spot_img
Homeຂ່າວການພັດທະນາອັດຕະປືຈະມີໂສມໜ້າໃໝ່ ພາຍຫລັງເປີດນຳໃຊ້ສະໜາມບິນຂອງຕົນ

ອັດຕະປືຈະມີໂສມໜ້າໃໝ່ ພາຍຫລັງເປີດນຳໃຊ້ສະໜາມບິນຂອງຕົນ

Published on

attapue

ແຂວງອັດຕະປືຕັ້ງຢູ່ໃຕ້ສຸດຂອງປະເທດ, ມີເນື້ອທີ່ປະມານ 10.320 ກິໂລຕາແມັດ, ມີ 5 ເມືອງ, ລວມມີປະຊາກອນປະມານ 130 ພັນກວ່າຄົນ, ເປັນແຂວງທີ່ມີເ ສດ ຖະກິດຂະຫຍາຍຕົວໃນລະດັບສູງ, ໂດຍສະເພາະໄລຍະການຈັດຕັ້ງປະ ຕິບັດແຜນ ພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII (2011-2015) ມີຕົວເລກ ການຂະຫຍາຍຕົວສະເລ່ຍ 13% ຕໍ່ປີ, ເຊິ່ງປັດໄຈຕົ້ນຕໍ່ແມ່ນມາ ຈາກມີການລົງ ທຶນຂອງຕ່າງປະເທດເປັນຈຳນວນຫລາຍ, ໂດຍສະເພາະແມ່ນການລົງທຶນ ຈາກ ສສ ຫວຽດນາມ ແລະ ໜຶ່ງໃນນັ້ນກໍແມ່ນສະໜາມບິນ, ເຊິ່ງຈະເປັນເງື່ອນໄຂສະດວກໃຫ້ການພັດທະນາເສດຖະ ກິດ-ສັງຄົມ ຂອງໄດ້ຂະຫຍາຍຕົວຍິ່ງຂຶ້ນ.

ຄະນະຮັບຜິດຊອບໂຄງການກໍ່ສ້າງສະໜາມບິນດັ່ງກ່າວໃຫ້ຮູ້ວ່າ: ສະໜາມບິນແຂວງອັດຕະປື, ຕັ້ງຢູ່ຫ່າງຈາກເທດ ສະບານແຂວງປະມານ 25 ກິໂລແມັດ, ໄປຕາມເສັ້ນທາງເລກ18B ອອກສູ່ຊາຍແດນຫວຽດນາມ, ສະໜາມບິນແຫ່ງ ນີ້ປະກອບມີອາຄານຜູ້ໂດຍສານຂະໜາດໃຫຍ່ໜຶ່ງຫລັງ, ມີເສັ້ນທາງແລ່ນຂຶ້ນ-ລົງຂອງເຮືອບິນກວ້າງ 30 ແມັດ, ຍາວ 1.850 ແມັດ, ສາມາດຮອງຮັບເຮືອບິນຂະໜາດນ້ອຍ ອາເຕແອ (ATR) ໄດ້ປະມານ 2 ລຳ, ໂດຍແມ່ນກຸ່ມບໍລິສັດ ຮວ່າງແອງ ຢາລາຍເປັນຜູ້ລົງທຶນກໍ່ສ້າງໃນມູນຄ່າ 36 ລ້ານກວ່າໂດລາສະຫະລັດ.

