Homeຂ່າວພາຍ​ໃນ‎10 ນັກເຕະດາວຮຸ່ງທີ່ຄ່າຕົວແພງທີ່ສຸດໃນໂລກ‬

‎10 ນັກເຕະດາວຮຸ່ງທີ່ຄ່າຕົວແພງທີ່ສຸດໃນໂລກ‬

Published on

ຜ່ານມາ ກໍ່ມີນັກເຕະດາວຮຸ່ງຫຼາຍຄົນທີ່ເຄີຍສ້າງຄວາມຮືຮາໃນການຍ້າຍທີມດ້ວຍຄ່າຕົວທີ່ແພງ ແບບໄດ້ຍິນແລ້ວກໍ່ຮ້ອງ “ໂອ ! ” ຢ່າງໃດກໍ່ຕາມ, ຖ້າ ເຮົາເບິ່ງໄປໃນອະນາຄົດອາດຈະໝາຍເຖິງກຳລັງອັນມະຫາສານທີ່ຈະຫຼັ່ງໄຫຼເຂົ້າສະໂມສອນເຂົາເຈົ້າແບບວ່າ ແພງ ແຕ່ຄຸ້ມ !
ແຕ່ຖ້າເບິ່ງໄປໃນອີກມູມໜຶ່ງ ກໍ່ບໍ່ໄດ້ໝາຍຄວາມວ່າ ນັກເຕະດາວຮຸ່ງທີ່ມີຄ່າຕົວແພງໆ ຈະຮັບປະກັນໄດ້ວ່າ ພວກເຂົາຈະປະສົບຜົນສຳເລັດ ແລະ ສ້າງກຳ ໄລໃຫ້ກັບສະໂມສອນໄດ້ໝົດທຸກຄົນ ຫຼື ເດັກນ້ອຍໄວໜຸ່ມ ໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ທີ່ດີ ໃນມື້ໜ້າ ໝົດທຸກຄົນໄດ້. ສະ ນັ້ນ ເຮົາໄປຮູ້ຈັກ ກັບ 10 ນັກ ເຕະດາວຮຸ່ງ ທີ່ມີຄ່າຕົວແພງທີ່ສຸດໃນໂລກວ່າມີໃຜແດ່

10: ອັນແດສັນ ອາຍຸ 18 ປີ ຍ້າຍຈາກສະໂມສອນ ເອັຟຊີ ປໍໂຕ ໃນລີກໂປຕຸເກດ ໄປຫຼິ້ນໃຫ້ກັບ ສະໂມສອນ ແມນເຊັສເຕີ ຢູໄນເຕັດ ດ້ວຍຄ່າຕົວ 25 ລ້ານປອນ ພ້ອມຮັບຄ່າເມື່ອຍ 80 ພັນປອນຕໍ່ອາທິດ.

162528mxhajxbnllaswtjx

9: ເວນ ຣູນີ ອາຍຸ 18 ປີ ຍ້າຍ ຈາກສະໂມສອນເອັຟເວີຕັນ ໄປ ຫຼິ້ນໃຫ້ກັບ ສະໂມສອນ ແມນເຊັສເຕີ ຢູໄນເຕັດ ດ້ວຍຄ່າຕົວ 27 ລ້ານປອນ ພ້ອມຮັບຄ່າເມື່ອຍ 50 ພັນປອນຕໍ່ອາທິດ.

เวย์น-รูนี่ย์

8: ລຸກຊໍ ອາຍຸ 18 ປີ ຍ້າຍ ຈາກສະໂມສອນ ເຊົາແທມຕັນ ໄປຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ (ພຣີເມຍລີກ ອັງ ກິດ) ດ້ວຍຄ່າຕົວ 27 ລ້ານ ປອນ ພ້ອມຮັບຄ່າເມື່ອຍ 1,2 ແສນປອນຕໍ່ອາທິດ.

ดาวน์โหลด

7: ໂຣເມລູ ລູກາກູ ອາຍຸ 21 ປີ ຍ້າຍຈາກສະໂມສອນ ເຊລຊີ ໄປຫຼິ້ນໃຫ້ກັບ ເອັຟເວີຕັນ (ພຣີ ເມຍລີກ ອັງກິດ) ດ້ວຍຄ່າຕົວ 28 ລ້ານປອນ ພ້ອມຮັບຄ່າເມື່ອຍ 75 ພັນປອນຕໍ່ອາທິດ.

