spot_img
Homeນານາສາລະເລື່​ອງ​ເຫລົ່າ​ນີ້​ທີ່ແມ່ຍິງ​ຂໍ​

ເລື່​ອງ​ເຫລົ່າ​ນີ້​ທີ່ແມ່ຍິງ​ຂໍ​

Published on

makeup-01

  1. ແຕ່ງ​ງາມ​ເສີມ​ງາມ:  ຜູ້​ຊາຍ​ບາງ​ຄົນ​ຈະ​ມັກ​ເວົ້າວ່າ​​ແຕ່ງ​ໜ້າ​ເຮັດຫຍັງງາມ​ຢູ່​ແລ້ວທັງ​ທີ່​​ແທ້ໆຜູ້​ຊາຍ​ກໍ​ມັກ​ເບິ່ງ​ຜູ້ຍິງ​ງສມ ກັນທັງນັ້ນ ສ່ວນ​ໃຫຍ່​ທີ່​ມັກ​ເບິ່ງ​ກໍ​ເປັນ​ຜູ້ຍິງ​ທີ່​ແຕ່ງ​ງາມ ເຮົາ​ບໍ່​ເຂົ້າໃຈ​ເລີຍພໍ​ເຮົາ​ແຕ່ງ​ໜ້າ​ງາມ​ນຳ​ເປັນຫຍັງ​ຈະ​ຕ້ອງ​ມາ​ຫ້າມ​
  2. ເຊັກ​ຊີ່​:  ຊຸດ​ສວຍງາມບາງ​ຊຸດ​ມັນ​ກໍ​ຕ້ອງ​ມີ​​ເລື່ອງ​ຂອງການໂຊ​ນິດ​ໂຊ​ໜ່ອຍ​ໃຫ້​ພໍ​ເບິ່ງ​ເຊັກ​ຊີ່​ແຕ່​ຜູ້​ຊາຍ​ບາງ​ຄົນ​ມັກ​ຫວງ​ບໍ່​ເຂົ້າ​ເລື່ອງແຟນ​ຕົວ​ເອງ​​ແຕ່ງ​ຊຸດ​ເຊັກ​ຊີ່​ບໍ່​ໄດ້​ເລີຍ ແລ້ວ​ມັກ​ມາ​ຫາ​ວ່າ​ເຮົາ​ແຕ່ງ​ຕົວ​ໂປ໊​ໄປ​ຍົວະ​ຄົນ​ອື່ນ​ອີກທັງ​ໆທີ່​ເຮົາ​ແຕ່ງ​ຊຸດ​ສວຍງາມກໍ​ເພາະ​ວ່າ​ເຮົາ​ຢາກ​ຮູ້ສຶກ​ໝັ່ນໃຈ​ໃນ​ຕົວ​ເອງ​ຫລາຍກວ່າ
  3. ຄວບ​ຄຸມ​ອາຫານ:  ເວລາໄປ​ກິນເຂົ້າບາງ​ທີ​ເຮົາ​ອາດຈະ​ຮູ້ສຶກ​ບໍ່​ຢາກ​ກິນ​ອາຫານ​ບາງຢ່າງ ເພາະ​ຢ້ານ​ນ້ຳ​ໜັກ​ຂຶ້ນ ແຕ່​ຜູ້​ຊາຍ​ຈະ​ມັກ​ມາ​ຖາມວ່າ​ເປັນຫຍັງ​ບໍ່​ກິນ​ ເປັນຫຍັງ​ຕ້ອງ​ອົດອາຫານ​ ຊຶ່ງ​ທີ່​ເຮົາ​ບໍ່​ກິນ​ເຮົາ​ກໍ​ຢາກ​ງາມ​
  4. ອອກ​ກຳ​ລັງ​ກາຍ:  ເວລາອອກ​ກຳ​ລັງ​ກາຍເປັນ​ຊ່ວງ​ເວລາ​ທີ່​ເຮົາ​ຈະ​ເຕັມ​ທີ່​ຫລາຍເພື່ອ​ໃຫ້​ຫຸ່ນ​ຂອງ​ເຮົາ​ອອກ​ມາ​ເບິ່ງ​ດີແລ້ວ​ເວລາ​ທີ່​ເຮົາ​ອອກ​ກຳ​ລັງ​ເຕັມ​ທີ່ ເຫື່ອ​ຈະ​ຊຸ່ມ​ໄປຫມົດ​ເລີຍເວລາ​ນັ້ນ​ເຮົາ​ກໍ​ບໍ່​ຢາກ​ໃຫ້​ຜູ້​ຊາຍ​ມາ​ເຫັນ​ຄວາມ​ໂຊມ​ຂອງ​ເຮົາ​
  5. ໄປສະຫລອງ​ກັບ​ເພື່ອນ​ສາວ: ບາງ​ທີ​ເຮົາ​ກໍ​ອາດຈະ​ຮູ້ສຶກ​ຢາກ​ໄປ​ພົບ​ປະ​ສັງສັນ​ກັບ​ເພື່ອນ​ສາວ​ນຳກັນຢາກ​ໄປ​ຝອຍ​ຕາມ​ປະ​ສາ​ເພື່ອນ​ທີ່​ຮູ້​ໃຈ ຊ່ວງ​ເວລາ​ນີ້​​ບໍ່​ຢາກ​ຈະ​ມີ​ແຟນ​​ໄປ​ນຳ​ເພາະ​ເຮົາ​ອາດຈະ​ຮູ້ສຶກ​ວ່າ​ເຮັດໃຫ້​ເຮົາ​ຝອຍ​ກັບ​ເພື່ອນ​ໄດ້​ບໍ່​ເຕັມ​ທີ່
  6. ຊ່ວງ​ເວລາ​ຕອນ​ເຮັດວຽກ:  ເວລາເຮັດວຽກ​ຈະ​ເປັນ​ຊ່ວງ​ທີ່​ເຮົາ​ຕ້ອງ​ຈິງ​ຈັງຕ້ອງ​ໃຊ້​ສະ​ໝາ​ທິ​ກັບ​ມັນ ຖ້າ​ເຮົາ​ມີ​ແຟນ​ຄອຍຖ້າ​ນຳ​ມາ​ເຮົາ​ກໍ​ຈະ​ຮູ້ສຶກ​ກັງ​ວົນ ເຮັດວຽກ​ໄດ້​ບໍ່​ເຕັມ​ທີ່ເພາະ​ຈະ​ຕ້ອງ​ມາ​ຄອຍ​ແຄ໌​ແຟນ​ແລ້ວ​ຍັງ​ຕ້ອງ​ໃຊ້​ສະ​ມາ​ທິ​ຈົດ​ຈໍ່​ກັບ​ວຽກອິກເພາະ​ສະ​ນັ້ນຢ່າ​​ມາ​ເລີຍ​ຈະ​ດີກວ່າ

