spot_img
Homeຊີວິດແລະຄວາມຮັກລົດເພເອົາເຂົ້າສູນ ຜົນສຸດທ້າຍຖ້າທ່ານຮູ້ຈະອຶ້ງ

ລົດເພເອົາເຂົ້າສູນ ຜົນສຸດທ້າຍຖ້າທ່ານຮູ້ຈະອຶ້ງ

Published on

31

ບົດຮຽນຈາກຄວາມຈົນ

ເຊື່ອບໍວ່າ ຄວາມລວຍກັບຄວາມຈົນ ມັນກໍມີດີມີເສຍໃນໂຕຂອງມັນ ເພາະມີຄົນປະສົບມາກັບຕົນເອງ ໃນເລື່ອງໂຊກດີໃນຄວາມຈົນ ແລະຖ້າຄົນໆນີ້ເປັນຄົນລວຍ ເລື່ອງນີ້ຄົງບໍ່ເກີດຂຶ້ນຢ່າງແນ່ນອນ ຍ້ອນຫຍັງນັ້ນ ທ່ານຜູ້ອ່ານຈະໄດ້ອ່ານ ໃນອັນດັບຕໍ່ໄປນີ້:

ບຸນຄ້ຳ ມີລົດຄັນໜຶ່ງ ເປັນລົດຄັນທຳອິດຂອງຊີວິດ ປະສົບການເລື່ອງລົດຈຶ່ງບໍ່ມີເລີຍ ແຕ່ກໍພະຍາຍາມເອົາລົດເຂົ້າສູນຢູ່ເປັນປະຈຳ ເພື່ອກວດກາສະພາບຂອງລົດ. ຢູ່ມາມື້ໜຶ່ງເວລາກຳລັງຂັບລົດໄປດີໆ ຮູ້ສຶກວ່າຫົວເຂົ່າໂຕເອງສັ່ນໄປ-ມາ ມີສຽງດັງພັບໆໆໆໆໆ ລອງຢຽບຄາດມອດຈັກແລ້ວ ປ່ອຍລົດແລ່ນໄປ ກໍຍັງເປັນຄືເກົ່າ ສະແດງວ່າມັນຕ້ອງເປັນຫຍັງກ່ຽວກັບ ອາໄຫຼ່ທີ່ບໍ່ກ່ຽວກັບເຄື່ອງຈັກແນ່ນອນ ແຕ່ບຸນຄ້ຳບໍ່ມີເງິນທີ່ຈະເຂົ້າສູນ (ຈົນແທ້ໆ) ອົດທົນຄ່ອຍຂີ່ໄປ-ຂີ່ມາ ແຕ່ອາການມັນຮ້າຍແຮງຂຶ້ນເລື້ອຍໆ ພາຍໃນ 2-3 ມື້ ພວງມະໄລລົດເລິ່ມບໍ່ທ່ຽງ ມັນເໜັງເປັນຈັງຫວະຄ້າຍຄື ມີຜີມາຂັບລົດແທນ ລ້ຽວຂວາຕະຫຼອດ ເຮີເຮີ ຢ້ານຜີແລ້ວ (ບໍ່ກ້າຂີ່ຕອນກາງຄືນແລະທາງປ່ຽວແລ້ວ).

