spot_img
Homeຂ່າວພາຍ​ໃນສາຍດ່ວນມະໂຫສົດ ແບບຢ່າງທີ່ອົງການອື່ນຄວນຮຽນເອົາ

ສາຍດ່ວນມະໂຫສົດ ແບບຢ່າງທີ່ອົງການອື່ນຄວນຮຽນເອົາ

Published on

image

ເປັນໄລຍະເວລາຫຼາຍປີທີ່ເກີດມີຫາງສຽງ ຈົ່ມວ່າເລື່ອງການບໍລິການຂອງແພດໝໍ ໃນໂຮງໝໍລັດ ເຊິ່ງນັ້ນກໍບໍ່ໄດ້ໝາຍຄວາມວ່າການບໍລິການຂອງແພດໝໍໃນໂຮງໝໍລັດບໍ່ດີໄປໝົດ ເພາະມັນເປັນທຳມະຊາດຂອງສັງຄົມມະນຸດຢູ່ແລ້ວວ່າ ໃນແຕ່ບ້ານ, ແຕ່ລະຫຼັງຄາເຮືອນ, ຫຼືແຕ່ລະສຳນັກງານອົງການ ກໍລ້ວນແຕ່ມີຜູ້ດີແລະຜູ້ບໍ່ດີປະປົນກັນໄປ ແຕ່ຜູ້ບໍດີນັ້ນຈະມີໜ້ອຍດຽວເທົ່ານັ້ນ ແລະຈົ່ງເຂົ້າໃຈວ່າທຸກຄົນທີ່ຢູ່ໃນອົງການຈັດຕັ້ງ ຕ່າງໆ ແມ່ນລູກຫຼານຂອງປະຊາຊົນ ເປັນຄົນບ້ານນັ້ນເມືອງນີ້ໃນປະເທດລາວເຮົາ ດັ່ງນັ້ນ ຈົ່ງເຂົ້າໃຈວ່າຄົນທີ່ເຮັດວຽກບໍລິການຕ່າງໆນັ້ນ ກໍລູກຫຼານຂອງປະຊາຊົນເຮົາ ເຂົາຖືກສັງຄົມແລະສິ່ງແວດລ້ອມສ້າງສັນມາແບບນັ້ນ ຈະຖິ້ມໂທດໃຫ້ແຕ່ສຳນັກງານໃດໜຶ່ງກໍບໍ່ຖືກເຕັມຮ້ອຍ.

ແນວໃດກໍຕາມ, ເຖິງແມ່ນຫາງສຽງສັງຄົມຈະສ່ອງແສງບັນຫາດ້ວຍວິທີການທີ່ບໍ່ຖືກຕ້ອງກໍຕາມ ເຊັ່ນ ຈົ່ມຜ່ານສື່ປະເພດຕ່າງໆ, ຈົ່ມຂວັນຕາມສະຖານທີ່ຊຸມຊົນ ຫຼືຮ້າຍດ່າຂຶ້ນກັບທີ່ກໍມີ ນັ້ນສະແດງໃຫ້ເຫັນວ່າ ປະຊາຊົນບໍ່ມີຊ່ອງທາງທີ່ຈະສ່ອງແສງເຖິງພາກສ່ວນທີ່ກ່ຽວຂ້ອງໂດຍກົງ, ຖືກຕ້ອງ ແລະຖືກບ່ອນ. ດັ່ງນັ້ນ, ທາງພາກສ່ວນທີ່ກ່ຽວຂ້ອງກໍໄດ້ເກັບເອົາມາພິຈາລະນາ ແລະເລິ່ມເປີດປະຕູກ່ອນໝູ່ແມ່ນ ໂຮງໝໍມະໂຫສົດ ທີ່ເປີດສາຍດ່ວນເຖິງຄະນະຜູ້ບໍລິການຂອງໂຮງໝໍໂດຍກົງ ເຊິ່ງການເຮັດຈັ່ງຊີ້ ນອກຈາກປະຊາຊົນຜູ້ມີບັນຫາຈະໄດ້ໂທເຂົ້າສົ່ງຂ່າວແລ້ວ ຍັງເປັນການສ້າງໃຫ້ພະນັກງານແພດໝໍມີສະຕິຕໍ່ການປະຕິບັດໜ້າທີ່ໃຫ້ດີຂຶ້ນ.