ທ່ານ ເພັດມີໄຊ ຄຳພັກດີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງອັດຕະປື ກ່າວວ່າ:ໃນແຕ່ລະປີຕົວເລກ ການຄົມມານາຄົມຂົນສົ່ງສິນຄ້າ, ນັກລົງທຶນ ແລະ ນັກທ່ອງທ່ຽວເຂົ້າ-ອອກຜ່ານແຂວງພວກເຮົາເປັນຈຳນວນຫລວງ ຫລາຍ, ເນື່ອງຈາກພື້ນທີ່ຂອງແຂວງອັດຕະປືແມ່ນຕິດຈອດກັບປະເທດຫວຽດນາມ ແລະ ກຳປູເຈຍ, ຈຶ່ງເຮັດໃຫ້ມີນັກລົງທຶນ ແລະ ນັກທ່ອງທ່ຽວຈາກປະເທດດັ່ງກ່າວເຂົ້າມາຫລາຍ, ສະນັ້ນເມື່ອສະໜາມບິນໄດ້ເປີດໃຫ້ບໍລິການຂົນສົ່ງໂດຍສານ ທາງອາກາດແລ້ວກໍຈະເປັນທາງເລືອກໃໝ່ໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດທີ່ຈະເດີນທາງເຂົ້າມາເຮັດວຽກ, ມາລົງທຶນ ແລະ ທ່ອງທ່ຽວຢູ່ແຂວງອັດຕະປືຫລາຍຂຶ້ນ.

ທ່ານ ດຣ ນາມ ວິຍາເກດ ເຈົ້າແຂວງອັດຕະປືກ່າວວ່າ: ປັດຈຸບັນລາຍຮັບຂອງປະຊາຊົນແຂວງອັດຕະປືສະເລ່ຍປະມານ 1.700 ໂດລາສະຫະລັດ ຫລື 13 ລ້ານກີບຕໍ່ຄົນຕໍ່ປີ, ສິ່ງດັ່ງກ່າວກໍເນື່ອງມາຈາກການລົງທຶນຂອງຕ່າງປະເທດເປັນຈຳນວນຫລາຍ, ໂດຍສະເພາະແມ່ນນັກລົງທຶນຈາກຫວຽດນາມທີ່ໄດ້ເຂົ້າມາລົງທຶນປູກພືດອຸດສະຫະກຳ ແລະ ກະສິ ກຳເຊັ່ນ: ຢາງພາລາ, ປາມ, ອ້ອຍ, ມັນຕົ້ນ, ປູກຫຍ້າລ້ຽງງົວພັນຫລາຍພັນຕົວຂອງບໍລິສັດຮວ່າງແອງຢາລາຍ, ນອກ ຈາກນີ້ແຂວງພວກເຮົາຍັງແມ່ນທາງຜ່ານສຳຄັນຂອງເຂດສາມຫລ່ຽມພັດທະນາ 3 ປະເທດຄື: ກຳປູເຈຍ, ລາວ ແລະ ຫວຽດນາມ (CLV), ຊຶ່ງນັບວ່າເປັນຈຸດເຊື່ອມຕໍ່ດ້ານເສດຖະກິດຂອງພາກພື້ນຈຸດໜຶ່ງ, ດັ່ງນັ້ນສະໜາມບິນແຫ່ງນີ້, ນອກຈາກຈະເຮັດໃຫ້ປະຊາຊົນຊາວແຂວງອັດຕະປືມີຄວາມເອກອ້າງທະນົງໃຈແລ້ວ, ຍັງເປັນການຍົກລະດັບພື້ນຖານໂຄງລ່າງ ດ້ານວຽກງານຄົມມານາຄົມຂອງແຂວງໃຫ້ດີຂຶ້ນ, ສ້າງເງື່ອນໄຂສະດວກໃນການເດີນທາງໄປມາດ້ວຍເຮືອບິນໂດຍກົງ ເຊື່ອມຕໍ່ຈາກນະຄອນຫລວງວຽງຈັນໄປຫາແຂວງຈຳປາສັກ, ອັດຕະປື, ຫວຽດນາມ ແລະ ກຳປູເຈຍໃນອານາຄົດອັນໃກ້ໆນີ້, ເຊິ່ງແນ່ນອນວ່າຈະເປັນໂສມໜ້າໃໝ່ຂອງການພັດທະນາ ແລະ ເປັນທ່າແຮງອັນສຳຄັນໃນການດຶງດູດການລົງທຶນ ແລະການທ່ອງທ່ຽວຂອງແຂວງອັດຕະປືໃຫ້ດີຂຶ້ນກວ່າເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...