Homeຂ່າວຕ່າງປະເທດກຳປູເຈຍ ສົ່ງໜັງສືປະທ້ວງບໍລິສັດອິນເດຍ ຄັດຄ້ານການປຸກສິ່ງກໍ່ສ້າງຮຽນແບບ ຜາສາດຫີນນະຄອນວັດ!

ກຳປູເຈຍ ສົ່ງໜັງສືປະທ້ວງບໍລິສັດອິນເດຍ ຄັດຄ້ານການປຸກສິ່ງກໍ່ສ້າງຮຽນແບບ ຜາສາດຫີນນະຄອນວັດ!

Published on

INDIA-CAMBODIA-RELIGION-ARCHITECTURE-TOURISM-FILES

ກຳປູເຈຍ ສົ່ງໜັງສືປະທວ້ງບໍລິສັດອິນເດຍ ຫລັງພົບວ່າມີແຜນຈະສ້າງສິ່ງປຸກສ້າງ ຮຽນແບບຜາສາດຫີນນະຄອນວັດທີ່ມີຊື່ສຽງຂອງປະເທດ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ມິຖຸນາຜ່ານມານີ້ວ່າ ທ່ານ ກອຍ ເກືອງ ໂຄສົກກະຊວງການຕ່າງປະເທດ ແລະ ການຮ່ວມມືລະຫວ່າງປະເທດ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ອ່ານຖະແຫລງວ່າ ລັດຖະບານກຳປູເຈຍ ໄດ້ສົ່ງໜັງສືປະທ້ວງໄປຍັງກະຊວງການຕ່າງປະເທດຂອງອິນເດຍ ເພື່ອຕ້ອງການໃຫ້ ບໍລິສັດ Mahavir Mandir Trust ຂອງອິນເດຍ ຢຸດຕິການກໍ່ສ້າງທີ່ຮຽນແບບຈາກຜາສາດຫີນນະຄອນວັດຂອງກຳປູເຈຍ ໂດຍໜັງສືປະທ້ວງໄດ້ລະບຸວ່າ ລັດຖະບານກຳປູເຈຍ ເຫັນການກໍ່ສ້າງທີ່ເປັນການຈຳລອງ ຜາສາດຫີນນະຄອນວັດຂອງພວກເຮົາ ເພື່ອຈຸດປະສົງໃນທາງການຄ້າ ເຊິ່ງເປັນການລະເມີດຢ່າງຮ້າຍແຮງ ຕໍ່ກັບຊັບສິນມໍລະດົກໂລກທີ່ມີຄຸນຄ່າຄວາມໂດດເດັ່ນໃນລະດັບສາກົນ ແລະ ຍິ່ງໄປກ່ວານັ້ນ ຜາສາດຫີນນະຄອນວັດ ຍັງເປັນສັນຍາລັກທີ່ໃຊ້ໃນທຸງຊາດຂອງກຳປູເຈຍ ມານັບເປັນເວລາຫລາຍສະຕະວັດ.

ທັງນີ້ ບໍລິສັດ Mahavir Mandir Trust ມີແຜນຈະສ້າງສິ່ງປູກສ້າງທີ່ຖອດແບບມາຈາກຜາສາດຫີນ ນະຄອນວັດ ເຊິ່ງຈະສ້າງຂຶ້ນຢູ່ແຂວງພິຫານ ຂອງປະເທດອິນເດຍ.

ຜາສາດຫີນນະຄອນວັດ ແມ່ນຕັ້ງຢູ່ແຂວງສຽມຣາດ ທາງພາກຕາເວັນຕົກສຽງເໜືອຂອງກຳປູເຈຍ ໄດ້ຖືກຈັດໃຫ້ເປັນມໍລະດົກໂລກ ໃນປີ 1992 ແລະ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມທີ່ສຸດແຫ່ງໜຶ່ງ ໃນປະເທດກຳປູເຈຍ.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...