“ຄະນະອຳນວຍການໂຮງໝໍມະໂຫສົດ ປະກາດເປີດໃຫ້ບໍລິການໂທລະສັບສາຍດ່ວນເພື່ອຮັບເອົາຄຳຮ້ອງທຸກຂອງ ປະຊາຊົນ ແລະ ຄົນເຈັບ ໃນກໍລະນີພະນັກງານແພດໝໍປະພຶດຕົນບໍ່ສຸພາບຮຽບຮ້ອຍ ແລະ ບໍ່ມີຄວາມຍຸຕິທຳຕໍ່ປະຊາຊົນ ແລະ ຄົນເຈັບ ສາມາດຮ້ອງທຸກຜ່ານໂທລະສັບສາຍດ່ວນ ເຖິງຄະນະຮັບຜິດຊອບກ່ຽວກັບການຄວບຄຸມການປະພຶດດັ່ງລຸ່ມນີ້:
ປະຊາສຳພັນ ແລະ ບໍລິຫານຍາມ (021-214024) ທ່ານ ດຣ.ນາງ ອຸໄດວອນ ລັດຕະນະວົງ ຫົວໜ້າພະແນກບໍລິຫານຄົ້ນຄວ້າສັງລວມ (020-55669358) ທ່ານນາງ ບຸນຫອມ ທອງວິລາວັນ ຫົວໜ້າພະແນກຈັດຕັ້ງພະນັກງານ (020-56709716) ທ່ານນາງ ອາພອນ ວິຊາເທບ ຮອງຜູ້ອຳນວຍການ (020-22204909) ທ່ານ ຮສ.ດຣ. ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການ (020-54198830) ທ່ານ ສຈ.ດຣ. ດວງດາວ ສຸກອາລຸນ ຮອງຜູ້ອຳນວຍ (020-55682621) ແລະ ທ່ານ ຮສ.ດຣ. ບຸນທະພານີ ບຸນຊ່ວຍ ຜູ້ອຳນວຍການ (020-56917887).

ຄະນະອຳນວຍການໂຮງໝໍແຫ່ງດັ່ງກ່າວໄດ້ລະບຸວ່າ: ເຖິງບັນດາຄົນເຈັບ ພໍ່ແມ່ປະຊາຊົນ ຄົນຕ່າງປະເທດ ແລະ ຕ່າງດ້າວ ທີ່ມາໃຊ້ບໍລິການດ້ານສຸຂະພາບໃນໂຮງໝໍມະໂຫສົດ ຖ້າບັນດາທ່ານມີບັນຫາທີ່ບໍ່ພໍໃຈກ່ຽວກັບວຽກງານບໍລິການ ແລະ ຕ້ອງການຢາກຮູ້ຂໍ້ມູນໃນໂຮງໝໍ ເຊີນຕິດຕໍ່ຕາມເບີໂທລະສັບສາຍດ່ວນຂອງພວກເຮົາຂ້າງເທິງ ຕະຫຼອດ 24 ຊົ່ວໂມງ ເຫດຜົນຂອງການເປີດສາຍດ່ວນຄັ້ງນີ້ ແນ່ໃສ່ເພື່ອປັບປຸງ ແລະ ຍົກຄຸນະພາບດ້ານການບໍລິການໂຮງໝໍຂອງພວກເຮົາໃຫ້ດີຂຶ້ນກວ່າ ເກົ່າ ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ມາໃຊ້ບໍລິການມີຄວາມປະທັບ ໃຈ ແລະ ໂປ່ງໃສອີກດ້ວຍ.

