spot_img
Homeໜັງໃໝ່Frozen 2 ກຽມເຜີຍແຜ່ຊີວິດສຸດມີຄວາມສຸກຂອງ ເອລຊາ

Frozen 2 ກຽມເຜີຍແຜ່ຊີວິດສຸດມີຄວາມສຸກຂອງ ເອລຊາ

Published on

tysru

ຫລັງຈາກ​ກວາດ​ລາຍ​ໄດ້​ຈາກ​ທົ່ວ​ໂລກ​ມາ​ທັງ​ໝົດ 1.27 ພັນ​ລ້ານ​ໂດລາ ແອ​ນິ​ເມ​ເຊິນ​ທີ່​ຫລາຍ​ຄົນ​​ມັກ​ກໍ່ຄື Frozen ກໍ​ກຽມ​ເກີດ​ພາກ​ຕໍ່​ນໍາມາ​ຢ່າງ​ແນ່ນອນ​ແລ້ວແລະ​ລ່າ​ສຸດ​ໜຶ່ງ​ໃນ​ທີມ​ຜູ້​ກຳ​ກັບ​ກໍ​ອອກ​ມາ​ເວົ້າ​ເຖິງ​ສິ່ງ​ທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ​ໃຫ້​ເຮົາ​ໄດ້​ຮູ້​ກັນໂດຍ​ເມື່ອ​ວັນທີ່ 13 ສິງ​ຫາທີ່ຜ່ານມາ ເວັບ​ໄຊ  Fandango ໄດ້​ເປີດ​ເຜີຍ​ຄຳ​ໃຫ້​ສຳພາດ​ຂອງ​ຜູ້​ກຳ​ກັບ ຄຣິສ ບັດ ທີ່​ອັບ​ເດດ​ຄວາມ​ເຄື່ອນ​ໄຫວ​ນັບ​ຕັ້ງ​ແຕ່​ປະ​ກາດ​ການສ້າງ​ເມື່ອ​ເດືອນ​ມີ​ນາ 2015 ຊຶ່ງ​ເທື່ອ​ນີ້ Frozen 2 ຈະ​ເລົ່າ​ຊີວິດ​ທີ່​ມີ​ຄວາມ​ສຸກ​ກວ່າ​ເກົ່າ​ຂອງ ເອລ​ຊາ ຕໍ່​ເນື່ອງ​ຈາກ​ຮູບເງົາສັ້ນ Frozen Fever
ນອກ​ຈາກ​ນີ້​ໃນ​ການ​ໃຫ້​ສຳພາດ​ກັບ​ເວັບ​ໄຊ MTV ຜູ້​ກຳ​ກັບ ຄຣິສ ບັດ ຍັງ​ໃຫ້​ລາຍ​ລະອຽດ​ເພີ່ມເຕີມ​ວ່າ ເລື່ອງ​ລາວ​ໃນ Frozen 2 ຈະ​ສອດ​ປະ​ເດັນ​ຊຶ່ງ​ເປັນ​ທີ່​ເວົ້າ​ເຖິງ​ໃນ​ສັງຄົມໂດຍ​ອາດ​ເປັນ​ເລື່ອງ​ກ່ຽວກັບ​ຄວາມ​ສຳພັນ​ທີ່​ຄົນ​ໜຸ່ມ​ສາວ​ມັກ​ “ເຮົາ​ຈະ​ເລົ່າ​ເຖິງ​ປະ​ເດັນ​ອື່ນໆທີ່​ຂ້ອຍຄິດວ່າ​ຜູ້​ຊາຍ​ແລະ​ຜູ້ຍິງ​ຕ້ອງ​ປະເຊີນແລະ​ຂ້ອຍເບິ່ງ​ວ່າ​ມັນ​ຄື​ປະ​ເດັນ​ທີ່​ເຮົາ​ທຸກ​ຄົນ​ຮູ້ວ່າ​ມີ​ຢູ່​ແທ້ໃນ​ສັງຄົມ”

ໃນ​ຂະນະ​ນີ້​ຍັງ​ບໍ່​ຊັດເຈນ​ວ່າ​ທີມ​ໃຫ້​ສຽງ​ພາກ​ຊຸດ​ເກົ່າ​ກໍ່ຄື ໄອ​ດິ​ນາ ເມນ​ເຊລ (Idina Menzel), ຄຣິສ​ເຕນ ເບລ (Kristen Bell), ໂຈ​ນາ​ທານ ກອຟ (Jonathan Groff) ແລະ ​ຈອດ ແກດ  (Josh Gad) ຈະ​ກັບ​ມາ​ຮັບ​ຫນ້າທີ່​ເກົ່າຫລື​ບໍ່ໂດຍ​ຄ້າຍ Disney ຍັງ​ບໍ່​ປະ​ກາ​ດລາຍ​ລະອຽດ​ກ່ຽວກັບ​ກຳນົດ​ເຂົ້າ​ສາຍ​ອອກ​ມາ​ເຊັ່ນ​ກັນ

tysru2

 

tysru3

 

tysru4

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...