ເຄັດລັບຫລຸດນ້ຳໜັກດ້ວຍນ້ຳດື່ມ

water

ສາວໆຫລາຍ​ຄົນມັກ​ໃສ່​ໃຈ​ໃນ​ເລື່ອງ​ຂອງ​ສຸຂະພາບ​ຮ່າງກາຍ​ຫລາຍ​ຍິ່ງ​ຂຶ້ນແຕ່​ສຳລັບ​ສາວໆບາງ​ຄົນອາດຈະ​ບໍ່​ມີ​ເວລາ​ໄດ້​ເບິ່ງແຍງ​ໂຕ​ເອງ​ເທົ່າໃດຍາກຫລຸດ​ນ້ຳ​ຫນັກສ່ວນ​ເກີນ​ອອກແຕ່​​ບໍ່​ມີ​ເວລາມາ​ລອເ​ເບິ່ງ​ກັນ​ກັບ​ເຄັດ​ລັບ​ງ່າຍໆແບບ​ນີ້​ຮັບຮອງ​ວ່າ​ໄດ້ຜົນແນ່ນອນ

ເຄັດ​ລັບ​ການຫລຸດ​ນ້ຳ​ຫນັກທີ່​ເວົ້າມາ​ນີ້ກໍ​ຄື​ການ​ເລືອກ​ດື່ມ​ນ້ຳ​ລ້າໆແທນ​ການ​ອົດອາຫານ​ນັ້ນ​ເອງ​ນ້ຳ​ລ້າເປັນ​ຕົວ​ເລືອກ​ທີ່​ດີ​ແລະ​ເໝາະ​ສົມອີກ​ໜຶ່ງ​ໂຕ​ເລືອກ​ທີ່​ສາວໆສາມາດ​ໃຊ້​ເປັນ​ໂຕ​ຊ່ວຍ​ໃນ​ການຫ​ລຸດ​ນ້ຳ​ໜັກໃນ​ແຕ່​ລະ​ມື້​ໄດ້ຫລຸດ​ນ້ຳ​ໜັກດ້ວຍ​ການ​ດື່ມ​ນ້ຳ​ນັ້ນກໍ​ມີ​ເຄັດ​ລັບ​ແບບ​ງ່າຍໆໂດຍ​ໃຫ້​​ສາວໆດື່ມ​ນ້ຳ​ລ້າ2 ຈອກກ່ອນ​ການ​ກິນ​ອາຫານ​ເຄິ່ງ​ຊົ່ວ​ໂມງໃນ​ທຸກ​ໆຄາບອາຫານຈະ​ສົ່ງ​ຜົນ​ເຮັດໃຫ້​ສາວໆມີ​ຄວາມ​ຢາກ​ໃນ​ການ​ກິນອາຫານຫ​ລຸດ​ຫນ້ອຍ​ລົງ

ແຖມ​ຍັງມີ​ຜົນ​ການ​ວິ​ໃຈ(Institute for Public Health and Water Research ແລະ Virginia Tech University ປະເທດ​ສະ​ຫະລັດ​ອະ​ເມລິ​ກາ)ລະ​ບຸ​ວ່ານ້ຳ​ລ້າ​ນັ້ນສາມາດ​ເຂົ້າໄປ​ຊ່ວຍ​ເຮັດໃຫ້​ເກີດ​ການ​ເຜົາ​ຜານ​ໄຂ​ມັນແລະ​ນ້ຳ​ຕານ​ໃນ​ຮ່າງກາຍ​ໄດ້

