Homeຂ່າວທ້ອງຖິ່ນນ້ຳເຊບັ້ງໄຟຂຶ້ນສູງ ກາຍລະດັບເຕືອນໄພ ໄຫລເຂົ້າຖ້ວມພື້ນທີ່ຕ່ຳຫລາຍເຂດ!

ນ້ຳເຊບັ້ງໄຟຂຶ້ນສູງ ກາຍລະດັບເຕືອນໄພ ໄຫລເຂົ້າຖ້ວມພື້ນທີ່ຕ່ຳຫລາຍເຂດ!

Published on

flood

ເຈົ້າໜ້າທີ່ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ໄດ້ລາຍງານ ໃຫ້ຮູ້ໃນວັນທີ 21 ກໍລະກົດນີ້ ວ່າ: ພາຍຫລັງເກີດມີສະພາບຝົນຕົກ ແຮງຕິດຕໍ່ກັນຫລາຍ ວັນໃນເຂດພາກກາງ ແລະ ພາກໃຕ້ຂອງ ປະເທດ, ໄດ້ເຮັດໃຫ້ຫ້ວຍນ້ຳລຳເຊນ້ອຍໃຫຍ່ລວມເຖິງ ສາຂາແມ່ ນ້ຳຂອງ ຫລາຍສາຍມີປະ ລິມານນ້ຳຍຶ່ງສູງຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມພື້ນທີ່ການຜະລິດແລະ ເຮືອນຊານບ້ານຊ່ອງ ຂອງປະຊາຊົນໃນຫລາຍເຂດ, ໂດຍສະເພາະແມ່ນ ສາຍນ້ຳເຊ ບັ້ງໄຟທີ່ວັດແທກຢູ່ຈຸດຂົວເຊບັ້ງໄຟໃນເວລາປະມານ 7:00 ໂມງຂອງວັນທີ 21 ກໍລະກົດນີ້, ມີຄ ວາມສູງລະດັບ 18,26 ແມັດ, ຖືວ່າກາຍລະດັບເຕືອນໄພທີ່ກຳນົດໄວ້ຄື 17,50 ແມັດ, ເຊິ່ງໄດ້ເຮັດນ້ຳ ເຊດັ່ງກ່າວໄຫລ່ເຂົ້າຖ້ວມເນື້ອ ທີ່ການຜະລິດ ແລະ ເຮືອນຊານປະຊາຊົນໃນເຂດລຽບແຄມນ້ຳເຊ ແລະ
ບ່ອນພື້ນທີ່ຄ້ອຍຕ່ຳຈຳນວນໜຶ່ງ ແລະຄາດວ່າປະລິມານນ້ຳອາດຈະສູງຂຶ້ນອີກປະມານ 20-30 ຊັງຕີ ແມັດ ໃນໜຶ່ງຫາສອງວັນຕໍ່ໜ້ານີ້ເນື່ອງຈາກສະພາບອາກາດໃນເຂດພາກກາງຫາ ພາກໃຕ້ຍັງມີຮ່ອງ ຄວາມກົດດັນອາກາດຕ່ຳສືບຕໍ່ພັດຜ່ານສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກຕຶ່ມອີກເປັນບໍລິເວນກວ້າງ, ດັ່ງນັ້ນຈຶ່ງເຕືອນໃຫ້ປະຊາຊົນທີ່ ອາໄສຢູ່ລຽບຕາມ ສາຍນ້ຳເຊບັ້ງໄຟ ແລະ ສາຍນ້ຳອື່ນໆຈົ່ງມີສະຕິລະວັງຕົວຕໍ່ສະພາບອາກາດທີ່ແປປວນ ແລະ ຝົນຕົກ ໜັກ ແລະ ເກັບມ້ຽນວັດຖຸສິ່ງຂອງ ແລະ ສັດ ລ້ຽງໄປໄວ້ພື້ນທີ່ສູງປອດໄພ.

 

ຂອບໃຈຂ່າວຈາກ:

ລພນ

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...