ໃນວັນທີ 22 ພຶດສະພາຜ່ານມານີ້, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງ ວຽງຈັນ ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສູນຄົ້ນຄວ້າກະສິກຳແຫ່ງຊາດ, ອົງການສະຫະປະຊາຊາດ ເພື່ອການ ພັດທະນາ, ອົງການອາຫານ ແລະ ການກະເສດ, ສະຫະພັນເພື່ອການອານຸລັກສິ່ງ ແວດລ້ອມສາກົນ, ສະມາຄົມຊີວະນາໆພັນລາວ ແລະ ຜູ້ຕາງໜ້າຈາກອົງການສື່ ຕ່າງໆ, ໄດ້ຮ່ວມຈັດກອງປະຊຸມປຶກສາຫາລືກ່ຽວກັບຄວາມສຳຄັນຂອງລະບົບຊີວະນາໆພັນເພື່ອການພັດທະນາແບບຍືນຍົງ, ເນື່ອງໃນໂອກາດວັນສາກົນຂອງຄວາມຫລາກຫລາຍດ້ານຊີວະນາໆພັນ 22 ພຶດສະພາ.
ກອງປະຊຸມດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງຊີວະນາໆພັນເພື່ອການພັດທະນາແບບຍືນຍົງ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງຊີວະນາໆພັນຕໍ່ກັບການພັດທະນາຂອງລາວ, ເຊິ່ງຕະຫລອດໄລຍະຜ່ານມາ, ລາວກໍໄດ້ໃຫ້ຄວາມ ສຳຄັນຂອງລະບົບຊີວະນາໆພັນຕໍ່ກັບການພັດທະນາແບບຍືນຍົງ, ໂດຍໄດ້ເຂົ້າເປັນລັດພາຄີຂອງອານຸສັນຍາສາກົນ ວ່າດ້ວຍຊີ ວະນາໆພັນໃນປີ 1996 ແລະ ໃນນາມລັດພາຄີລາວໄດ້ຮັບຮອງເອົາແຜນປະຕິບັດງານ ແລະ ຍຸດທະສາດດ້ານຊີວະນາໆພັ ນແຫ່ງຊາດຄັ້ງທຳອິດໃນປີ 2006, ຊຶ່ງເປົ້າໝາຍຕົ້ນຕໍແມ່ນເຮັດໃຫ້ຊີວະນາໆພັນເປັນກຸນແຈສຳຄັນໃນການລຶບລ້າງຄວາມ ທຸກຍາກຂອງປະຊາຊົນ.
ໃນການສົນທະນາຄັ້ງນີ້, ຜູ້ຕາງໜ້າຈາກອົງການສາກົນໄດ້ມີຄຳເຫັນທີ່ເປັນເອກະພາບກັນເນັ້ນໃສ່ບັນຫາກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງຊີວະນາໆພັນຕໍ່ເປົ້າໝາຍການພັດທະນະແບບຍືນຍົງ ແລະ ລວມໄປເຖິງບັນຫາດ້ານຊີວະນາໆພັນໃນວາລະແຫ່ງຊາດການພັດທະນາຫລັງປີ 2015 ເປັນຕົ້ນ: ການປົກປ້ອງ ແລະ ນຳໃຊ້ລະບົບນິເວດໃຫ້ມີຄວາມຍືນຍົງ, ການຄຸ້ມຄອງປ່າໄມ້, ການຕ້ານການປ່ຽນແປງ ແລະ ຊຸດໂຊມຂອງດິນ ແລະ ສູນເສຍຊີວະນາໆພັນ, ນອກຈາກນີ້, ຍັງໄດ້ເວົ້າເຖິງຄຸນປະໂຫຍດຂອງຊີວະນາໆພັນຕໍ່ການພັດທະນາຢູ່ທ້ອງຖິ່ນ ແລະ ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ເຊິ່ງໄດ້ມີການປະເມີນແລ້ວວ່າດ້ານຊີວະນາໆພັນປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນສູງກວ່າ 60%.
ຜູ້ຕາງໜ້າຈາກອົງການອາຫານ ແລະ ການກະເສດສະຫະປະຊາຊາດ ດຣ ສະເຕເຟນ ຣຸດກາດ ກ່າວວ່າ: ຢູ່ລາວມີພັນພືດປະ ມານ 200 ຊະນິດໄດ້ຮັບການປູກໂດຍກະສິກອນ, ນອກນັ້ນຍັງມີຕົ້ນໄມ້ຂະໜາດໃຫຍ່ 500 ຊະນິດ, ປາ 500 ສາຍພັນ ແລະ ມີຕົ້ນໄມ້ຫລາຍກວ່າ 1.600 ຊະນິດທີ່ມີຄຸນປະໂຫຍດເປັນຢາປົວພະຍາດ ແລະ ອົງການດັ່ງກ່າວຍັງຈະສືບຕໍ່ໃຫ້ການສະໜັບສະໜູນລັດຖະບານ ແລະ ທ້ອງຖີ່ນໃນການອານຸລັກຊີວະນາໆພັນເພື່ອໃຫ້ກາຍເປັນທ່າແຮງປະກອບສ່ວນໃນດ້ານການທ່ອງທ່ຽວທາງທຳມະຊາດ ແລະ ວັດທະນະທຳ, ສິ່ງສຳຄັນການດຳລົງຊີວິດແບບຍືນຍົງຂອງຄົນທ້ອງຖິ່ນຊົນນະບົດຫ່າງໄກສອກຫລີກສ່ວນຫລາຍຍັງອາໄສທຳມະ ຊາດ, ຊີວະນາໆພັນ, ສັດປ່າ ແລະ ເຄື່ອງປ່າຂອງດົງເປັນບ່ອນທຳມາຫາກິນ ແລະ ສ້າງລາຍຮັບໃຫ້ຄອບຄົວ, ນອກ ຈາກນີ້, ຊີວະນາໆພັນຍັງຊ່ວຍຫລຸດຜ່ອນການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມສ່ຽງຈາກໄພພິບັດ, ການມີລະບົບນິເວດທີ່ຍືນຍົງແມ່ນສາມາດປ້ອງກັນໄພພິບັດທຳມະຊາດໄດ້ເຊັ່ນ: ນ້ຳຖ້ວມ, ດິນເຈື່ອນ ແລະ ໄພແຫ້ງແລ້ງເຫລົ່ານີ້ເປັນຕົ້ນ.
ແຫລ່ງຂ່າວ: ລາວພັດທະນາ