spot_img
Homeຂ່າວການພັດທະນາລັດຖະບານຫາທາງຊ່ວຍ ບໍລິສັດໃຫ້ລອດຕາຍຈາກໜີ້

ລັດຖະບານຫາທາງຊ່ວຍ ບໍລິສັດໃຫ້ລອດຕາຍຈາກໜີ້

Published on

ລັດ ໃຊ້ມາດຕະການຜ່ອນຜັນດ້ວຍວິທີອວ່າຍໜີ້3ແຈ ຊ່ວຍບັນດາບໍລິສັດຕ່າງໆລອດຕາຍ ຫລື ມີເງິນໄປໃຊ້ໜີ້
ຂປລ, ໃນສະພາບທີ່ບັນດາບໍລິສັດ ໄດ້ຢືມເງິນຈາກທະນາຄານ ເພື່ອກໍ່ສ້າງພື້ນຖານໂຄງລ່າງ ຂອງລັດ ທີ່ຍັງບໍ່ສາມາດຊຳລະໜີ້ຄືນໃຫ້ທະນາຄານ ແຕ່ກົງກັນຂ້າມ ລັດຖະບານ ຍັງຕິດໜີ້ບັນ ດາບໍ ລິສັດເຫລົ່ານັ້ນຢ່າງຫລວງຫລາຍ ເຮັດໃຫ້ເກີດສະພາບຄວາມບໍ່ຄ່ອງຕົວຂອງບໍລິສັດ ແລະ ທະນາຄານສົ່ງຜົນໃຫ້ບັນດາບໍລິສັດ ບໍ່ສາມາດເຂົ້າຫາແຫລ່ງທຶນຂອງທະນາຄານໄດ້.
ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າທະນາຄານແຫ່ງ ສປປລາວ (ທຫລ) ກ່າວໃນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VII ວ່າ: ຕໍ່ກັບບັນຫາທີ່ກ່າວມານັ້ນ ທຫລ ໄດ້ສະເໜີຂັ້ນເທິງຊອກຫາວິທີແກ້ໄຊ ດ້ວຍການອວ່າຍໜີ້ 3 ແຈ ເພື່ອຊ່ວຍບັນດາບໍລິສັດເຫລົ່າ ນັ້ນມີເງິນໄປຊຳລະໜີ້ໃຫ້ທະນາຄານ ໂດຍສະເພາະ ການແກ້ໄຂໜີ້ສິນຂອງລັດຕໍ່ບໍລິສັດໃຫ້ຫລຸດລົງ ແລະ ຈະຊ່ວຍແກ້ໄຂສະພາບຄ່ອງໃຫ້ແກ່ລະບົບທະນາຄານ, ດັ່ງນັ້ນ ຈຶ່ງໄດ້ຮັບການເຫັນດີ ຈາກຂັ້ນ ເທິງໃຫ້ກະຊວງການເງິນກູ້ຢືມໄລຍະຍາວ 20 ປີ ນຳ ທຫລ ເພື່ອມີແຫລ່ງທຶນຕົວຈິງ ເຂົ້າໄປການແກ້ ໄຂໜີ້ສິນ ໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງລັດ(ການປະຕິບັດມາດຕະການດັ່ງກ່າວ ສາມາດ ປະຕິບັດໄດ້ໃນເງື່ອນໄຂ ທີ່ສະພາບເງິນເຟີ້ຢູ່ໃນລະດັບຕ່ຳ ແລະ ທຫລ ໄດ້ຢຸດຕິການປ່ອຍສິນເຊື່ອໂດຍ ກົງໃຫ້ຫົວໜ່ວຍທຸລະກິດ).