ເມື່ອຄິດວ່າລົດຄົງຈະໄປບໍ່ໄຫວແລ້ວ ຈຶ່ງໄດ້ຮິບໂຮມເງິນໄດ້ຈຳນວນ 800,000 ກີບ ເອົາລົດເຂົ້າສູນເພື່ອກວດກາ ແລະປ່ຽນນ້ຳມັນເຄື່ອງ ໂດຍໄດ້ເລົ່າສະພາບລົດທັງໝົດໃຫ້ ພະນັກງານໃນສູນຟັງພ້ອມກັບລົງລາຍເຊັນ ແລະມອບກະແຈລົດໃຫ້ແກ່ພະນັກງານຊ່າງ. ພາຍຫຼັງເວລາຜ່ານໄປປະມານ 15 ນາທີ ພະນັກງານສູນມາແຈ້ງວ່າ ລົດຂອງອ້າຍຕ້ອງໄດ້ປ່ຽນອາໄລ່ຢູ່ 7 ແນວ ເປັນເງິນໂດລາ 876.16 ໂດລາ ຫຼືປະມານ 7,000,000 ກີບ ເຊິ່ງເປັນໄປບໍ່ໄດ້ເລີຍທີ່ບຸນຄ້ຳ ຈະສັ່ງປ່ຽນເຄື່ອງອາໄຫຼ່ເຫຼົ່ານັ້ນໄດ້ ເພາະໃນຖົງໂສ້ງມີເງິນທັງໝົດ ພຽງ 800,000 ກີບ ກໍເລີຍໃຫ້ຊ່າງປ່ຽນນ້ຳມັນເຄື່ອງໃຫ້ 160,000 ກີບ + ຄ່າແຮງງານ 40,000 ກີບ = 200,000 ກີບ ແລ້ວກໍເອົາລົດອອກຈາກສູນ. ໃຊ້ສູດເກົ່າຄື ອົດທົນຄ່ອຍໆ ຂີ່ໄປ ແຕ່ອາການຂອງລົດມັນບໍ່ໃຊ້ສູດເກົ່າ ມັນນັບມື້ຮ້າຍແຮງຂຶ້ນຕື່ມ.
11049547_666746216760190_4895100827183553575_n

ບຸນຄ້ຳພະຍາຍາມ ຢາກຢືດເວລາ ເພື່ອໃຫ້ຮອດມື້ເງິນເດືອນອອກ ເພາະບໍ່ທໍ່ໃດມື້ເງິນເດືອນກໍອອກແລ້ວ ຈັ່ງຊິເອົາລົດໄປເຂົ້າອູ່ໃດໜຶ່ງ ທີ່ບໍ່ແມ່ນສູນບໍລິການໃຫຍ່ໆ (ເພາະເຊື່ອວ່າຢູ່ນອກສູນ ລາຄາຈະຕໍ່ລອງກັນໄດ້ ແລະຈະປ່ຽນສະເພາະອັນຈຳເປັນ ຕາມຄວາມາມາດຂອງເງິນເດືອນ) ແຕ່ມັນບໍ່ເປັນຈັ່ງຊັ້ນ ອາການຂອງລົດມັນຮ້າຍແຮງ ຂຶ້ນຈົນເຖິງຂັ້ນຖ້າບໍ່ຈຳເປັນ ກໍຄົງຈອດມັນໄວ້ແລ້ວ.

ໃນຄວາມຈົນ ກໍຍັງມີບຸນຊ່ວຍ ບັງເອີນມີລູກຄ້າຕິດຕໍ່ມາຫາ ບຸນຄ້ຳ ເພື່ອຢາກໃຫ້ບຸນຄ້ຳອອກແບບເວັບໄຊ ຮ້ານຄ້າໃຫ້ແກ່ເຂົາ ມັນເປັນໂອກາດທອງແລ້ວ ບຸນຄ້ຳຮ່າງໃບສັນຍາໄປຫາລູກຄ້າ ເພື່ອເຊັນສັນຍາແລະຈ່າຍກ່ອນລ່ວງໜ້າ 50% (ລາຄາການສ້າງລະບົບເວັບ 1,500,000 ກີບ ກໍໄດ້ເງິນມາ 750,000 ກີບ ຄວາມຈິງແລ້ວເປັນເງິນລວມຂອງ ທີມງານສ້າງເວັບ ແຕ່ບຸນຄ້ຳຂໍໃຊ້ໄປກ່ອນ) ໄດ້ເງິນ 750,000 ມາຕື່ມໃສ່ເງິນທີ່ມີໃນກະເປົາ ລວມກັນປະມານ 1,000,000 ກວ່າກີບ ແຕ່ມັນກໍຍັງໄກກັບລາຄາທີ່ນາຍຊ່າງບອກໄວ້ (ເດົາໄວ້ວ່າຖ້າຢູ່ໃນສູນ 7 ລ້ານ ຢູ່ນອກກໍຕ້ອງປະມານ 5 ລ້ານ  ແນ່ນອນ) ຖືວ່າຍັງບໍ່ມີຄວາມສາມາດເອົາລົດເຂົ້າອູ່ໄດ້ ແຕ່ສະພາບລົດມັນຊິບໍ່ໄປໄດ້ແລ້ວ ມັນແກວ່ງແຮງ ແລະຕ້ອງຈັບພວງມະໄລຄືງໄວ້ ບໍ່ດັ່ງນັ້ນ ມັນຈະເຈີດອອກນອກທາງ.

