Homeລົດຍົນ-ຍານພາຫະນະການ​ລ້າງ​ລົດ​ມີ​ຄວາມ​ຈຳ​ເປັນ ຫຼື ບໍ?

ການ​ລ້າງ​ລົດ​ມີ​ຄວາມ​ຈຳ​ເປັນ ຫຼື ບໍ?

Published on

1247360490

ຫຼາຍຄົນ​ສົງ​ໄສ​ວ່າ ​ຖ້າ​ເຮົາ​ບໍ່​ໄດ້​ລ້າງ​ລົດ​ເປັນ​ປີ ຈະ​ມີ​ຜົນ​ເສຍ​ຕໍ່ຊ່ວງ​ລ່າງ ແລະ ເຄື່ອງຈັກ ບໍ? ບາງ​ຄົນ​ປົກກະຕິ​ລ້າງ​ລົດ ກໍ​ລ້າງ​ສີ​ຢ່າງ​ດຽວ ບໍ່ຄ່ອຍ​ໄດ້​ໄປ​ຫຍຸ້ງ​ກ່ຽວກັບ​​ເຄື່ອງຈັກ ​ເພາະວ່າ​ຢ້ານ​ມີ​ບັນຫາ​ລະບົບ​ນ້ຳກັບ​ໄຟ ​ແຕ່​ເມື່ອ​ໃຊ້​ໄປ​ດົນໆ ກໍ​ພົບ​ບັນຫາ​ຂີ້ຝຸ່ນ​ເກາະ​ຕິດ ຢ້ານ​ວ່າ​ຈະ​ບໍ່ງາມ ຢາກ​ຈະ​ເອົາ​ໄປ​ລ້າງ​ອັດ​ສີດ ​ເພື່ອ​ລ້າງເຄື່ອງຈັກ ​ແລະ ​ທາງ​​ໃຕ້​ກ້ອງ​ລົດ​ບາດ​ດຽວ.

ຈຶ່ງ​ເກີດ​ຄຳ​ຖາມ​ວ່າ ຖ້າ​ເຮົາ​ບໍ່​ໄດ້​ລ້າງ​ລົດ​ເປັນ​ປີ ຈະ​ມີ​ຜົນ​ເສຍ​ຕໍ່ຊ່ວງ​ລ່າງຂອງ​ລົດ​ເຊັ່ນ: ຂີ້ດິນ, ຂີ້ຕົມ ຫຼື ຂີ້ຝຸ່ນ​ໄປ​ເກາະ​ຕິດ​ເຮັດ​ໃຫ້​ເປິ​ເປື້ອນ​ເທົ່າ​ນັ້ນ ຫຼື ອາດ​ຈະ​ເຮັດ​ເກີດ​ເປັນ​ຂີ້ໝ້ຽງ​ໄດ້ ຫຼື ບໍ? ການ​ທີ່​ຈະ​ລ້າງ​ອັດ​ສີດ​ຕົວ​ເຄື່ອງ ຫຼື ທາງ​​ໃຕ້ກ້ອງ​ລົດ ​ແນວ​ໃດ​ກໍ​ໄດ້ຕາມ​ແຕ່​ຕ້ອງການ ​ແຕ່​ລະວັງ​ຈະ​ພົບ​ກັບ​ເຄື່ອງ​ສີດ​ນ້ຳ​ແບບ​ແຮງໆ. ສິ່ງ​ສຳ​ຄັນ​ຄື ຢ່າງ​ສີດ​ນ້ຳລ້າງ​​ເຄື່ອງຈັກ ​ເພາະ​ລະບົບ​ໄຟຟ້າ​ອາດ​ຈະ​ເປ່​ເພ​ໄດ້ ​ເພາະ​ເມື່ອ​ພົບ​ກັບ​ເຄື່ອງ​ສີດ​ນ້ຳ​ແຮງ​ດັນ​ສູງ​ເຂົ້າ​ໄປ ລະບົບ​ໄຟຟ້າ​ອາດ​ຈະ​ບໍ່ປົກກະຕິ ຫຼື ​ເສຍ​ຫາຍ ສະນັ້ນທາງ​ທີ່​ດີ ລ້າງ​ທາງ​ນອກ​ພ້ອມ​ດ້ວຍ​ດູດ​ຂີ້ຝຸ່ນ​ອອກກໍໜ້າຈະ​ພໍ​ແລ້ວ.

