spot_img
Homeຄວາມງາມອາຫານ​ບຳ​ລຸງ​ເສັ້ນ​ຜົມ

ອາຫານ​ບຳ​ລຸງ​ເສັ້ນ​ຜົມ

Published on

27_201507151634521.

       ການ​ຈະ​ມີ​ສຸຂະພາບ​ຜົມ​ທີ່​ດີ ຜົມ​ບໍ່​ລ່ວງ​ຫລຸດ​ງ່າຍເສັ້ນ​ຜົມ​ນຸ່​ມ ບໍ່​ໄດ້​ຢູ່​ທີ່​ຜະລິດຕະພັນ​ເບິ່ງແຍງ​ເສັ້ນ​ຜົມ​ພຽງ​ເທົ່າ​ນັ້ນ ການ​ຮັບປະທານ​ອາຫານ​ກໍ​ສຳຄັນ ເພາະ​ມີ​ສານ​ອາຫານ​ທີ່​ເສັ້ນ​ຜົມ​ຕ້ອງ​ການ
– ໄບ​ໂອ​ຕິນ ເປັນ​ສ່ວນ​ສຳຄັນ​ທີ່​ເຮັດໃຫ້​ເລັບ,ຜິວ​ໜັງແລະ​ເສັ້ນ​ຜົມ​ຂອງ​ເຮົາ​ມີ​ສຸຂະພາບ​ດີ​ແລະ​ແຂງ​ແຮງ ມີ​ຫລາຍ​ໃນຕັບ​ໝູ,ໝາກໄຂ່ຫລັງ​ງົວ,ຊື້ນ​ງົວ,ປາ​ຊຂາວ, ໄຂ່ ດອກ​ກະ​ຫລ່ຳ,ກະ​ຫລ່ຳ​ປີ,ເຫັດ
– ສັງ​ກະສີ ຊ່ວຍ​ໃຫ້​ເສັ້ນ​ຜົມ​ບໍ່​​ຫັກ​ງ່າຍປ້ອງ​ກັນ​ການ​ຫລຸດ​ລ່ວງ​ຂອງ​ເສັ້ນ​ຜົມຫາ​ໄດ້​ໃນ​ຫອຍ​ນາງ​ລົມ ,ຖົ່ວ​ລິດ​ສົງ,ເມັດ​ໝາກອຶ
– ອາຫານ​ທີ່​ມີ​ໂປ​ຕີນ​ສູງ ສາມາດ​ປົກ​ປ້ອງ​ແລະ​ຊ່ອມ​ແຊມ​ເສັ້ນ​ຜົມ ຊ່ວຍ​ລຸດ​ການ​ຫລຸດ​ລ່ວງ​ແລະ​ການ​ແຕກ​ຫັກ​ຂອງ​ເສັ້ນ​ຜົມເຮັດໃຫ້​ເສັ້ນ​ຜົມ​ແຂງ​ແຮງ
– ນົມ​ຖົ່ວ​ເຫລືອງ ຈະຊ່ວຍ​ໃຫ້​ໃນ​ເລື່ອງ​ຄວາມ​ຍາວ​ຂອງ​ເສັ້ນ​ຜົມ

– ວິ​ຕາ​ມິນບີ ຊ່ວຍ​ກະຕຸ້ນ​ໜັງ​ຫົວ,ສ້າງ​ເສັ້ນ​ຜົມ​ໃໝ່ ບຳ​ລຸງ​ເສັ້ນ​ຜົມ​ໃຫ້​ມີ​ສຸກຂະພາບ​ດີ ປະກອບ​ດ້ວຍ B1, B2, B3, B5, B6, B9 ແລະ B12
– ຜັກ​ໃບ​ຂຽວຊ່ວຍ​ສ້າງ​ໄຂ​ມັນ​ຕາມ​ໜັງ​ຫົວ
– ໄຂ່  ອຸດົມ​ໄປ​ດ້ວຍ​ໂປ​ຕີນ,ໄບ​ໂອ​ຕິນ ວິ​ຕາ​ມິນ​ບີ 12 ຊ່ວຍ​ໃຫ້​ເສັ້ນ​ຜົມ​ແຂງ​ແຮງ ບຳ​ລຸງ​ບໍ່​ໃຫ້​ຜົມ​ແຕກ​ປາຍ

– ກ້ວຍ ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ບີ6 ຊິ​ລິ​ກາ ຊ່ວຍ​ບຳ​ລຸງ​ໃຫ້​ເສັ້ນ​ຜົມ​ແຂງ​ແຮງ ປ້ອງ​ກັນ​ການ​ຂາດ​ຫລຸດ​
– ນ້ຳ ເພື່ອ​ໃຫ້​ເສັ້ນ​ຜົມ​ມີ​ຄວາມ​ຊຸ່ມ​ຊື້ນ ປ້ອງ​ກັນ​ບໍ່​ໃຫ້​ຜົມ​ແຫ້ງ

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...