spot_img
Homeຄວາມງາມສູດ​ໜ້າ​ຂາວ​ກະ​ຈ່າງ​ໃສ​ດ້ວຍ​ກະລົດ (ຂາວ​ໃນ​ຄັ້ງທຳອິດ​ທີ່​ເຮັດ)

ສູດ​ໜ້າ​ຂາວ​ກະ​ຈ່າງ​ໃສ​ດ້ວຍ​ກະລົດ (ຂາວ​ໃນ​ຄັ້ງທຳອິດ​ທີ່​ເຮັດ)

Published on

01

ຢາກ​ໜ້າ​ໃສ​ກັນ​ບໍ່? ສໍາລັບ​ສາວໆ​ທີ່ມີ​ຜິວ​ໜ້າ​ໝອງ​ຄ້ຳຂາດ​ຄວາມ​ກະ​ຈ່າງ​ໃສ,ກະ​ຊັບ,ໄຮ້​ຮິ້ວຮອຍຕ່າງໆ​ລາວໂພສ ຂໍ​ແນະ​ນຳ​ເຄັດ​ລັບ​ຜິວ​ງາມ​ຈາກ​ກະລົດຜັກ​ເພື່ອ​ສຸກຂະພາບ​ແລະ​ຄວາມ​ງາມ​ທີ່​ອຸດົມ​ໄປ​ດ້ວຍ​ອາຫານ​ຜິວ​ນານາ​ຊະນິດ

ສິ່ງ​ທີ່​ຕ້ອງ​ກຽມ
1.
ກະລົດ 1/3 ຖ້ວຍ
2. ແອບ​ເປີ້ນ​ໄຊ​ເດີລ໌​ວີ​ນີ​ການ​  (Apple Cider Vinegar) ຫລື ນ້ຳ​ສົ້ມ​ສາຍ​ຊູ​ໝັກ​ຈາກ​ແອບ​ເປີ້ນ 1 ບ່ວງກາແຟ
3. ນໍ້າ​ເຜຶ້ງ 1 ບ່ວງກະແຟ
4. ແປ້ງ​ສາລີ 1 ບ່ວງແກງ
      ວິທີເຮັດ ພຽງ​ແຕ່ນຳ​ເອົາ​ກະລົດ​ມາ​ປອກ​ເປືອກ​ແລ້ວ​ປາດ​ເປັນ​ລູກ​ເຕົ໋າ​ນ້ອຍ​ໆ ຈາກ​ນັ້ນ​ນຳ​ໄປ​ໃສ່​ໃນ​ເຄື່ອງ​ປັ່ນ ເຕີ່ມ​ແອບ​ເປີ້ນ​ໄຊ​ເດີ​ວີ​ນີ​ກາລ໌​ລົງ​ໄປ​ຈຳນວນ 1 ບ່ວງກະແຟ ຈາກ​ນັ້ນ​ເຕີມ​ນ້ຳ​ເຜຶ້ງ​ລົງ​ໄປ 1 ບ່ວງກະແຟ ແລະ ​ແປ້ງ​ສາລີ​ອີກ 1 ບ່ວງແກງ ຫລັງ​ຈາກ​ນັ້ນ​ກໍ​ປັ່ນ​ສ່ວນ​ປະສົມ​ທັງ​ໝົດ​ໃຫ້​ລະ​ອຽດ
ຈາກ​ນັ້ນ​ກໍ​ນຳ​ສ່ວນ​ປະສົມ​ທີ່​ໄດ້​ມາ​ທາ​ໃຫ້​ທົ່ວ​ໃບ​ໜ້າແລ້ວ​ປະ​ໄວ້​ປະ​ມານ 15 ນາ​ທີຈາກ​ນັ້ນ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ ກ່ອນ​ຈະ​ປິດ​ທ້າຍ​ດ້ວຍ​ນ້ຳ​ເຢັນ​ອີ​ກຮອບ ສູດ​ນີ້​ແນະ​ນຳ​ໃຫ້​ເຮັດ​ອາທິດ​ລະ 2 ຄັ້ງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...