Homeໜັງໃໝ່Disney ກຽມສ້າງຄືນ Mary Poppins ໃນຮູບແບບພາກຕໍ່

Disney ກຽມສ້າງຄືນ Mary Poppins ໃນຮູບແບບພາກຕໍ່

Published on

fsgtgsy3

ຍັງ​​ເດີນ​ໜ້າ​ຢ່າງ​ຕໍ່​ເນື່ອງ​ສຳລັບ​ແຜນ​ການ​ຂອງ Disney ທີ່​ທະຍອຍນຳ​ຜົນ​ງານ​ເກົ່າ​ໆ ມາ​ສ້າງ​ໃໝ່​ໃຫ້​ອະ​ລັງ​ການ​ກວ່າ​ເກົ່າ ຊຶ່ງ​ລ່າ​ສຸດ​ຮອດຄິວ​ຂອງ​ຮູບເງົາໃນ​ຄວາມ​ຊົງ​ຈຳ​ກໍ່ຄື Mary Poppins ທີ່​ກຳ​ລັງ​ຈະ​ກັບ​ມາ​ຫລັງ​ເວລາ​ຜ່ານ​ໄປ​ກວ່າ 50 ປີໂດຍ​ເມື່ອ​ວັນທີ່  14 ກັນຍາ 2015 ເວັບ​ໄຊ​  Variety ແລະ Entertainment Weekl y ລາຍ​ງານ​ວ່າ Walt Disney Pictures ກຽມ​ຈັບ​ຜົນ​ງານ​ສຸດ​ຄາດ​ສິກ​ແຫ່ງ​ປີ 1964 ກໍ່ຄື Mary Poppins ກັບ​ມາ​ສ້າງ​ເປັນ​ຮູບເງົາພາກ​ຕໍ່ໂດຍ​ເນື້ອ​ຫາ​ຍັງສ້າງ​ຈາກ​ຫນັງສື​ຂອງ ພີ ແອນ ເຊ​ເວີ​ສ(P. L. Travers)ແຕ່​ຈະ​ເກີດ​ຂຶ້ນ 20 ປີ​ຫລັງ​ຈາກ​ເຫດການ​ໃນ​ພາກ​ທໍາອິດ

ເລື່ອງ​ລາວ​ສຸດ​ອັດສະຈັນ​ໃນ Mary Poppins ເລົ່າ​ຜ່ານ​ການ​ປາກົດ​ຕົວ​ຂອງ ແມ​ລີ ປອ​ບ​ປິນ ເອື້ອຍລ້ຽງ​ເຈົ້າ​ຂອງ​ເວ​ດມົນ​ວິ​ເສດທີ່​ຄອຍຖ້າ​ເບິ່ງແຍງ​ເດັກໆຄອບຄົວ​ແບ໋ງ​​ໃຫ້​ຢູ່ໃນ​ໂອ​ວາດໂດຍ​ຮູບເງົາເວີ​ຊັນ​ປີ 1964 ນໍາສະແດງ​ໂດຍ ຈູ​ລີ ແອ​ນ​ລູສ ຈາກ​ນັ້ນ​ໃນ​ປີ 2004 ຈຶ່ງ​ຖືກ​ດັດ​ແປງ​ເປັນ​ລະ​ຄອນ​ເວ​ທີ​ແລະ​ເປີດ​ການ​ສະແດງ​ໃນ​ລອນ​ດອນຕໍ່​ມາ​ໃນ​ປີ 2013 Walt Disney Pictures ສ້າງ​ຮູບເງົາເລື່ອງ Saving Mr. Banks ຊຶ່ງ​ເລົ່າ​ເຖິງ​ຄວາມ​ຍາກ​​ກວ່າ​ທີ່ ວໍ ດິດ​ນີ  (Walt Disney) ຈະ​ໄດ້​ສ້າງ​ຮູບເງົາ​ເລື່ອງ Mary Poppins ສົມ​ຄວາມ​ຕັ້ງໃຈ

ສຳລັບ​ລາຍ​ລະອຽດ​ອື່ນໆກ່ຽວກັບ​ໂປ​ເຈກ Mary Poppins 2 ຍັງ​ບໍ່​ເປັນ​ທີ່​ເປີດ​ເຜີຍ ຊຶ່ງ​ຕ້ອງ​ຖ້າ​ລຸ້ນ​ວ່າ​ໃຜ​ຈະ​ມາ​ຮັບ​ບົດ​ເປັນ​ເອື້ອຍລ້ຽງ​ສຽງ​ໃສ​ໄດ້​ດີ​ທຽບ​ເທົ່າ ຈູ​ລີ ແອ​ນ​ລູສ

fsgtgsy6

 

egtseyes

 

egtseyes2

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...