ໄລຍະນີ້ກະແສເຮັດສັນຍະກຳ ກຳລັງມາແຮງແລະເປີດກວ້າງຫລາຍໃນບ້ານເຮົາ ເຮັດອອກມາແລ້ວເບິ່ງດີຂຶ້ນ ງາມຂຶ້ນ ເປັນໃຜໃຜກໍຢາກເຮັດຍິ່ງສະເພາະໄລຍະນີ້ກະແສການເຮັດສັນຍະກຳປາກນ້ອຍກໍກຳລັງມາແຮງແຊງທາງໂຄ້ງຫລາຍໆບໍ່ເວັ້ນແມ່ນແຕ່ດາລາດັງໆ ກໍນິຍົມໄປເຮັດກັນຈົນສາວໆທົ່ວບ້ານທົ່ວເມືອງຢາກຈະແຫ່ໄປເຮັດຕາມກັນນຳ ແຕ່ສຳລັບໃຜທີ່ກຳລັງຄິດຫລືວາງແຜນທີ່ຈະໄປເຮັດປາກ  ຢ່າຮີບຮ້ອນສາວໆມາສຶກສາ 10 ເລື່ອງຕ້ອງຮູ້! ກ່ອນຄິດເຮັດສັນຍະກຳທີ່ເອົາມາຝາກກັນກ່ອນດີກວ່າ ຮູ້ເອົາໄວ້ ເພື່ອເວລາເຮັດຈະໄດ້ກຽມຕົວຮັບມືແລະບໍ່ພາດ
    1. ຖ້າໃຜທີ່ຮັບປະທານ “ຢາປະເພດແອດໄພລິນ” ຢູ່ຄວນຢຸດຮັບປະທານກ່ອນຜ່າຕັດປະມານ 1 ອາທິດ ເພາະຢາຊະນິດນີ້ຈະເຮັດໃຫ້ເລືອດອອກຫລາຍກວ່າປົກກະຕິ ຊຶ່ງອາດຈະເຮັດໃຫ້ເກີດບັນຫາໄດ້ຂະນະຜ່າຕັດ
    2. ຫາກເຈົ້າມີພະຍາດປະຈຳຕົວ ຫລືແພ້ຢາຊະນິດໃດ ຄວນແຈ້ງໃຫ້ແພດຜູ້ກໍ່ການຜ່າຕັດຮູ້ກ່ອນ
    3. ຢ່າເລືອກເຮັດສັນຍະກຳປາກບາງຫລາຍເກີນໄປ ເພາະຍິ່ງມີອາຍຸຫລາຍ ປາກຂອງຄົນເຮົາຈະຍິ່ງບາງລົງ ແລະເວລານັ້ນອາດຈະເຮັດໃຫ້ເກີດບັນຫາຂຶ້ນໄດ້ ນຶກເຖິງອະນາຄົດນຳສາວໆ
    4. ເຮັດໃຈຮັບມືກັບຮອຍແຜເປັນທີ່ອາດເກີດຂຶ້ນໄດ້ເພາະການຜ່າຕັດທຸກຊະນິດນັ້ນມີຄວາມສ່ຽງຕໍ່ການເກີດແຜເປັນຢູ່ແລ້ວ
     5. 1-3 ມື້ທຳອິດບ່ອນເຮັດຜ່າຕັດ ໃຫ້ເຮັດໃຈຮັບສະພາບໃບໜ້າຂອງຕົວເອງໄວ້ເລີຍຢ່າຕົກໃຈ ເພາະປາກຈະຄ່ອນຂ້າງບວມຊ້ຳແລະແດງມີຂະໜາດໃຫຍ່ຫລາຍກວ່າປົກກະຕິເນື່ອງຈາກຈະມີອາການອັກເສບບໍລິເວນແຜທີ່ຜ່າຕັດ
      6. ຫລັງເຮັດສັນຍະກຳປາກໃນໄລຍະອາທິດທຳອິດຄວນນອນໝອນສູງໆພ້ອມກັບປະຄົບເຢັນອ້ອມຮອບ ບາດແຜຈະຊ່ວຍລຸດອາການບວມລົງໄດ້
     7. ໝັ່ນເຮັດຄວາມສະອາດບາດແຜແລະບ້ວນປາກດ້ວຍນ້ຳສະອາດຢູ່ສະເໝີແລະທຸກເທື່ອຫລັງຮັບປະທານອາຫານຈະຕ້ອງບ້ວນປາກດ້ວຍນ້ຳສະອາດຫລືນ້ຳເກືອເພື່ອປ້ອງກັນບໍ່ໃຫ້ແຜຕິດເຊື້ອ
    8. ຮັບປະທານຢາຕາມທີ່ແພດສັ່ງແລະເຮັດຕາມຄຳແນະນຳຂອງແພດຢ່າງເຄັ່ງຄັດ (ອັນນີ້ສຳຄັນ)
    9. ຫລັງຜ່າຕັດຫ້າມອອກກຳລັງກາຍທີ່ໄດ້ຮັບຄວາມກະທົບກະເທືອນທຸກຊະນິດ
    10. ງົດຮັບປະທານອາຫານລົດຈັດແລະເຄື່ອງດື່ມແອນກໍຮໍເພາະມັນຈະຍິ່ງເຮັດໃຫ້ປາກບວມ ແລະຫາຍຊ້າ

                                    