​ແຕ່​ຫາກ​ເຫັນ​ວ່າ​ໄປ​ໄສ​ຕ້ອງ​ໄດ້​ລຸຍ​ຂີ້ຕົມ​ຂີ້ຝຸ່ນຫຼາຍ ທຳ​ໃຈບໍ່​ໄດ້​ຢາກ​ຈະ​ລ້າງ​ອັດ​ສີດ​ໃຕ້​ກ້ອງ​ລົດ, ລໍ້​ແມັກ ​ແລະ ອື່ນໆ ກໍ​ບໍ່ມີ​ບັນຫາ ​ແຕ່​ຢ່າງ​ທີ່​ບອກຢ່າ​ສີດ​ນ້ຳລ້າງ​​ເຄື່ອງຈັກ​ໂດຍ​ເດັດຂາດ​ເພາະ​ມັນ​ສ່ຽງຫຼາຍ. ຮ້ານ​ລ້​າງລົດ​ທີ່​ດີ​ມີ​ຄຸນ​ນະພາ​ບຈະ​ບໍ່ລ້າງ​​ເຄື່ອງຈັກ​ດ້ວຍ​ເຄື່ອງ​ສີດ​ນ້ຳ​ແຮງ​ດັນ​ສູງ ​ແຕ່​ຈະ​ມີ​ສະ​ເປກຳຈັດ​ຄາບ​ໃນ​ເຄື່ອງຈັກ ສີດ​ແລ້ວ​ປ່ອຍປະ​ໄວ້ຈາກ​ນັ້ນກໍ​ໃຫ້​ໃຊ້​ແປງຂັດ​ຖູ​ອອກ ​ແລ້ວ​ໃຊ້​ນ້ຳ​ຢາ​ຈາກ​ສາຍ​ຢາງ​ແຮງ​ດັນ​ທຳ​ມະ​ດາ​ລ້າງ​ອອກ.

ການ​ດູ​​ແລ​ເຄື່ອງຈັກ​ໃຫ້ສະອາດ​ຍັງ​ຊ່ວຍ​ໃຫ້ການກວດ​ສອບ​ຄວາມ​ເສຍ​ຫາຍ​ໃນ​ເຄື່ອງ​ລົດ​ເຊັ່ນ: ທໍ່ ຫຼື ສາຍ​ຕ່າງໆ ອາດ​ຈະ​ຈີກ, ​ແຕກ, ມີ​ຂອງ​ແຫຼວຮົ່ວ​ຊຶມ​ສາມາດ​ເຫັນ​ໄດ້​ງ່າຍ ​ແກ້​ໄຂ​ໄດ້​ທັນ. ນອກ​ນັ້ນ ຍັງ​ເຮັດ​ໃຫ້​ສາມາດ​ຍືກອາຍຸ​ການ​ໃຊ້​ການ​ຂອງ​ລົດ​ທ່ານ​ໄດ້​ອີກ​ດ້ວຍ. ​ແຕ່​ຖ້າ​ທ່ານເອົາ​ລົດ​ໄປ​ລ້າງ​ອັດ​ສີດ ຕ້ອງ​ລະວັງ​ກໍລະນີ ລົດ​ແລ່ນ​ຈົນ​ອຸນຫະພູມ​ຂຶ້ນ​ເຖິງ​ລະດັບ​ປົກກະຕິ​ແລ້ວ​ໄປ​ລ້າງ​ອັດ​ສີດ ​ເອົາ​ນ້ຳສີດ​ໃສ່​ເຄື່ອງ​ຈັກ, ສີດ​ໃສ່​ໃຕ້​ກ້ອງ​ລົດ ​ເມື່ອ​ອຸນຫະພູມ​ສູງ ພົບ​ນ້ຳ​ເຢັນ​ຈະ​ເກີດ​ອາການ​​ແຕກ​ແຫງ ຫຼື ບໍ? ​ໂດຍ​ສະ​ເພາະ​ໃນ​ກໍລະນີ​ໄປ​ຮ້ານ​ລ້າງ​ອັດ​ສີດ​ທີ່​ບໍ່ຕ້ອງ​ໄດ້​ລໍ​ຄິວ​ເລີຍ​ຈະ​ເປັນ​ການ​ດີ. ການ​ລ້າງ​​ເຄື່ອງ​ຈັກ​ໃນ​ຂະນະ​ທີ່​ເຄື່ອ​ງກຳລັງ​ຮ້ອນນັ້ນ ຖື​ວ່າ​ອັນຕະລາຍ ​ເຄີຍ​ເກີດ​ໃນ​ກໍລະນີ​ເສື້ອສູບ​ແຕກ​ແຫງ​ ເພ​າະ​ຖ້າ​ເປັນໃນ​ກໍລະນີ​ນີ້​ແລ້ວທ່ານ​ກໍ​ຄວນ​ປະ​ລົດ​ພັກ​ໄວ້​ກ່ອນ​ຈັກໜ້ອຍ​ແລ້ວ​ຄ່ອຍ​ລ້າງ​ເຄື່ອງ​ຈັກ​ມັນ ຫຼື ອາດ​ຈະ​ເປີດ​ຝາ​ກະ​ໂປງ​ລົດ​ແລ້ວ​ເອົາ​ພັດ​ລົມ​ມາ​ເປົ່າ​ໃສ່​ປະມານ 15-30 ນາທີ​ກໍໜ້າຈະ​ຊ່ວຍ​ລົດ​ຂອງ​ທ່ານ​ໄດ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...