spot_img
Homeຄວາມງາມຢາກ​ງາມ​ຮູບຮ່າງ​ດີ ແຕ່​ຫິວ​ຕອນ​ດຶກ​ເຮັດ​ແນວໃດດີ

ຢາກ​ງາມ​ຮູບຮ່າງ​ດີ ແຕ່​ຫິວ​ຕອນ​ດຶກ​ເຮັດ​ແນວໃດດີ

Published on

3

        ຄວາມ​ຕັ້ງ​ໃຈ​ຂອງ​ສາວໆທີ່​ຢາກ​ມີ​ຫຸ່ນ​ທີ່​ດີ​ນັ້ນ ຕ້ອງ​ມີ​ຈຸດ​ມຸ້ງ​ໝາຍ​ດຽວ​ກັນ​ຄືການ​ເລືອກ​ກິນ​ອາຫານ​ທີ່​ມີ​ປະໂຫຍດ ອອກ​ກຳ​ລັງ​ກາຍແຕ່! ມັນ​ຕິດ​ຢູ່​ບ່ອນ​ທີ່​ວ່າ ກາງເວັນ​ກໍ​ກິນ​ຕາມ​ຫລັກ​ແລ້ວ​ອອກ​ກຳ​ລັງ​ກາຍ​ແບບ​ໃດ​ໄດ້ສຸຂະ​ພາພ ແລ້ວ​ເປັນຫຍັງ​ຕົກ​ຕອນດຶກ​ແລ້ວ​ຫິວ​ແບບ​ນີ້​ (ຄວາມ​ຕັ້ງ​ໃຈ​ທີ່​ຂ້ອຍ​ເຮັດ​ມາ​ຈະ​ເສຍ​ຖີ້ມລ້າ) ຢ່າ​​ໂທດ​ຕົວ​ເອງ​​ສາວໆ ຖ້າ​ຫິວ​​ກໍ​ຈັດ​ໄປມື້​ນີ້ ລາວໂພສ ມີ​ອາຫານ​ທີ່​ສາມາດ​ກິນ​ໄດ້​ໃນ​ຊ່ວງ​ເວລາ​ດຶກ​ແລະ​ດີ​ຕໍ່​ສຸກຂະພາບ​ມາ​ຝາກ​

1 ໂຍ​ເ​ກິນໄຂ​ມັນຕ່ຳ ການ​ຮັບປະທານໂຍ​ເ​ກິນ​​ໃນ​ຊ່ວງ​ເວລາ​ທີ່​ຫິວ​ຈັກ​ໜຶ່ງ​ຖ້ວຍ ກໍ​ສາມາດ​ເຮັດໃຫ້​ເຮົາ​ຮູ້ສຶກ​ອິ່ມຢູ່​ທ້ອງ ແຕ່​ຕ້ອງ​ເລືອກ​​ເປັນ​ໄຂ​ມັນ​ຕ່ຳ ບໍ່​ປຸງ​ແຕ່ງ​ລົດ​ຈົນ​ເກີນ​ໄປບໍ່​ດັ່ງ​ນັ້ນ​ແລ້ວ​ນ້ຳ​ຕານ​ມາ​ເຕັມ​

  1. ໝາກໄມ້ຫມາກໄມ້ ບໍ່​ວ່າ​ຈະ​ເປັນໝາກກ້ຽງ,ແອບ​ເປີ້ນ​,ໝາກສີດາ ​ແລະອື່ນໆເຮົາ​ສາມາດ​ຮັບປະທານ​ໄດ້​ໃນ​ຊ່ວງ​ເວລາ​ທີ່​ຫິວ​ຕອນ​ດຶກໆເພາະ​ຫມາກໄມ້​ເຫລົ່າ​ນີ້​ແຄ​ລໍ​ລີ່​ຕ່ຳແລະ​ເຮັດໃຫ້​ອິ່ມ​ທ້ອງ​ອີກ​
  2. ນົມ​ໄຂ​ມັນຕ່ຳການ​ເລືອກ​ຮັບປະທານ​ນົມ​ອຸ່ນໆກ່ອນ​ນອນ​ຈັກໜຶ່ງ​ແກ້ວກໍ​ເປັນ​ໜຶ່ງ​ທາງ​ເລືອກ​ທີ່​ດີ​ແລະ​ມີ​ປະໂຫຍດ​ເລືອກ​​ນົມ​ທີ່​ໄຂ​ມັນ​ຕ່ຳ
  3. ດື່ມນ້ຳ ອີກ​ໜຶ່ງ​ສິ່ງ​ທີ່​ຫາ​ໄດ້​ງ່າຍໆເພາະ​ໃກ້​ຕົວ​ເຮົາ​ສຸດໆນັ້ນ​ກໍ​ຄື​ນ້ຳ​ ການ​ດື່ມ​ນ້ຳ​​ຈະ​ຊ່ວຍ​ລຸດ​ອາການ​ຫິວ​ໄດ້​ ແຖມ​ການ​ດື່ມ​ນ້ຳ​ກ່ອນ​ນອນ​ຈະ​ຊ່ວຍ​ໃຫ້​ຮ່າງກາຍ​ໃນ​ຕອນ​ທີ່​ຫລັບ​ນັ້ນບໍ່​ຂາດ​ນ້ຳ​ຫລາຍ​ເກີນ​ໄປ​ ຕື່ນ​ເຊົ້າ​ຜິວ​ພັນ​ສົດ​ໃສ​ອີກ​ດ້ວຍ​

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...