈຶ່ງ​ເກີດ​ການ​ຂັດ​ຂວາງ​ການ​ດູດ​ຊຶມ​ສານ​ອາຫານ ແລະ​ວິ​ຕາ​ມິນ​ທີ່​ເປັນ​ປະໂຫຍດ​ຕໍ່​ຮ່າງກາຍ
ການ​ລ້າງ​ໄຂ​ມັນ​ທີ່​ເກາະ​ຕິດ​ຝາ​ລຳ​ໄສ້​ກິນ​ເປັນ​ຢາ​ສານ​ຂອງ​ໝາກຮຸ່ງຈະ​ເກີດ​ມີປະຕິກິລິຍາກັບ​ສານ​ຂອງ​ໃບ​ຊາເຮັດໃຫ້​ຊ່ວຍ​ຍ່ອຍ​ໄຂ​ມັນ​ແລະ​ລ້າງ​ໄຂ​ມັນ​ອອກຈາກ​ຝາ​ລຳ​ໄສ້ຄວນ​ດື່ມ​ເພື່ອ​ລ້າງ​ເປັນ​ປະຈຳດື່ມ​ແທນ​ນ້ຳ​ອັດ​ລົມ​ກໍ​ໄດ້ຖ້າ​ບໍ່​ລ້າງ​ລຳ​ໄສ້ກໍ​ປຽບ​ຄື​ກິນ​ເຂົ້າ​ບໍ່​ລ້າງ​ຈານແລ້ວ​ໃຊ້​ຈານ​ໃບ​ເກົ່າ​ທີ່​ບໍ່​ລ້າງເອົາ​ມາ​ໃສ່​ເຂົ້າ​ກິນ​ໃຫມ່
ສ່ວນ​ຜະສົມ
1.ໝາກຮຸ່ງ1ໜ່ວຍປອກ​ເປືອກ
2.ນ້ຳ​4 ລິດ
3.ໃບ​ເຕີຍ10ໃບຖ້າ​ບໍ່​ມີ​ໃບ​ເຕີຍ​ໃຊ້ດອກ​ເກ໊​ກ​ຮວຍ​ໄດ້(ໃບ​ເຕີຍ​ແລະ​ດອກ​ເກ໊​ກ​ຮວຍ​ສັບ​ພະຄຸນ​ຊ່ວຍ​ບຳ​ລຸງ​ຫົວ​ໃຈ)
4.ໃບ​ຊາ​ຈີນ​ແຫ້ງຫລືຊາ​ໃບ​ມ່ອນ
ວິທີ​ເຮັດໂດຍ​ນຳ​ໝາກຮຸ່ງ​ມາ​ປອກ​ເປືອກຜ່າ​ເຄິ່ງ​ເອົາ​ເມັດ​ອອກຊ່ອຍ​ເປັນ​ອັນໃຫຍ່​ຄື​ຕົ້ມ​ຟັກ ໃບ​ເຕີຍຊ່ອຍເປັນ​ທ່ອນໆຫລື​ຖ້າ​ບໍ່​ມີ​ໃບ​ເຕີຍ​ໃຊ້​ດອກ​ເກ໊​ກ​ຮວຍປະ​ມານເຄິ່ງ​ກຳ​ມືໃສ່​ລົງ​ໃນ​ໝໍ້ເຕີມ​ນ້ຳ​4ລີດຍົກ​ຂຶ້ນ​ຕັ້ງ​ໄຟຕົ້ມ​ໃຫ້​ຟົດຫລັງ​ຈາກ​ຟົດ​ແລ້ວ​ຕົ້ມ​ໄປ​ປະ​ມານ5-10ນາ​ທີກະ​ວ່າ​ໝາກຮຸ່ງ​ກໍ​ພໍ​ສຸກບໍ່​ຕ້ອງ​ໃຫ້​ເລະດຽວ​ກິ່ນ​ໝາກຮຸ່ງຈະ​ອອກ​ຫລາຍ​ເກີນໄປປິດ​ໄຟຕັກ​ຊີ້ນ​ໝາກຮຸ່ງແລະ​ໃບ​ເຕີຍ​ຂຶ້ນເຕີມ​ໃບ​ຊາ​ຈີນລົງ​ໄປ​ແຊ່​ປະ​ມານ5ນາ​ທີກະ​ຫລອງ​ເອົາ​ໃບ​ຊາ​ຈີນ​ອອກໃຫ້​ເຫລືອ​ແຕ່​ນ້ຳກິນໄດ້​ທັງ​ຮ້ອນ​ແລະ​ເຢັນຢ່າ​ແຊ່​ຊາ​ດົນ​ເກີນ5ນາ​ທີ່ເພາະ​ຊາ​ທີ່​ແຊ່​ດົນ​ເກີນ​ໄປອາດ​ເຮັດໃຫ້​ທ້ອງ​ອືດ​ໄດ້ຕົ້ມ​ເທື່ອ​ໜຶ່ງ​ເກັບ​ໄວ້​ກິນ​ໄດ້2-3ມື້ແຊ່​ຕູ້​ເຢັນ

ຄວນ​ກິນ​ຕໍ່​ເນື່ອງ​ຢ່າງ​ນ້ອຍ7ມື້ຖ້າ​ຈະໃຫ້​ໄດ້​ຜົນດີີ​ຫລາຍ​ໆຄວນ​ກິນ​ຕໍ່​ເນື່ອງ1ເດືອນໃຊ້​ດື່ມ​ຕ່າງ​ນ້ຳ​ໝົດມື້ມື້​ລະ1-2 ລິດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...