Homeຄວາມງາມສູດ D. I. Y ບໍາ​ລຸງ​ຜົມ

ສູດ D. I. Y ບໍາ​ລຸງ​ຜົມ

Published on

b67f489bd2385caebebc6202025136bd

  • ສູດ​ບຳ​ລຸງ​ຜົມ​ຢ່າງ​ລ້ຳ​ລຶກ ປະສົມອະ​ໂວ​ຄາ​ໂດ 1 ໜ່ວຍ​ເຂົ້າ​ກັບ​ນ້ຳ​ມັນ​ໝາກ​ກອກ 1 ບ່ວງແກງ ຄົນ​ໃຫ້​ເຂົ້າ​ກັນ ຈາກ​ນັ້ນ​ນຳ​ມາດ​​ເທິງ​ຜົມ​ໃຫ້​ທົ່ວ ຄຸມ​ດ້ວຍ​ໝວກ​ຄຸມ​ອາບ​ນ້ຳ ໝັກ​​ໄວ້ 20 ນາ​ທີ ສຳເລັດ​ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ທຳມະດາ ແລະ​ສະ​ຜົມ​ຕາມ​ປົກກະຕິ​ອີກ​ຄັ້ງ ສູດ​ໝັກ​ຜົມ​ອະ​ໂວ​ຄາ​ໂດ​ນີ້​ຈະ​ຊຶມ​ຊາບ​ລົງ​ໄປ​ບຳ​ລຸງ​ເສັ້ນ​ຜົມ​ຢ່າງ​ລ້ຳ​ເລິກ ແລະ​ນຳ​ເອົາ​ສານ​ອາຫານ​ທີ່​ມີ​ປະໂຫຍດ​ກັບ​ເສັ້ນ​ຜົມ​ຈາກ​ທັງ​ອະ​ໂວ​ຄາ​ໂດ​ແລະ​ນ້ຳ​ມັນ​ໝາກ​ກອກ ເຂົ້າໄປ​ຟື້ນ​ຟູ​ບຳ​ລຸງ​ຊັ້ນ​ຜົມ​ທີ່​ແຫ້ງ​ເສຍໃຫ້​ກັບ​ມາ​ແຂງ​ແຮງ​ເງົາ​ງາມ​ໄດ້​ໃນ​ທີ່ສຸດ
  • ສູດ​ຜົມ​ນຸ່ມ​ນວນ​ໜ້າ​ສຳ​ຜັດປະສົມ​ນ້ຳ​ເຜຶ້ງ 2 ບ່ວງແກງ,ນ້ຳ​ມັນ​ໝາກ​ກອກ 1 ບ່ວງແກງແລະ​ນ້ຳ​ສົ້ມ​ສາຍ​ຊູ​ໝັກ​ຈາກ​ແອບ​ເປີນຫລື​ແອບ​ເປີນ​ໄຊ​ເດີ1 ບ່ວງແກງ ຄົນ​ສ່ວນ​ປະສົມ​ທຸກ​ຢ່າງ​ເຂົ້າ​ນຳກັນ ຈາກ​ນັ້ນ​ນຳ​ມາດ​​ໃຫ້​ທົ່ວ​ຜົມ​ທີ່​ແຫ້ງ ສຳເລັດ​ແລ້ວ​ຄຸມ​ດ້ວຍ​ໝວກ​ຄຸມ​ອາບ​ນ້ຳ ໝັກ​​ໄວ້​ປະ​ມານ 30 ນາ​ທີ-1 ຊົ່ວ​ໂມງ ແລະ​ສະ​ຜົມ​ຕາມ​ປົກກະຕິໝັກ​ຜົມ​ດ້ວຍ​ສູດ​ນີ້​ເປັນ​ປະຈຳ ຈະ​ຊ່ວຍ​ລຸດ​ຜົມ​ແຫ້ງ​ເສຍ​ແຕກ​ປາຍ ປ່ຽນ​ຜົມ​ຫຍາບ​ກະ​ດ້າງ​ໃຫ້​ກັບ​ມາ​ນຸ່ມ​ໜ້າ​ສຳ​ຜັດ​
  • ສູດ​ດີ​ທັອກ​ສານ​ເຄ​ມີ​ເພື່ອ​ຜົມ​ນຸ່ມ ນຳ​ເບຍ​ໜຶ່ງ​ຖ້ວຍ​ມາ​ປະສົມ​ກັບ​ນ້ຳ​ສົ້ມ​ສາຍ​ຊູ​ໝັກ​ຈາກ​ແອບ​ເປີນ ຫລື​ແອບ​ເປີນ​ໄຊ​ເດີ ປະລິມານ 1/4 ຖ້ວຍ​ ຄົນ​ສ່ວນ​ປະສົມ​ໃຫ້​ເຂົ້າ​ກັນຈາກ​ນັ້ນ​ນຳ​ມາດ​​ລົງ​ເທິງ​ຜົມ​ທີ່​ສະ​ມາ​ຢ່າງ​ສະ​ອາດ​ແລ້ວ​ໃຫ້​ທົ່ວ​ຕັ້ງ​ແຕ່​ກົກ​​ໝົດ​​ປາຍ​ຜົມ ພ້ອມ​ທັງ​ນວດ​ຫົວ​ເລັກນ້ອຍ ຈາກ​ນັ້ນ​ໃຫ້​ໃຊ້​ໝວກ​ຄຸມ​ອາບ​ນ້ຳ​ຄຸມ​​ໄວ້​ປະ​ມານ 5 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ ການ​ປະສົມ​ປະ​ສານ​ຂອງ​ເບຍຊຶ່ງ​ມີ​ສານ​ອາຫານ​ທີ່​ເປັນ​ປະໂຫຍດ​ຕໍ່​ສຸກຂະພາບ​ຜົມ​ຢ່າງ​ບໍ່​ໜ້າ​ເຊື່ອ ອີກ​ທັງ​ຄຸນສົມບັດ​ລ້າງ​ສານ​ເຄ​ມີ​ຂອງ​ແອບ​ເປີນ​ໄຊ​ເດີ ຈະ​ຊ່ວຍ​ຄືນ​ຄວາມ​ນຸ່​ມ​​ເງົາ​ງາມ​ໃຫ້​ຜົມ​​ໄດ້​ບໍ່​ຍາກ​ເລີຍ​

 

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...