spot_img
Homeຄວາມງາມ5 ວິທີ ເພີ່ມ​ຄອນ​ລາ​ເຈນ​ເທິງ​ໃບ​ໜ້າ

5 ວິທີ ເພີ່ມ​ຄອນ​ລາ​ເຈນ​ເທິງ​ໃບ​ໜ້າ

Published on

1

   ມື້​ນີ້​ລາວໂພສ ຂໍ​ນຳ​ສະເໜີ​ເທັກ​ນິກ​ເສີມ​ຄອນ​ລາ​ເຈນ​ເທິງ​ໃບ​ໜ້າ​ໃຫ້​ຕົວ​ເອງ ຄອນ​ລາ​ເຈນ​ເປັນ​ສ່ວນ​ປະກອບ​ຂອງ​ເນື້ອ​ເຍື່ອ​ກ່ຽວ​ພັນ​ທີ່​ຊ່ວຍ​ເສີມ​ສ້າງ​ຄວາມ​ຍືດ​ຫຍຸ່ນ​ໃຫ້​ແກ່​ຜິວ ເຮັດໃຫ້​ຜິວ​ເບິ່ງ​ອ່ອນ​ເຍົາໄວ,ນຸ່ມ​ນວນມື້ນີ້ເລີຍຂໍແນະ​ນຳ​ການສ້າງ​ຄອນ​ລາ​ເຈນ​ດ້ວຍ​ຕົວ​ເອງ 5 ວິທີ​ດັ່ງນີ້

  1. ກິນ​ອາຫານ​ທີ່​ອຸດົມ​ໄປ​ດ້ວຍ ວິ​ຕາ​ມິນ​ຊີ ຊຶ່ງ​ເປັນ​ສານ​ອາຫານ​​ໃນ​ການສ້າງ​ຄອນ​ລາ​ເຈນເຊັ່ນໝາກເລັ່ນ​,ບລອກ​ໂຄ​ລີ

2

       2.   ກິນ​ເຂົ້າ​ກ້ອງ​ເປັນ​ປະຈຳ​ທຸກ​ມື້

3

 3. ກິນ​ອາຫານ​ບຳ​ລຸງ​ຜິວ​ທີ່​ມີ​ສ່ວນ​ສົມ​ຂອງ​ຊາ​ດຳ,ຊາ​ຂຽວທີ່​ອຸດົມ​ໄປ​ດ້ວຍສານ​ແອນ​ຕິ​ອອກ​ຊິ​ແດນຊຶ່ງ​ມີ​ຄຸນສົມບັດ​ຢັບຢັ້ງຄວາມແກ່ກ່ອນໄວ

4

 4. ກິນ​ກະ​ທຽມ ເນື່ອງ​ຈາກ​ອາຫານ​ບາງ​ຊະນິດ​ໃນ​ກະ​ທຽມ​ຈະ​ໄປ​ຊ່ວຍ​ຊະ​ລໍ​ບໍ່​ໃຫ້​ຄອນ​ລາ​ເຈນ​ຖືກ​ທຳລາຍ​ກ່ອນ​ໄວ​ອັນ​ຄວນ

5

5. ກິນ​ອາຫານ​ທີ່​ມີ​ສານ​ແອນ​ໂທ​ໄຊ​ຢາ​ນິນ​ປະລິມານ​ສູງ ເຊັ່ນ ຫມາກໄມ້​ຕະກູນ​ເບີລ໌​ລີ່ ສານ​ດັ່ງ​ກ່າວ​ຈະ​ໄປ​ເສີມ​ສ້າງ​ເສັ້ນ​ໃຍ​ຄອນ​ລາ​ເຈນ​ໃຫ້​ແຂງ​ແຮງ​ເຮັດໃຫ້​ຜິວ​ກະ​ຊັບ

     ຢ່າງໃດ​ກໍ​ຕາມ ຮ່າງກາຍ​ຄວນ​ໄດ້ຮັບ​ຄອນ​ລາ​ເຈນ​ຈາກ​ອາຫານ​ທຳມະຊາດ ແລະ​ຈະ​ດີ​ຫລາຍ​ຫາກ​ເປັນ​ອາຫານ​ອໍ​ແກ​ນິກ

6

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...