ໄລຍະຜ່ານມາມີຫາງສຽງຈົ່ມວ່າ ມີແພດໝໍຈຳນວນໜຶ່ງເວົ້າຈາບໍ່ສຸພາບ ເລືອກປະຕິບັດ 2 ມາດຕະຖານ ການບໍລິການບໍ່ດີ ແລະ ລາຄາຢາປິ່ນປົວແພງ ສະນັ້ນ ນັບຈາກນີ້ໄປ ບັນດາພໍ່ແມ່ປະຊາຊົນ ແລະ ຄົນເຈັບມີໂອກາດສະເໜີເຖິງຄະນະພວກເພິ່ນໂດຍກົງ ຖ້າກໍລະນີພົບເຫັນສິ່ງທີ່ກ່າວມານັ້ນເກີດຂຶ້ນແທ້ ທາງຄະນະພວກເພິ່ນຈະປະຕິບັດວິໄນທັນທີ ເພື່ອບໍ່ໃຫ້ເປັນແບບຢ່າງຕໍ່ໄປ ນີ້ຖືວ່າເປັນຄວາມພະຍາຍາມອີກບາດກ້າວໜຶ່ງໃນການກ້າວເຂົ້າເປັນ ປະຊາຄົມເສດຖະກິດອາຊຽນໃນທ້າຍປີນີ້” ນັ້ນຄື ເນື້ອໃນຂ່າວທີ່ຖືກເຜີຍແຜ່ອອກທາງໜັງສືພິມວຽງຈັນໃໝ່ ເຊິ່ງໄດ້ສ້າງຄວາມດີໃຈໃຫ້ແກ່ພໍ່ແມ່ປະຊາຊົນ ແລະເຫັນໄດ້ເຖິງຄວາມຈິງໃຈຂອງຄະນະຜູ້ບໍລິຫານໂຮງໝໍດັ່ງກ່າວ ດັ່ງນັ້ນ, ຖ້າໃຜມີບັນຫາຫຍັງຢາກສ່ອງແສງເຖິງແພດໝໍເຖິງການບໍລິການດ້ານສຸຂະພາບກໍຢ່າໄດ້ຈົ່ມຊື່ໆ ໃຫ້ໂທໄປແຈ້ງເພິ່ນໂລດຕາມເລກໝາຍທີ່ເພິ່ນໃຫ້ມາຂ້າງເທິງ.

ໃນໂອກາດດຽວກັນນີ້, ກໍຂໍຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງໂຮງໝໍມະໂຫສົດ ທີ່ມີຄວາມຈິງໃຈ ເວົ້າແທ້ເຮັດຈິງ ແລະຂໍຮຽກຮ້ອງໃຫ້ໜ່ວຍງານອື່ນ, ອົງການຈັດຕັ້ງອື່ນ ທີ່ເຮັດວຽກບໍລິການ ໂດຍສະເພາະພາກລັດ (ບໍ່ສະເພາະແຕ່ໂຮງໝໍ) ຖ້າຈິງໃຈ ຢາກແກ້ບັນຫາເພື່ອຜົນປະໂຫຍດຂອງປະຊາຊົນແທ້ໆ ຕ້ອງເປີດປະຕູໃຫ້ປະຊາຊົນໄດ້ສ່ອງແສງບັນຫາ ຫຼືໃຫ້ປະຊາຊົນໄດ້ໃຫ້ທັດສະນະ ເພາະຖ້າຢາກຮັບໃຊ້ ປະຊາຊົນຜູ້ຈ່າຍເງິນເດືອນໃຫ້ແທ້ໆ ກໍຕ້ອງຮັບຮູ້ບັນຫາຂອງເຂົາເຈົ້າແທ້ໆ ຈຶ່ງຊິແກ້ໄຂຈຶ່ງຈຸດ.
ໂດຍ: ແອັດມິນຊຽງ ຈາກ ເພຈວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...