spot_img
Homeຂ່າວການພັດທະນາເຊີນຊວນມວນຊົນລາວທຸກຖ້ວນໜ້າ ຮ່ວມແຮງຮ່ວມໃຈກັນ ປູກຕົ້ນໄມ້ຟື້ນຟູປ່າ!

ເຊີນຊວນມວນຊົນລາວທຸກຖ້ວນໜ້າ ຮ່ວມແຮງຮ່ວມໃຈກັນ ປູກຕົ້ນໄມ້ຟື້ນຟູປ່າ!

Published on

20150522091702

ເພື່ອ​ປະຕິບັດ​ຕາມ​ເນື້ອ​ໃນ​ຈິດໃຈ ແລະ ຜັນ​ຂະຫຍາຍ​ຍຸດ​ທະສາດ​ປ່າໄມ້​ຮອດ​ປີ 2020 ໃຫ້​ສຳເລັດ ແລະ ປາກົດ​ຜົນ​ເປັນ​ຈິງ  ໃນ​ຄາດໝາຍ​ສູ້​ຊົນ​ຂອງ​ວຽກງານ​ຟື້ນ​ຟູ​ປ່າ​ ໃຫ້​ມີ​ເນື້ອທີ່​ປົກ​ຫຸ້ມ​ປ່າໄມ້​ກວມ​ເອົາ 65% ໃນ​ປີ 2015 ແລະ 70% ໃນ​ປີ 2020 ໃນ​ຂອບ​ເຂດ​ທົ່ວ​ປະເທດ ຕະຫຼອດ​ໄລຍະ​ຜ່ານ​ມາ​ພັກ-ລັດ​ຖະບານ ໄດ້​ຖື​ເອົາ​ວຽກ​ງານ​ຄຸ້ມ​ຄອງປົກ​ປັກ​ຮັກສາ ແລະ ພັດທະນາປ່າໄມ້ ເປັນ​ວຽກ​ງານ​ຍຸດ​ທະ​ສາດສຳຄັນ ​ຂອງ​ການ​ພັດທະນາ​ເສດຖະ​ກິດ-ສັງຄົມ​ແຫ່ງ​ຊາດ ໂດຍສະເພາະ​ແມ່ນ ເລັ່ງ​ໃສ່​ວຽກ​ງານປົກ​ປັກ​ຮັກສາ​ປ່າໄມ້ ການ​ປູກ​ໄມ້ ແລະ ຟື້ນ​ຟູ​ປ່າ.

ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍສູ້​ຊົນ​ດັ່ງກ່າວ​ນັ້ນ ແຕ່​ລະ​ປີ​ພັກ-ລັດຖະບານ​ເຮົາ​ກໍ່​ໄດ້​ກຳນົດ​ເອົາ​ວັນ​ທີ 1 ມິຖຸນາ ເຊິ່ງ​ເປັນ​ວັນ​ເດັກນ້ອຍ​ສາກົນ​ຂອງ​ທຸກໆ​ປີ ເປັນ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ແລະ ​ຂະ​ບວນ​ການດັ່ງກ່າວ​ຂອງ​ແຕ່​ລະ​ປີ ​ກໍ່​ໄດ້​ມີ​ພາກ​ລັດ ແລະ ເອກະ​ຊົນ​ທີ່​ເປັນ​ຫົວໜ່ວຍ​ທຸລະ​ກິດ ຕະຫຼອດ​ຮອດ​ປະຊາຊົນ​ລາວ​ບັນດາເຜົ່າ ​ກໍ່​ໄດ້​ຈັດ​ຕັ້ງ​ກັນ​ປູກ​ຕົ້ນໄມ້ ແລະ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ ແລະ ມີ​ຄວາມ​ໝາຍ​ສຳຄັນ​ອັນ​ພົ້ນ​ເດັ່ນ ​ກໍ່​ແມ່ນ​ຂະ​ບວນ​ການຈັດຕັ້ງ​ປະຕິບັດ​ປູກ​ຕົ້ນໄມ້ ເຊິ່ງ​ມັນ​ສະແດງ​ໃຫ້​ເຫັນ​ການ​ລົງທຶນ​ປູກ​ໄມ້ ​ເພື່ອຮັບ​ໃຊ້​ພາຍ​ໃນ​ຄອບຄົວ ແລະ ເພື່ອ​ເປັນ​ສິນຄ້າ​ຂອງ​ປະຊາຊົນ ກົມ​ກອງ ການຈັດຕັ້ງ​ຕ່າງໆ ແລະ ນັກ​ລົງທຶນ ແມ່ນ​ເປັນ​ຂະບວນ​ກວ້າງຂວາງ​ພໍ​ສົມຄວນ ​ເນື້ອທີ່​ປ່າໄມ້​ປູກ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່ເນື່ອງ​ໃນ​ແຕ່​ລະ​ປີ ແຕ່​ໃນ​ຄະນະດຽວ​ກັນ​ນັ້ນ ​ກໍ່​ສັງເກດ​ເຫັນ​ວ່າ​ມີ​ຂໍ້ຄົງ​ຄ້າງ​ຈຳນວນ​ໜຶ່ງ ​ທີ່​ຈະ​ຕ້ອງ​ໄດ້​ແກ້​ໄຂ ແລະ ປັບປຸງ​ໃຫ້​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ ໂດຍສະເພາະ ການ​ປູກ​ໄມ້​ເພື່ອ​ເປົ້າໝາຍ​ທາງ​ເສດຖະກິດ ແລະ ປົກປັກ​ຮັກສາ​ສິ່ງແວດລ້ອມ ເຊິ່ງຍັງ​ມີ​ຫຼາຍ​ທ້ອງຖິ່ນ​ບໍ່​ໄດ້​ເອົາໃຈໃສ່​ເທົ່າ​ທີ່​ຄວນ ​ຕໍ່​ກັບ​ວຽກ​ງານ​ປູກໄມ້ຟື້ນ​ຟູ​ປ່າ ແລະ ການ​ບົວ​ລະບັດ​ຮັກສາ​ຕົ້ນໄມ້​ທີ່​ໄດ້​ປູກ​ແລ້ວນັ້ນ ອັນ​ເປັນ​ສາເຫດ​ເຮັດ​ໃຫ້ການ​ປູກ​ໄມ້ ແລະ ຟື້ນ​ຟູ​ປ່າ​ບໍ່​ໄດ້ຕາມ​ລະດັບ​ຄາດໝາຍ ແລະ ຍັງຂາດ​ປະ​ສິດທິ​ຜົນ​ສູງ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ຄຸ້ມຄອງ ປົກ​ປັກ​ຮັກສາພັດ​​ທະ​ນາ ແລະ ນຳ​ໃຊ້​ປ່າ​ໃຫ້​ມີ​ຄວາມ​ຮັດກຸມເຂົ້າ​ສູ່​ລະບົບ ໂດຍ​ສະເພາະແມ່ນ​ການ​ປູກ​ໄມ້ ແລະ ຟື້ນ​ຟູ​ປ່າ ເພື່ອ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ໃຫ້​ເປັນ​ຂະ​ບວນ​ການ​ຢ່າງ​ກວ້າງຂວາງ​ທົ່ວ​ປວງ​ຊົນ ເຊິ່ງ​ເປັນ​ພັນທະ ໜ້າທີ່ ແລະ ຄວາມ​ຮັບ​ຜິດຊອບ​ຢ່າງ​ເປັນ​ຂະ​ບວນ​ການ​ ໃນທົ່ວ​ສັງຄົມ​ຂອງ​ປວງ​ຊົນ​ທັງ​ຊາດ ແລະ ສືບຕໍ່​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດແຜນການ​ປະຈຳ​ສົກ​ປີ 2014-2015 ກ່ຽວ​ກັບ​ການ​ປູກ​ໄມ້ ແລະ ຟື້ນ​ຟູ​ປ່າໄມ້​ໃຫ້​ບັນລຸ​ຜົນ​ຕາມ​ຕົວເລກ​ຄາດໝາຍ​ຂອງ​ແຜນການ​ທີ່ກຳນົດ​ໄວ້ ທ່ານ​ລັດຖະມົນຕີ​ວ່າການ​ ກະຊວງ​ຊັບພະຍາກອນ​ທຳມະ​ຊາດ ແລະ ສິ່ງແວດລ້ອມ ​ກໍ່ອອກ​ແຈ້ງ​ການເຖິງ​ບັນດາ​ພາກສ່ວນ​ຕ່າງໆ​ ໃນ​ຂອບ​ເຂດ​ທົ່ວ​ປະເທດ ຈົ່ງ​ພ້ອມ​ກັນ​ຈັດ​ຕັ້ງ​ກັນ​ປູກໄມ້ ເນື່ອງ​ໃນ​ໂອກາດ​ວັນ​ປູກ​ໄມ້ແຫ່ງ​ຊາດ ວັນ​ທີ 1 ມິຖຸນາ 2015 ເປັນ​ການ​ຟື້ນ​ຟູ​ປ່າ ແລະ ເປັນການ​ສ້າງ​ຂະ​ບວນ​ການ​ຕ້ອບ​ຮັບວັນ​ສຳຄັນ​ຂອງ​ຊາດ-ຂອງ​ພັກ.

