spot_img
Homeນານາສາລະຕຽມ​ຕົວ​ກ່ອນ​ນອນ ພ້ອມ​ດ່ວນ​ໃນ​ຕອນ​ເຊົ້າ

ຕຽມ​ຕົວ​ກ່ອນ​ນອນ ພ້ອມ​ດ່ວນ​ໃນ​ຕອນ​ເຊົ້າ

Published on

27_20150824155526.

        ຫລັງ​ຈາກ​ຕື່ນ​ຕອນ​ເຊົ້າສາວໆຫລາຍ​ຄົນ​ອາດ​ໃຊ້​ເວລາ​ເລັ່ງ​ຮີບ​ທຸກ​ເຊົ້າ ກວ່າ​ຈະ​ອາບ​ນ້ຳ ແຕ່ງ​ຕົວ,ແຕ່ງ​ໜ້າ,ເຮັດ​ຜົມ ຮັບປະທານ​ອາຫານ​ເຊົ້າ ລອງ​ຈັດ​ກຽມ​ບາງຢ່າງ​ກ່ອນ​ເຂົ້າ​ນອນ ຈະ​ເຮັດໃຫ້​ທຸກ​ເຊົ້າ​ຂອງ​ສາວໆປະ​ຫຍັດ​ເວລາ​ໄດ້​ຫລາຍ
      1. ສະ​ຜົ ເປົ່າ​ຜົມ​ໃຫ້​ແຫ້ງ ຊ່ວຍ​ປະ​ຫຍັດ​ເວລາ​ໃນ​ຕອນ​ເຊົ້າ​ໄປ​ໄດ້​ຫລາຍແຕ່​ຄວນ​ເປົ່າ​ຜົມ​ໃຫ້​ແຫ້ງ​ສະນິດ​ແທ້ໆ ເພາະ​ຜົມ​ຈະ​ໄດ້​ບໍ່​ອັບ​ຊື້ນ​ຍາມ​ນອນ​ເທິງ​ໝອນ
      2. ດື່ມນ້ຳ ຄວນ​ດື່ມ​ນ້ຳ​ໃຫ້​ພຽງ​ພໍ ລວມ​ໄປ​ເຖິງ​ກ່ອນ​ນອນ​ຈັກ 1 ຈອກ ຫລັງ​ຕື່ນ​ອີກ 1 ຈອກເພື່ອ​ຜິວ​ພັນ​ທີ່​ດີ ແລະ​ລະບົບ​ຂັບ​ຖ່າຍ​ທີ່​ດີ
      3. ທາ​ຄີມ​ບຳ​ລຸງ​ກ່ອນ​ນອນ ເພື່ອ​ຜິວ​ຄົງ​ຄວາມ​ຊຸ່ມ​ຊື້ນ ຫລື​ຈະ​ເປັນ​ພວກ sleep mask ບຳ​ລຸງ​ຜິວ​ເຂັ້ມ​ຂຸ້ນ​ຂ້າມ​ຄືນ ຕື່ນ​ເຊົ້າ​ມາ​ຜິວ​ໜ້າ​ຈະ​ສົດ​ໃສ,ນຽນ​ນຸ່ມ,ແຕ່ງ​ໜ້າ​ໄດ້​ນຽນ​ງາມ ບໍ່​ຕ້ອງ​ບຳ​ລຸງ​ໃນ​ຕອນ​ເຊົ້າ​ໃຫ້​ຫລາຍ​ຂັ້ນ​ຕອນ ທີ່​ລືມ​ບໍ່​ໄດ້​ຄື​ຄີມ​ບຳ​ລຸງ​ຮອບ​ດວງ​ຕາ​ນຳ
      4. ກຽມ​ຊຸດ​ສຳລັບ​ມື້ອື່ນນີ້​ໄວ້​ເລີຍ ເພາະ​ຕອນ​ເຊົ້າ​ກວ່າ​ຈະ​ຄິດວ່າ​ຈະ​ໃສ່​ຫຍັງ​ດີ ເຄື່ອງ​ປະ​ດັບ​ຫຍັງດີ ຂໍ​ບອກ​ເສຍ​ເວລາ​ໄປ​ຫລາຍ​ນາ​ທີ
     
 5. ກຽມອາຫານ​ເຊົ້າ ມື້​ເຊົ້າ​ເປັນ​ມື້​ສຳຄັນ​ທີ່​ບໍ່​ຄວນ​ຂາດຫາກ​ຟ້າວ​ແທ້ໆຄວນ​ກຽມ​ຕັ້ງ​ແຕ່​ກ່ອນ​ນອນ ອາດ​ເປັນ​ຫຍັງ​ທີ່​ງ່າຍໆ ເຊັ່ນ​ແຊນ​ວິດ​ແຊ່​ເຢັນ​ໄວ້ ເຊົ້າມາຈັບ​ຮັບປະທານ​ໄດ້​ເລີຍ ຫລື​ຈະ​ພຽງເຂົ້າ​ໄມ​ໂຄ​ເວ​ຟ​ອຸ່ນ​ກໍ​ອິ່ມ​ແລະ​ໄດ້​ປະໂຫຍດ​ແລ້ວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...