Homeຂ່າວເຫດການມູນ​ນິທິ ​ເຈືອງ ສົມບູນ​ຂັນ ສ້າ​ງຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ​ແລ້ວ

ມູນ​ນິທິ ​ເຈືອງ ສົມບູນ​ຂັນ ສ້າ​ງຕັ້ງ​ຂຶ້ນຢ່າງ​ເປັນ​ທາງ​ການ​ແລ້ວ

Published on

chuang sombounkhan

​ໃນ​ຕອນ​​ແລງ​ຂອງ​ວັນ​ທີ 13 ມິຖຸນາ​ນີ້, ຄອບຄົວ​​ທ່ານ ​ເຈືອງ ສົມບູນ​ຂັນ ອະດີດ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ໄດ້​ຈັດຖະ​ແຫລ​ງຂ່າວ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ມູນ​ນິທິ ​ເຈືອງ ສົມບູນ​ຂັນ ຂຶ້ນ​ຢ່າງ​ເປັນທາງ​ການ ຢູ່ເຮືອນ​ຂອງ​ເພີ່ນ​ເອງ ຢູ່ບ້ານ​ຄຳ​ຮຸ່ງ ​ເມືອງ​ໄຊ​ທານີ ນະຄອນ​ຫລວງ​ວຽງຈັນ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນ ຕີຜູ້​ຊີ້​ນຳ​ວຽກ​ງາ​ນຂົງ​ເຂດ​ເສດຖະກິດ ​ແລະ ຈໍລະ​ຈອນ, ພ້ອມ​ດ້ວຍ​ພະນັກງານ ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ.

ທ່ານ ​ເຈືອງ​ ສົມບູນ​ຂັນ ອະດີດ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກທີ່​ໄດ້​ເສຍ​ຊີວິດ​ໃນ​ຄະນະ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ແຂວງ​ຊຽງ​ຂວາງ ​​ເມື່ອວັນ​ທີ 17 ພຶ​ດສະພາ 2014 ທີ່​ຜ່ານ​ມາຈາກ​ອຸປະຕິ​​ເຫດ​ທາງ​ເຮືອບິນ ​ແລະ ເພື່ອ​ເປັນ​ການ​ລະນຶກ​ເຖິງ​ຄຸນງາມຄວາມດີ​ຂອງ​ເພີ່ນທາງຄອບຄົວ​ຂອງ​ເພີ່ນຈຶ່ງ​ໄດ້​ຕົກລົງ​ນໍາສະ​ເໜີ​ພາກ ສ່ວນ​ກ່ຽວຂ້ອງ​ຕ່າງໆເພື່ອຂໍສ້າງ​ຕັ້ງ​ມູນ​ນິທິ​ຂຶ້ນ ​ແລ ະມາ​ຮອດ​ປັດຈຸບັນ, ມູນ​ນິທິ​ດັ່ງກ່າວ​ໄດ້​ຮັບ​ອະນຸມັດ​​ເປັນ​ທີ່​ຮຽບຮ້ອຍ​ແລ້ວຕາມ​ຂໍ້​ຕົກລົງ​ຂອງ​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ, ລົງ​ວັນ​ທີ 21 ມັງກອນ 2015 ​ເຊິ່ງມີ​ເປົ້າ​ໝາຍ​ຄື: ພັດທະນາຄວາມ​ສາມາດ​ດ້ານ​ການຂຽນ ​ແລະ ການ​ເວົ້າ​ຕໍ່​ຊຸມ​ຊົນ ​ເພື່ອ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຕົນ​ເອງດ້ວຍ​ການ​ຈັດການ​ແຂ່ງຂັນ​ໃນ​ກຸ່ມ​ນັກຮຽນ​ມັດທະຍົມ​ຕອນ​ປາຍ ​ແລະ ນັກ​ສຶກສາ​ວິທະຍາ​ໄລ, ມະຫາວິທະຍາ​ໄລ; ພ້ອມ​ນີ້ຍັງ​ເປັນ​ການ​ສົ່ງ​ເສີມ​ການ​ພິມ​ປຶ້ມ​ອ່ານ​ສຳລັບ​ຊາວ​ໜຸ່ມທີ່​ມີ​ເນື້ອ​​ໃນ​ສົ່ງ​ເສີມ​ແນວ​ຄິດ​ຮັກ​ຊາດ ​ແລະ ຮັກ​ການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ ​ແລະ ທັງ​ເປັນ​ການ​ສົ່ງ​ເສີມ​ການ​ແປ​ປຶ້ມ​ທີ່​ມີ​ຊື່​ສຽງ​ລະດັບ​ໂລກ​ເປັນ​ພາ​ສາລາ​ວ​ແນ​ໃສ່​ສ້າງ​ຄວາມ​ສົນ​ໃຈ​ໃນ​ການ​ອ່ານ​ຂອງ​ຊາວ​ໜຸ່ມ​ລາວຫລາຍ​ຂຶ້ນ.

ທ່ານ​ພັນ​ລະ​ຍາ​ໝ້າຍ​ຂອງ​ທ່ານ ​ເຈືອງ ​ສົມບູນ​ຂັນ ​ຖະ​ແຫລ​ງວ່າ: ກິດຈະກຳ​ທີ່​ຈະ​ເຄື່ອນ​ໄຫວ​ໃນ​ປີ​ທຳ​ອິດ​ນີ້ ​ແມ່ນ​ຈະ​ເລີ່​ມຈາກ​ການ​ພິມ​ຄືນປຶ້ມ​ອ່ານ​ຂອງ​ທ່ານ ​ເຈືອງ​, ​ເຊິ່ງ​ເປັນ​ທີ່​ນິຍົມ​ໃນ​ໝູ່​ນັກຮຽນ​, ນັກ​ຄົ້ນຄວ້າ ​​ໂດຍ​ສະ​ເພາະ “ປຶ້ມ​​ໂລກາ​ພິວັດ​ດ້ານ​ເສດຖະກິດ ​ແລະ ການ​ພັດທະນາ​ປະ​ເທດ​ລາວ” ​ແລະ ​ໃນ​ຕໍ່ໜ້າມູນ​ນິທິ​ດັ່ງກ່າວຈະ​ສືບ​ຕໍ່​ສະໜັບສະໜູນ​ນັກ​​ຂຽນ​, ຜູ້ມີ​ຜົນງານ​ໂດດ​ເດັ່ນ​ໃນ​ການ​ຂຽນ, ​ແຕ່​ຂາດ​ທຶນຮອນ​ໃນ​ການ​ພິມ. ສະ​ນັ້ນ ໜຶ່ງ​ໃນ​ບັນດາ​ກິດຈະກຳ​ການ​ເຄື່ອນ​ໄຫວ​ຂອງ​ມູນ​ນິທິ​ດັ່ງກ່າວ ​ແມ່ນ​ຢາກ​ສົ່ງ​ເສີມ​ຄົນ​ລາວ​ຫັນ​ມາ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ອ່ານ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...