61153ba6-2c5f-11e3-87b5-65ed3fbb5248_original.jpg_h380.jpg_568(1)

6: ຮາເວຍ ຊາວິໂອລາ ອາຍຸ 19 ປີ ຍ້າຍຈາກສະໂມສອນ ຣິເວີ ເພລດ ໃນລີກອາເຈນຕິນາ ໄປຫຼິ້ນໃຫ້ກັບ ສະໂມສອນ ບາເຊໂລນາ ໃນລາລີກາ ສະເປນ ດ້ວຍຄ່າຕົວ 29 ລ້ານປອນ ພ້ອມຮັບຄ່າເມື່ອຍ 90 ພັນ ປອນຕໍ່ອາທິດ.

newswide11689802860

5: ລູຄັສ ມູຣາ ອາຍຸ 19 ປີ ຍ້າຍຈາກສະໂມສອນ ເຊົາ ເປົາ ໂລ ໃນລີກບຣາຊິລ ໄປຫຼິ້ນໃຫ້ ກັບ ສະໂມສອນ ປາຣີສ ແຊງ- ແຊກແມງ ໃນລີກ ອ໊ອງຝຣັ່ງ ດ້ວຍຄ່າຕົວ 31,8 ລ້ານປອນ ພ້ອມຮັບຄ່າເມື່ອຍ 82 ພັນ ປອນຕໍ່ອາທິດ.

PSG-Paris-Saint-Germain-Lucas-Moura

4: ມາຣິໂອ ເກິດເຊ ອາຍຸ 20 ປີ ຍ້າຍຈາກສະໂມສອນ ໂບຣຸສເຊຍ ດ໋ອດມູນ ໄປຫຼິ້ນໃຫ້ກັບ ສະໂມສອນ ບາເຢິນ ມິວນິກ (ບຸນເດສ ລີກາ ເຢຍລະມັນ) ດ້ວຍຄ່າຕົວ 32 ລ້ານປອນ ພ້ອມຮັບຄ່າເມື່ອຍ 1,15 ແສນ ປອນຕໍ່ອາທິດ.

131129H1U33350

3: ເອເດນ ອາຊາ ອາຍຸ 21 ປີ ຍ້ານຈາກສະໂມສອນລີລ ໃນລີກອ໊ອງ ຝຣັ່ງ ໄປຫຼິ້ນໃຫ້ກັບ ສະໂມສອນ ເຊລຊີ ແຫ່ງພຣີເມຍລີກ ອັງກິດ ດ້ວຍຄ່າຕົວ 32,5 ລ້ານປອນ ພ້ອມຮັບຄ່າເມື່ອຍ 1,5 ແສນປອນຕໍ່ອາທິດ.

Britain Soccer Premier League

2: ເນມາ ອາຍຸ 21 ປີ ຍ້າຍຈາກ ສະໂມສອນ ຊານໂຕສ ໃນລີກ ບຣາຊິລ ໄປຫຼິ້ນໃຫ້ກັບ ສະໂມ ສອນ ບາເຊໂລນາ ໃນລາລີກາ ສະເປນ ດ້ວຍຄ່າຕົວ 48,6 ລ້ານປອນ ພ້ອມຮັບຄ່າເມື່ອຍ 1,5 ແສນປອນຕໍ່ອາທິດ ເປັນ ເວລາ 5 ປີ.

00010

1: ຣາຮິມ ສະເຕີລິງ ອາຍຸ 20 ປີ ຍ້າຍຈາກສະໂມສອນ ລິເວີພູລ ໄປຫຼິ້ນໃຫ້ກັບ ສະໂມສອນ ແມນເຊັສເຕີ ຊິຕີ (ພຣີເມຍລີກ ອັງກິດ) ເປັນເວລາ 5 ປີ ດ້ວຍ ຄ່າຕົວ 49 ລ້ານປອນ ພ້ອມຮັບ ຄ່າເມື່ອຍອີກ 1,8 ແສນປອນ ຕໍ່ອາທິດ.

img-20150415-raheem-sterling

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...