ສຳລັບ​ການຈັດຕັ້ງ​ປະຕິບັດແມ່ນ​ໃຫ້​ລະດົມ​ພາກ​ລັດ ແລະ ບັນດາ​ພາກສ່ວນ​ຫົວໜ່ວຍ​ທຸລະກິດ ແລະ ພໍ່​ແມ່​ປະຊາຊົນ ດ້ວຍການ​ສຸມ​ໃສ່​ສຳ​ຫຼວດ​ເນື້ອທີ່​ເປົ່າວ່າງ ເນື້ອທີ່​ປ່າ​ປອກ​ໂຫຼ້ນ ນຳໃຊ້​ເຂົ້າ​ໃນ​ການ​ປູກ​ໄມ້ ເພື່ອ​ເປັນການ​ປົກ​ປັກ​ຮັກສາ​ສິ່ງແວດລ້ອມ ແລະ ເນື້ອທີ່​ເຂດ​ປ່າໄມ້​ເສື່ອມໂຊມ ແນໃສ່​ປູກ​ເສີມ ແລະ ຟື້ນຟູ​ແບບ​ທຳ​ມະ​ຊາດ ເພື່ອ​ໃຫ້​ກັບຄືນ​ເປັນ​ປ່າດົງ​ຕຶບໜາ.

ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ຄົ້ນຄວ້າ ແລະ ກຳນົດ​ເຂດ​ປ່າ​ປູກ ແລະ ພື້ນ​ຟູ​ປ່າ ເພື່ອ​ປັກ​ປັກ​ຮັກສາ​ສິ່ງແວດລ້ອມຢ່າງ​ມີ​ຈຸດ​ສຸມ ແລະ ເປົ້າ​ໝາຍຍາວ​ນານ ເພື່ອ​ປົກ​ປັກ​ຮັກສາແຫຼ່ງ​ນ້ຳ ຍອດນ້ຳ ປ້ອງ​ກັນ​ເຂດ​ທີ່ມີ​ຄວາມ​ສ່ຽງ​ຕໍ່​ດິນ​ຖະ​ຫຼົ່ມ ການເຊາະ​ເຈື່ອນ ຫຼື ປ້ອງ​ກັນ​ໄພພິບັດທຳ​ມະ​ຊາດ ທີ່​ອາດ​ຈະ​ເກີດ​ຂຶ້ນໃນຕໍ່ໜ້າ ຄັດ​ເລືອກ​ເບັ້ຍ​ໄມ້​ທີ່​ຈະນຳໄປ​ປູກ​ ແມ່ນ​ໃຫ້​ມີ​ຊະນິດ​ໄມ້​ພື້ນເມືອງ ແລະ ເປັນ​ເບັ້ຍ​ໄມ້​ທີ່​ແຂງແຮງ ​ທົນ​ທານ ​ເໝາະ​ສົມ​ຕໍ່​ສະພາບ​ດິນ​ຟ້າ​ອາກາດ.

ພາຍຫຼັງ​ສຳເລັດ​ການ​ປູກແລ້ວ ​ຕ້ອງ​ມອບ​ຄວາມ​ຮັບ​ຜິດຊອບ​ໃຫ້​ບຸກຄົນ ການຈັດຕັ້ງ ຫຼື ອົງ​ການຈັດຕັ້ງ​ມະຫາຊົນ​ພາຍ​ໃນ​ທ້ອງຖິ່ນ​ທີ່​ມີ​ເງື່ອນໄຂ ເປັນ​ຜູ້​ຮັບຜິດຊອບ​ຄຸ້ມ​ຄອງ ບົວລະບັດ ແລະ ປົກ​ປັກ​ຮັກສາ​ປ່າ​ປູກ ເຂດປ່າ​ຟື້ນ​ຟູ ເພື່ອ​ໃຫ້​ຕົ້ນໄມ້​ທີ່​ໄດ້​ປູກແລ້ວ​ນັ້ນ​ຈະເລີນ​ເຕີບ​ໂຕ ພ້ອມທັງ​ເອົາໃຈໃສ່​ການ​ປູກ​ຊ້ອມ​ຄືນຕົ້ນໄມ້​ທີ່​ຕາຍ ເພື່ອ​ບໍ່​ໃຫ້​ບ່ອນ​ທີ່ປູກ​ນັ້ນ​ວ່າງ​ເປົ່າ ແລະ ໃຫ້​ກາຍເປັນ​ປ່າໄມ້​ທີ່​ອຸດົມສົມບູນ​ໃນ​ອະນາ​ຄົດ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ລວມ 9 ອາຊີບມາແຮງໃນປັດຈຸບັນ

