spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຈົ່ງຊ່ວຍກັນສະກັດກັ້ນ ແລະ ຕ້ານໄຂ້ຍຸງລາຍໃຫ້ມີຜົນ

ຈົ່ງຊ່ວຍກັນສະກັດກັ້ນ ແລະ ຕ້ານໄຂ້ຍຸງລາຍໃຫ້ມີຜົນ

Published on

5v6epzwe copy

ດັ່ງພວກເຮົາຮັບຮູ້ນຳກັນ ແລ້ວວ່າ: ໄຂ້ຍຸງລາຍເປັນພະ ຍາດທີ່ ແຜ່ກະຈາຍໄດ້ໄວໄປທົ່ວ ໂລກ ເຊິ່ງແມ່ນຍຸງລາຍເປັນໂຕ ນຳເຊື້ອ ຄືໃນຫລາຍສິບປີມານີ້, ໃນພາກພື້ນອາຊີ-ປາຊີຟິກຕາ ເວັນຕົກ ໄດ້ມີຈຳນວນຄົນຕິດ ເຊື້ອໄຂ້ຍຸງລາຍເພີ່ມຂຶ້ນທົບເຄິ່ງ ແລະ ສະເພາະ ຢູ່ຂົງເຂດອາຊີ-ປາ ຊີຟິກກວມເອົາ 75% ຂອງຜູ້ຕິດ ເຊື້ອພະຍາດ ດັ່ງກ່າວໃນທົ່ວໂລກ ສົ່ງຜົນກະທົບບໍ່ໜ້ອຍຕໍ່ ວຽກງານ ສາທາລະ ນະສຸກ, ເສດຖະກິດ- ສັງຄົມຂອງຊາດ ເຊິ່ງມາຮອດ ປັດຈຸບັນ ກໍຍັງບໍ່ທັນມີຢາວັກ ແຊງ ແລະ ການປິ່ນ ປົວໃດ ເພື່ອ ຂ້າເຊື້ອພະຍາດດັ່ງກ່າວ. ແຕ່ ເຖິງຢ່າງໃດ ກໍຕາມ, ການດຳ ເນີນການປ້ອງກັນ ແລະ ຄວບ ຄຸມໄຂ້ຍຸງລາຍຍັງພົບ ກັບສິ່ງທ້າ ທາຍຫລາຍຢ່າງ ເນື່ອງຈາກປະ ຊາກອນເພີ່ມຂຶ້ນ, ຄວາມສີວິໄລ ນັບມື້ເພີ່ມຂຶ້ນ, ການເຄື່ອນຍ້າຍ ຂອງປະຊາກອນ
ເພີ່ມຂຶ້ນ, ການ ປ່ຽນແປງຂອງສະພາບອາກາດ ເຊິ່ງເປັນເງື່ອນໄຂເຮັດໃຫ້ໄຂ້ຍຸງ ລາຍຍັງຄົງເປັນບັນຫາ ແລະ ຮຽກຮ້ອງໃຫ້ມີວິ ທີການປ້ອງກັນ ທີ່ມີປະສິດ ທິພາບ.

ໃນຜ່ານມາ, ບັນດາກຸ່ມປະ ເທດອາຊຽນ ກໍໄດ້ວາງຍຸດທະສາດໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ຄືການ ປ້ອງກັນ ແລະ ຄວບຄຸມໄຂ້ຍຸງ ລາຍແມ່ນໜ້າທີ່ຂອງໝົດທຸກຄົນ, ການຄວບຄຸມພາຫະນຳ ເຊື້ອແບບເຊື່ອມຊານຈະຊ່ວຍ ເຮັດໃຫ້ການຄວບຄຸມຍຸງລາຍໄດ້ ເປັນຢ່າງດີ ແລະ ຍຸດທະສາດໃນ ການຕອບໂຕ້ແມ່ນແນໃສ່ປະຕິ ບັດການຄວບຄຸມທີ່ມີຢູ່ ໃນປັດຈຸ ບັນບົນພື້ນຖານ ແລະ ຫລັກການ ທີ່ເປັນວິທະຍາສາດທີ່ສຸດ.