ສາດສະ​ດາ​ຈານດຣ.ບາ​ລີ ປັອບ​ຄິນ ຜູ້​ອຳ​ນວຍ​ການ​ສູນ UNC Interdisciplinary Obesity Center (IDOC) ປະຈຳ​ມະຫາ​ວິທະຍາ​ໄລ​ນອ​ທ​ແຄ​ໂລ​ໄລ​ນາປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາສະແດງ​ທັດ​ສະນະ​ວ່າການ​ດື່ມ​ນ້ຳ​​ໃນ​ປະລິມານ​ເໝາະ​ສົມ​ຊ່ວຍຫລຸດ​ນ້ຳ​ໜັກເພາະ​ເຫດຜົນ​ສອງ​ຢ່າງຄື:1. “ນ້ຳ​ເຮັດໃຫ້​ອຸນຫະພູມ​ພາຍ​ໃນ​ຮ່າງກາຍ​ຫລຸດລົງຮ່າງກາຍ​ຈຶ່ງ​ເຜົາ​ຜານ​ພະລັງ​ງານ​ເພີ່ມ​ຂຶ້ນເພື່ອ​ໃຫ້​ເກີດ​ສົມ​ດຸນ​ຄວາມ​ຮ້ອນສົ່ງ​ຜົນ​ໃຫ້​ອາຫານ​ແລະ​ພະລັງ​ງານ​ຖືກ​ເຜົາ​ຜານ​ຕາມ​ໄປ​ນໍາຊ່ວຍຫ​ລຸດ​ປະລິມານ​ໄຂ​ມັນ​ສ່ວນ​ເກີນ​ສະ​ສົມ“

​2.ເມື່ອ​ດື່ມ​ນ້ຳ​​ຫລາຍ​ຂຶ້ນເຮັດໃຫ້ຫ​ລຸດ​ໂອ​ກາດ​ດື່ມ​ນ້ຳ​ຫວານຫລື​ເຄື່ອງ​ດື່ມ​ທີ່​ມີ​ນ້ຳ​ຕານ​ສູງສົ່ງ​ຜົນ​ໃຫ້​ຮ່າງກາຍ​ໄດ້ຮັບ​ພະລັງ​ງານ​ຫນ້ອຍ​ລົງຈຶ່ງ​ຄວບ​ຄຸມ​ນ້ຳ​ໜັກ​ງ່າຍ​ຂຶ້ນ“

ນອກ​ຈາກ​ນີ້​ສາວໆຈະ​ຕ້ອງ​ຫລີກ​ລ້ຽງການ​ດື່ມ​ນ້ຳ​ອັດ​ລົມ,ຊາ,ກາ​ເຟ,ນ້ຳ​ຫວານ​ຕ່າງໆບໍ່​ວ່າ​​ສາວໆຈະ​ຢາກ​ກິນ​ຫລາຍ​ປານ​ໃດກໍ​ຕ້ອງ​ຫລີກ​ລ້ຽງ​ໃຫ້​ໄດ້​ຫລາຍ​ທີ່ສຸດເພາະ​ເຄື່ອງ​ດື່ມ​ເຫລົ່າ​ນັ້ນເປັນ​ໂຕ​ເພີ່ມ​ລະ​ດັບ​ນ້ຳ​ຕານ​ໃຫ້​ກັບ​ຮ່າງກາຍ​ໄດ້​ສູງ​ຫລາຍ​ຂຶ້ນແຖມ​ຍັງ​ຍາກ​ຕໍ່​ການ​ເຜົາ​ຜານ​ນໍາອີກ​

​ແຕ່ສາວໆຢ່າ​ຮີບ​ຮ້ອນຈົນ​ຫາ​ທາງ​ອອກ​ຂອງ​ການຫ​ລຸດ​ນ້ຳ​ໜັກ​ດ້ວຍ​ການ​ດື່ມ​ນ້ຳ​​ລ້າພຽງ​ຢ່າງ​ດຽວ​ນອກ​ຈາກ​ການ​ດື່ມ​ນ້ຳ​ລ້າ​ແລ້ວ​ສາວໆຈະ​ຕ້ອງ​ເລືອກ​ອາຫານ​ທີ່​ພໍ​ດີແລະ​ມີ​ປະໂຫຍດ​ກັບ​ຮ່າງກາຍ​ທີ່​ສຳຄັນ ສາວໆຈະ​ຕ້ອງ​ບໍ່​ລືມ​ທີ່​ຈະ​ອອກ​ກຳ​ລັງ​ກາຍ​ຄຽງຄູ່​ໄປ​ນໍາຈະ​ໄດ້​ງາມສົດໃສໜ້າ​ຮັກມີ​ສຸຂະພາບ​ດີສົມບູນ​ແບບ​ໄດ້​