ບຸນຄ້ຳ ຄົ້ນຄິດໃນໃຈຢ່າງໜັກ ບໍ່ເປັນອັນກິນອັນນອນ ຖ້າລົດເພ ລູກໄປໂຮງຮຽນບໍ່ໄດ້ ເມຍແລະໂຕເອງກໍໄປວຽກບໍ່ໄດ້ ເພາະໝົດຄອບຄົວມີລົດຮ້າຍຄັນດຽວນີ້. ເມື່ອເຖິງຄາວຈຳເປັນ ບຸນຄ້ຳ ຄິດອອກວ່າ ໄດ້ຮູ້ຈັກອ້າຍພວງ ຄົນບ້ານໂພນສະຫວັນໃຕ້ (ແຖວສະພານທອງ) ເມື່ອປະມານ 7 ປີກ່ອນ ເຄີຍໄປເຊົ່າຫ້ອງແຖວຢູ່ຫັ້ນ ແລະອ້າຍພວງມີອາຊີບ ສ້ອມແປງລົດເກົ່າແລ້ວຂາຍຕໍ່ ກໍເລີຍຕັດສິນໃຈຂັບລົດເພເຂົ້າໄປຫາອ້າຍພວງ ເລົ່າອາການຂອງລົດສູ່ອ້າຍພວງຟັງ ທຸກຢ່າງ.

ອ້າຍພວງບອກ ບຸນຄ້ຳວ່າ ມັນເປັນນຳຕີນລົດເຈົ້າມັນເກົ່າ ມັນກິນບໍ່ສະເໝີກັນ ຢາງມັນບວມ ເວົ້າແລ້ວອ້າຍພວງກໍຍ່າງມາຫາລົດຂອງ ບຸນຄ້ຳ ຊີ້ໃສ່ຢາງລົດທາງໜ້າ ທັງເວົ້າວ່າ ນີ້ໆ ເຈົ້າເຫັນບໍບຸນຄ້ຳ ຢາງລົດເຈົ້າມັນເກົ່າແລ້ວ ເຈົ້າໄປປ່ຽນຢາງໃໝ່ໃສ່ໂລດ ແລ້ວມັນຈະດີ ຖ້າບໍ່ດີໃຫ້ເອົາຂີ້ມາຕ້ວຍໃສ່ປາກຂ້ອຍໂລດ. ເມື່ອບຸນຄ້ຳໄດ້ຍິນ ຮູ້ສຶກໂລ່ງໃຈແລ້ວຢ້ຳວ່າ ແມ່ນແທ້ຫວາ ຄັນຂ້ອຍໄປປ່ຽນຢາງໃໝ່ໃສ່ແລ້ວມັນບໍ່ດີ ຂ້ອຍຈະອົມຂີ້ມາພົ່ນໃສ່ໜ້າເຈົ້າແທ້ໄດ!. ອ້າຍພວງບອກວ່າ ຂ້ອຍຮັບປະກັນ 1000% ຄັນຊິເອົາ 100% ມັນຄືຊິໜ້ອຍໂພດ ກໍເລີຍເພິ່ມໃຫ້ເປັນ 1000% .