ໃນຍຸກປັດຈຸບັນຕະຫຼາດແຮງງານທີ່ກຳລັງເຕີບໃຫຍ່ຢ່າງໄວວາ ໂດຍໄດ້ຮັບອິດທິພົນມາຈາກ ແທັກໂນໂລຢີ ແລະ ພຶດຕິກຳຂອງຜູ້ຊົມໃຊ້ທີ່ປ່ຽນໄປ ເຮັດໃຫ້ທິດທາງການຫາວຽກຂອງແຮງງານເລີ່ມມີຄວາມທ້າທາຍຂຶ້ນ. ສະນັ້ນ, ທີມງານລາວໂພສຈຶ່ງໄດ້ລວບລວມບັນດາອາຊີບທີ່ມາແຮງ ແລະ ຕ້ອງການໃນຕະຫຼາດແຮງງານຫຼາຍທີ່ສຸດ ໃນປີ 2025 ມາເບິ່ງພ້ອມກັນເລີຍວ່າຈະມີອາຊີບໃດແນ່. 1 ນັກພັດທະນາປັນຍາປະດິດ...

ພິທີວາງສີລາລຶກການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມແຫ່ງໃໝ່

ສະຫະລັດອາເມຣິກາ ແລະ ສປປ ລາວ ສະເຫຼີມສະຫຼອງ ພິທີວາງ ສີລາລຶກ ການກໍ່ສ້າງສໍານັກງານໃຫຍ່ ແລະ ສະຖານທີ່ຝຶກອົບຮົມ ແຫ່ງໃໝ່ຂອງພາສີລາວ ນະຄອນຫຼວງວຽງຈັນ, ສປປ ລາວ, ວັນ​ທີ...

ແກ້ງຢານາຣົກຕີນຽນ! ໃສ່ປ້າຍລົດລັດຂົນຢາບ້າກວ່າ 10 ລ້ານເມັດຜ່ານຈຸດກວດ ສຸດທ້າຍຖືກເຈົ້າໜ້າທີ່ົໄລ່ຍິງ

ໄລ່ຍິງສະນັ່ນ! ເຈົ້າໜ້າທີ່ຕຳຫຼວດໄລ່ຍິງກຸ່ມແກ້ງຄ້າຢາເສບຕິດ ໂດຍການໃສ່ປ້າຍລົດລັດ. ໃນຄັ້ງວັນທີ 10 ພຶດສະພາ 2025 ທາງເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງໄດ້ເຮັດວຽກກວດກາຍານພາຫະນະເປັນປົກກະຕິ, ຮອດເວລາປະມານ 11 ໂມງ 00 ນາທີ ໄດ້ມີລົດຟໍຈູນເນີ ສີປອນ...

ຕາດູຕົນ ເຫດໄຟໄໝ້ເຮືອນປະຊາຊົນ ບ້ານປຸ່ງສ້ຽວ ເມືອງສິງ ແຂວງຫຼວງນ້ຳທາ ເສຍຫາຍ 480 ລ້ານກີບ

ເຫດໄຟໄໝ້ເຮືອນປະຊາຊົນ ເສຍຫາຍ 480 ລ້ານ. ຕາມການໃຫ້ຂໍ້ມູນຂອງກອງຕຳຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ແຂວງຫຼວງນ້ຳທາໃຫ້ຮູ້ວ່າ:ໃນຕອນເຊົ້າເວລາ 10 ໂມງ ວັນທີ 12 ພຶດສະພາ 2025 ໄດ້ຮັບແຈ້ງຈາກ...