Home​ຂ່າວທ່ອງທ່ຽວແຈ້ງການເຖິງບັນດາບໍລິສັດທ່ອງທ່ຽວທົ່ວປະເທດ

ແຈ້ງການເຖິງບັນດາບໍລິສັດທ່ອງທ່ຽວທົ່ວປະເທດ

Published on

ແຈ້ງ​ການ

ເລກ​ທີ 0138/ຖວ​​ທ.ນວ

ນວ ວັນ​ທີ 6 ພະຈິກ 2013

ເຖິງ: ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ທົ່ວ​ປະເທດ

ເລື່ອງ: ການ​ນຸ່ງ​ຖື​ຂອງ​ນັກ​ທ່ອງ​ທ່ຽວ ທີ່​ຈະ​ເຂົ້າ​ຊົມ​ພຣະ​ທາດຫຼວງ ໃນ​ໄລຍະ​ບຸນ​ນະມັດສະການ​ພຣະ​ທາດຫຼວງ (ວັນ​ທີ 11-17/11/2013).

-ອີງ​ຕາມ​ທິດ​ຊີ້​ນຳ​ຂອງ​ຄະນະ​ຮັບຜິດຊອບ ບຸນ​ນະມັດສະການ​ພຣະ​ທາດຫຼວງ​ວຽງ​ຈັນ ປີ 2013.

ເພື່ອ​ເປັນ​ການ​ເຄົາລົບ​ນັບຖື ສະຖານທີ່​ສັກກາລະ​ບູຊາ ແລະ ຮັກສາ​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ​ລາວ​ເຮົາ ໃນ​ການ​ເຂົ້າ​ໄປ​ກາບ​ໄຫວ້​ພຣະ​ທາດຫຼວງ​ວຽງ​ຈັນ ໃນ​ໄລຍະ​ບຸນ​ນະມັດສະການ​ພຣະ​ທາດຫຼວງ (ວັນ​ທີ 11-17/11/2013) ສະນັ້ນ ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ນະຄອນຫຼວງ​ວຽງ​ຈັນ ຈຶ່ງ​ຂໍ​ແຈ້ງ​ມາ​ຍັງ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ ພະນັກງານ​ນຳ​ທ່ຽວ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ທົ່ວ​ປະເທດ​ຮັບ​ຊາບ ກ່ຽວ​ກັບ​ການ​ນຳພາ​ແຂກ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ທີ່​ມາ​ທ່ອງ​ທ່ຽວ ແລະ ຈະ​ນຳ​ເຂົ້າ​ໄປ​ກາບ​ໄຫວ້​ພຣະ​ທາດຫຼວງ​ນັ້ນ ຂໍ​ໃຫ້​ນຸ່ງ​ຖື​ສຸພາບ​ຮຽບ​ຮ້ອຍ ຖ້າ​ແມ່ນ​ເພດ​ຍິງ​ຂໍ​ໃຫ້​ນຸ່ງ​ສິ້ນ​ຕາມ​ຮີດຄອງ​ປະເພນີ​ຂອງ​ແມ່ຍິງ​ລາວ ໃນ​ກໍລະນີ​ມີ​ຜູ້​ນຸ່ງ​ຖື​ບໍ່​ຖືກຕ້ອງ ຂໍ​ໃຫ້​ໄປ​ພົວພັນ​ປ່ຽນ​ຖ່າຍ​ສິ້ນ​ນຳ​ພາກສ່ວນ​ຮັບຜິດຊອບ ປ່ຽນ​ຖ່າຍ​ສິ້ນ​ກ່ອນ ໃນ​ມູນ​ຄ່າ​ລາຄາ​ຜືນ​ໜຶ່ງ 10.000 ກີບ ພ້ອມ​ເງິນ​ມັດ​ຈຳ 40.000 ກີບ ລວມ​ເປັນ​ເງິນ​ທັງ​ໝົດ 50.000 ກີບ/ຄົນ ໃນ​ກໍລະນີ​ຜູ້​ຊົມໃຊ້​ມາ​ສົ່ງ​ສິ້ນ​ຄືນ ຄະນະ​ກຳມະການ​ປ່ຽນ​ຖ່າຍ​ສິ້ນ ຈະ​ຕ້ອງ​ໄດ້​ສົ່ງ​ເງິນ​ຄ່າ​ມັດ​ຈຳ 40.000 ກີບ ຄືນ​ໃຫ້​ຜູ້​ມາ​ຊົມໃຊ້​ບໍລິການ ໃນ​ກໍລະນີ​ຜູ້​ຊົມໃຊ້​ເຮັດ​ສິ້ນ​ເສຍ​ຫາຍ ພາກສ່ວນ​ຮັບຜິດຊອບ​ປ່ຽນ​ຖ່າຍ​ສິ້ນ ຈະ​ບໍ່​ສົ່ງ​ເງິນ​ຄ່າ​ມັດ​ຈຳ​ຄືນ​ໃຫ້ ນີ້​ແມ່ນ​ລະບຽບ​ທີ່​ເຄີຍ​ປະຕິບັດ​ໃນ​ໄລຍະ​ຜ່ານ​ມາ.

ຫວັງ​ຢ່າງ​ຍິ່ງ​ວ່າ ບັນດາ​ທ່ານ​ຄົງ​ຈະ​ໃຫ້​ຄວາມ​ຮ່ວມ​ມື​ຕາມ​ທາງ​ຄວນ​ດ້ວຍ

ຮ. ຫົວໜ້າ​ພະ​ແນກ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ ປະຈຳ​ນະຄອນຫຼວງ​ວຽງ​ຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...