ເມື່ອໄດ້ຮັບຄຳແນະນຳແລະຄຳຢືນຢັນ ຈາກອ້າຍພວງຈັ່ງຊັ້ນແລ້ວ ບຸນຄ້ຳ ກໍຮູ້ສຶກໂລ່ງໃຈພໍສົມຄວນ ແຕ່ກໍຍັງບໍ່ເຕັມຮ້ອຍເທື່ອ ເພາະຕ້ອງໄປປ່ຽນຢາງໃໝ່ໃສ່ກ່ອນ ຊິດີແທ້ຫຼືບໍ່ກໍຊິຮູ້ບາດນີ້ລະ. ບຸນຄ້ຳ ມາຄິດໄລ່ເງິນໃນຖົງໂສ້ງ ມີປະມານ ລ້ານກວ່າກີບ ສ່ວນລາຄາຢາງລົດອ້າຍພວງບອກວ່າ ເສັ້ນລະ 2 ພັນບາດ ເຊິ່ງຖ້າປ່ຽນທັງສອງເສັ້ນ ລາຄາກໍຢູ່ 4 ພັນບາດ ຫຼືປະມານ 1 ລ້ານກີບລົງມາ.

ພາຍຫຼັງເອົາລົດເຂົ້າອູ່ ປ່ຽນຢາງເປັນທີ່ຮຽບຮ້ອຍ ບຸນຄ້ຳ ຂັບລົດອອກຈາກອູ່ ກໍຮູ້ໄດ້ທັນທີວ່າ ຄຳເວົ້າຂອງອ້າຍພວງ ໂຄດຖືກຕ້ອງເລີຍ ເຊິ່ງບໍ່ໄດ້ແຕະ, ແປງ ຫຼືປ່ຽນ ເຄື່ອງອາໄຫຼ່ 7 ຢ່າງ ທີ່ສູນບອກເລີຍແມ່ນແຕ່ໜ້ອຍ. ຈາກເຫດການດັ່ງກ່າວ ບຸນຄ້ຳສາມາດ ສະຫຼຸບໄດ້ບົດຮຽນດັ່ງນີ້:
1. ບຸນຄ້ໍາ ຮູ້ວ່າອາການຂອງລົດ ແລ່ນບໍ່ທ່ຽງ, ພວງມະໄລບໍ່ທ່ຽງ ອາດຈະເປັນໄປໄດ້ວ່າ ຢາງລົດບໍ່ດີແລ້ວ.
2. ບຸນຄ້ຳ ຮູ້ວ່ານາຍຊ່າງຢູ່ສູນບໍລິການຫຼັງການຂາຍ ກໍບໍ່ແມ່ນຊິຮູ້ໄປໝົດທຸກເລື່ອງ ບາງເທື່ອແປງຜິດບ່ອນກໍໄດ້ ແລະເຊື່ອ 100% ວ່າ ຖ້າໄດ້ປ່ຽນອາໄຫຼ່ 7 ຢ່າງນັ້ນແລ້ວ ອາການຂອງລົດກໍບໍ່ດີຂຶ້ນແນ່ນອນ (ເສຍເງິນຖິ້ມຊື່ໆ ແຕ່ລົດບໍ່ດີຂຶ້ນ).
3. ການມີທີ່ປຶກສາ ທີ່ມີຄວາມຮູ້ ເປັນເລື່ອງທີ່ປະເສີດແນ່ນອນ.
4. ແລະໃນຄວາມຈົນຂອງຄົນເຮົາ ກໍມີດີຢູ່ໃນໂຕຂອງມັນ ເຊັ່ນ ສົມມຸດວ່າ ບຸນຄ້ໍາ ເປັນຄົນລວຍ ແນ່ນອນວ່າບຸນຄ້ຳຈະຈົກເງິນ 7,000,000 ກີບ ເພື່ອແປງລົດ ແລ້ວລົດກໍບໍ່ດີຂຶ້ນ ແລ້ວຕ້ອງຊື້ຢາງໃໝ່ ຫຼືອາໄຫຼ່ແນວອື່ນໃສ່ຕື່ມ ເຊິ່ງອາດຈະໝົດຫຼາຍກວ່ານັ້ນໂດຍບໍ່ຈຳເປັນ.

ເອີ!!!! ຄວາມຈົນມັນກໍຍັງມີມຸມດີໆ ຂອງມັນຢູ່!!

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...