ໃນວັນທີ 15 ມິຖຸນາ 2015 ແລະ ປີໃດ, ບັນດາປະເທດສະມາ ຊິກອາຊຽນຕ້ອງໄດ້ຈັດຕັ້ງຂະ ບວນການໃນວັນຕ້ານໄຂ້ ຍຸງ ລາຍອາຊຽນ ໃນຂອບເຂດທົ່ວ ປະເທດຂອງຕົນເອງຢ່າງມີຜົນ ສຳເລັດ. ເນື້ອໃນສຳຄັນຂອງວັນ ດັ່ງກ່າວນີ້ ແມ່ນແນໃສ່ການປຸກ ລະດົມທົ່ວສັງຄົມ ເພື່ອປະກອບ ສ່ວນໃນການກຳຈັດຍຸງລາຍທີ່ ເປັນພາຫະນຳເຊື້ອ, ການດູແລ ແລະ ປິ່ນປົວຜູ້ຕິດເຊື້ອ, ການເຝົ້າ ລະວັງ, ຕອບໂຕ້ເມື່ອເກີດລະ ບາດຂອງພະຍາດ ແລະ ການຄົ້ນ ຄວ້າວິທະຍາສາດ. ພ້ອມດຽວ ກັນນັ້ນ ການຮ່ວມມືຂອງບຸກຄົນ, ຊຸມຊົນ, ໜ່ວຍງານເອກະຊົນ ແລະ ອົງການຈັດຕັ້ງຂອງລັດ, ຂະແໜງການຕ່າງໆຂອງສາທາ ລະນະສຸກ ແລະ ຂະແໜງການທີ່ ບໍ່ແມ່ນສາທາລະນະສຸກແມ່ນຂໍກຸນແຈທີ່ສຳຄັນທີ່ສຸດ ເພື່ອສະກັດກັ້ນ ແລະ ຄວບຄຸມພະຍາດ.

ພາຍຫລັງ ສປປ ລາວ ຜະເຊີນກັບການລະບາດໃຫຍ່ຂອງໄຂ້ຍຸງລາຍ ໃນປີ 2013 ນັ້ນ, ໃນປີ 2015 ນີ້, ກະຊວງສາທາ ລະນະສຸກ ໄດ້ເອົາໃຈໃສ່ ແລະ ຂຸ້ນຂ້ຽວ ເພື່ອກະກຽມຈັດຕັ້ງປະຕິບັດການປ້ອງກັນຕັ້ງແຕ່ຫົວທີ. ການປະກອບສ່ວນຂອງຊຸມຊົນແມ່ນ ມີຄວາມສຳຄັນໃນການຄວບຄຸມພະຍາດໄຂ້ຍຸງລາຍໄດ້ຢ່າງມີປະສິດທິຜົນ.

ລັດຖະບານລາວໄດ້ໃຫ້ຄວາມສຳຄັນກ່ຽວກັບຂະບວນການປຸກລະດົມຊຸມຊົນຕ້ານພະຍາດໄຂ້ຍຸງລາຍໂດຍເລີ່ມຈາກວັນຕ້ານໄຂ້ຍຸງລາຍອາຊຽນໃນປີນີ້ ຄືໃນວັນທີ 15 ມິຖຸນາ, ຈຸດປະສົງແມ່ນເພື່ອສະກັດກັ້ນບໍ່ໃຫ້ພະຍາດໄຂ້ຍຸງລາຍລະບາດໂດຍໃຊ້ຍຸດທະສາດຫລຸດຜ່ອນແຫລ່ງເພາະພັນຂອງຍຸງລາຍ ແລະ ທຳລາຍໜອນນ້ຳຍຸງລາຍໃນເຮືອນ, ສະຖາບັນ, ສຳນັກງານຫ້ອງການ, ສະຖານ ທີ່ສາທາລະນະທຸກແຫ່ງ. ພາຍຫລັງບັ້ນປຸກລະດົມໃຫຍ່ນີ້ ຂໍຮຽກຮ້ອງແຕ່ລະກົມກອງ, ສະຖາບັນ, ບຸກຄົນ ແລະ ຄອບຄົວຄວນໄດ້ສືບຕໍ່ປະຕິບັດຢ່າງຕໍ່ເນື່ອງທຸກອາທິດເພື່ອຄວບຄຸມປະຊາກອນຍຸງລາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...