spot_img
Homeຂ່າວພາຍ​ໃນໂທລະພາບທີວີລາວຊຸກຍູ້ທັບນັກກິລາລາວ 16 ລ້ານກີບ ໃນສິງກະໂປເກມ

ໂທລະພາບທີວີລາວຊຸກຍູ້ທັບນັກກິລາລາວ 16 ລ້ານກີບ ໃນສິງກະໂປເກມ

Published on

ສະຖານີໂທລະພາບທີວີລາວ ມອບເງິນ ຈຳນວນ 2.000 ໂດລາສະຫະລັດ ຫຼື ປະມານ 16 ລ້ານກີບ ຊຸກຍູ້ທັບນັກກິລາລາວທີ່ເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 28 ຫຼື “ສິງກະໂປເກມ” ທີ່ປະເທດສິງກະໂປເປັນເຈົ້າພາບໃນລະຫວ່າງວັນທີ 5-16 ມິຖຸນານີ້.

ພິທີມອບ-ຮັບເງິນຈຳນວນດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 1 ມິຖຸນາ ຜ່ານມາ, ທີ່ສຳນັກງານຫ້ອງການປະສານງານຄະນະກຳມະການໂອແລມປິກແຫ່ງຊາດລາວ, ໂດຍໃຫ້ກຽດກ່າວມອບຂອງ ທ່ານ ດຣ. ຫົງຄຳ ສຸວັນນະວົງ ປະທານ ສະຖານີໂທລະພາບທີວີລາວ ແລະ ກ່າວຮັບແມ່ນ ທ່ານ ບົວລານ ສິລິປັນຍາ ລັດຖະມົນຕີ ຊ່ວຍວ່າການ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານຄະນະກຳມະການໂອແລມປິກ ແຫ່ງຊາດລາວ, ມີ ທ່ານ ແສງພອນ ພົມອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກະເສມ ອິນທິລາ ຮອງເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ ລາວ ພ້ອມດ້ວຍວິຊາການກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ດຣ. ຫົງຄຳ ສຸວັນນະວົງ ກ່າວວ່າ: ການມອບເງິນຈຳນວນດັ່ງກ່າວ ແມ່ນເພື່ອເປັນການສະໜັບສະໜູນວຽກງານກິລາ-ກາຍະກຳລາວໃຫ້ມີ ການພັດທະນາດີຂຶ້ນ ເວົ້າລວມ, ເວົ້າສະເພາະແມ່ນເປັນການຊຸກຍູ້ທັບນັກກິລາລາວໃນການເຂົ້າຮ່ວມ ງານມະຫາກຳກິລາຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ, ເພື່ອຍາດເອົາຫຼຽນຄຳເປົ້າໝາຍມາຝາກ ແຟນກິລາຊາວລາວໃນທົ່ວປະເທດ.

ທັງນີ້, ນອກຈາກການມອບເງິນຊຸກຍູ້ແລ້ວ ທີວີລາວ ຍັງໄດ້ລິຂະສິດຖ່າຍທອດສົດພິທີເປີດ-ປິດງານກິລາຊີເກມ, ລວມທັງການແຂ່ງຂັນກິລາບາງປະເພດທີ່ເປັນຄວາມຫວັງ ແລະ ການເຄື່ອນໄຫວຕ່າງໆຂອງນັກກິລາລາວ ອີກດ້ວຍ.

ໃນໂອກາດຽວກັນ, ທ່ານລັດຖະມົນຕີຊ່ວຍວ່າການ ກະຊວງ ສຶກສາທິການ ແລະ ກິລາ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ກະຊວງສຶກສາທິການ ແລະ ກິລາ ກໍ່ຄືຄະນະກຳມະການໂອແລມປິກແຫ່ງຊາດລາວ ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ປະທານສະຖານີໂທລະພາບທີວີລາວ, ເຊິ່ງຍາມໃດກໍ່ໄດ້ປະກອບສ່ວນຊຸກຍູ້ນັກກິລາວໃນການເຂົ້າຮ່ວມແຂ່ງຂັນທັງ ພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະແມ່ນການຖ່າຍທອດສົດໃນງານກິລາຊີເກມ ຄັ້ງທີ 28 ທີ່ປະເທດສິງກະໂປ ເພື່ອໃຫ້ປະຊາຊົນລາວທີ່ບໍ່ມີໂອກາດໄດ້ໄປສຳຜັດຕົວຈິງໄດ້ຮັບຊົມການແຂ່ງຂັນ ຂອງນັກກິລາລາວຢູ່ໃນຊີເກມ ຄັ້ງທີ 28.

ສຳລັບການເຂົ້າຮ່ວມຊີເກມຄັ້ງນີ້ ສປປ ລາວ ໄດ້ສົ່ງຄະນະນຳ, ຄູເຝິກ ແລະ ນັກກິລາເຂົ້າຮ່ວມທັງໝົດ 318 ຄົນ, ໃນນັ້ນຄູເຝິກ 97 ຄົນ ແລະ ນັກກິລາ 183 ຄົນ ໃນ 20 ປະເພດກິລາ ພ້ອມຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫຼຽນຄຳ.

11220821_1612236568993862_8132362248309852807_n

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...