7.ການ​ຕັດ​ສິນ​ໃຈ:  ເລື່ອງບາງ​ເລື່ອງ​ໃນ​ຊີວິດ​ຂອງ​ຜູ້ຍິງ​ອາດຈະ​ຮູ້ສຶກ​ຢາກ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເອງອາດຈະ​ພຽງຕ້ອງ​ການ​ຄຳ​ປຶກ​ສາ​ຈາກ​ແຟນແຕ່​ກໍ​ບໍ່​ຄວນ​ທີ່​ຈະ​ໄປ​​ບົງ​ການ​ວ່າ​ຕ້ອງ​ເຮັດ​ແບບ​ນີ້​ ເມື່ອ​ເຮົາ​ຕັດ​ສິນ​ໃຈ​ຫຍັງ​ໄປ​ແລ້ວ​ຜິດ​ພາດ ຜູ້​ຊາຍ​ກໍ​ບໍ່​ຄວນ​ຈະ​ມາ​ຊ້ຳ​ເຕີມ ພຽງ​ຄອຍ​ໃຫ້​ກຳ​ລັງ​ໃຈ​ແລະ​ຢູ່​ຄຽງ​ຂ້າງພຽງ​ເທົ່າ​ນີ້​ເຮົາ​ກໍ​ຮູ້ສຶກ​ດີ​ຂຶ້ນ​ແລ້ວ​

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...