ທ່ານ ນາງ ວັດທະນາ ດາລາລອຍ ໄດ້ກ່າວຕື່ມວ່າ:ດ້ວຍທິດທາງດັ່ງກ່າວ ຄະນະແກ້ໄຂໜີ້ລະ ດັບຊາດ ໂດຍມີທ່ານ ຮອງນາຍົກລັດຖະມົນຕີ,ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິການ ເປັນຫົວໜ້າຄະນະ ໄດ້ກຳນົດເງື່ອນໄຂຄື: ບໍລິສັດຕິດໜີ້ທະນາຄານ, ໂຄງການນອນໃນແຜນທີ່ສະພາ ແຫ່ງຊາດຮັບຮອງເອົາ ທີ່ລັດມີພັນທະຈ່າຍຍ້ອນໂຄງການສຳເລັດ 100 % ຫລືໂຄງການສືບຕໍ່ໃຫ້ສຳ ເລັດ ແລະ ຊຳລະໂດຍກົງໃຫ້ທະນາຄານກ່ຽວຂ້ອງ, ພ້ອມໄດ້ຄົ້ນຄວ້າ ແລະ ຕົກລົງປະຕິບັດອວ່າຍໜີ້ 3 ແຈຄື: ງວດ 1 (ຕາມຂໍ້ຕົກລົງສະບັບເລກທີ04/ຄກຊ ລົງວັນທີ 15/1/2015) ສາມາດຈັດຕັ້ງປະຕິ ບັດອວ່າຍໜີ້ໃຫ້ແກ່ 30 ບໍລິສດ ເປັນເງິນຈຳນວນທັງໝົດ 827,04 ຕື້ກີບ, ໃນການອວ່າຍໜີ້ເທື່ອນີ້ ມີໜີ້ບ້ວງ ປົກກະຕິ(PL) ທັງໝົດ 527,96ຕື້ກີບ ກວມ63,84% ຂອງການອວ່າຍທັງໝົດ ແລະ ມີໜີ້ ເສຍ (NPL) ທັງໝົດ 299,06ຕື້ກີບ ກວມ36,16% ຂອງການອວ່າຍທັງໝົດ, ສຳລັບ ພັນທະອາ ກອນແມ່ນບໍລິສັດຊຳລະໃຫ້ກະຊວງການເງິນໂດຍກົງ ແລະ ງວດທີ 2 ເປັນເງິນຈຳນວນທັງໝົດ 2.045,46ຕື້ກີບໃຫ້ແກ່ 129ບໍລິສັດ(ຕາມຂໍ້ຕົກລົງເລກທີ18/ຄກຊ ລົງວັນທີ 7/5/2015) ຮອດ ວັນທີ24/6/2015 ໄດ້ອວ່າຍໜີ້ສຳເລັດແລ້ວ 86 ບໍລິສັດມູນຄ່າ 1.430,63ຕື້ກີບ ໃນນີ້ ອວ່າຍໜີ້ປົກ ກະຕິ ຈຳນວນ 1.311,4ຕື້ກີບ ກວມ 64,11% ຂອງແຜນການອວ່າຍໜີ້ທັງໝົດ ແລະ ໜີ້ເສຍ ຈຳ ນວນ 119,22 ຕື້ກີບ ກວມ 5,83% ຂອງແຜນອວ່າຍທັງໝົດ, ຍັງເຫລືອ43ບໍລິສັດ ທີ່ຍັງບໍ່ທັນໄດ້ ອວ່າຍມີມູນຄ່າ ທັງໝົດ 614,77ຕື້ກີບ ໃນຈຳນວນ 86 ບໍລິສັດທີ່ໄດ້ອວ່າຍໜີ້ແລ້ວນັ້ນ ກະຊວງການ ເງິນ ໄດ້ຄິດໄລ່ຫັກອາກອນໄວ້ ຈຳນວນ 156,48ຕື້ກີບ ການປະຕິບັດນະໂຍບາຍນີ້ ໄດ້ເຮັດໃຫ້ສະ ພາບເຄັ່ງຕຶງຂອງໜີ້ສິນເບົາບາງລົງໃນລະດັບໃດໜຶ່ງ.
11665402_1463408273975922_6615881236538296113_n

ໂດຍ: ສຸກສະຫວັນ
ພາບ: ອ່າຍຄຳ
ຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...