spot_img
Homeຂ່າວຕ່າງປະເທດພົນ​ລະ​ເມືອງ EU ອົບ​ພະ​ຍົບ​ເຂົ້າ​ອັງ​ກິດ ສູງ​ເຖິງ​ລະ​ດັບ​ສູງ​ສຸດ ໃນ​ຮອບ 9 ປີ!

ພົນ​ລະ​ເມືອງ EU ອົບ​ພະ​ຍົບ​ເຂົ້າ​ອັງ​ກິດ ສູງ​ເຖິງ​ລະ​ດັບ​ສູງ​ສຸດ ໃນ​ຮອບ 9 ປີ!

Published on

558000005999201

ຈຳ​ນວນ​ຜູ້​ຍ້າຍ​ຖິ່ນ​ຖານ​ຈາກ​ປະ​ເທດ​ສະ​ມາ​ຊິກອີ​ຢູ ເຂົ້າ​ມາ​ອັງ​ກິດ​ເພີ່ມ​ສູງ​ຂຶ້ນ​ເປັນ 318,000 ຄົນ ໃນ​ປີ 2014 ເຊິ່ງ​ນັບ​ເປັນ​ການ​ຍ້າຍ​ຖິ່ນ​ເຂົ້າ​ມາ​ໃນ​ປະ​ເທດ ສູງ​ທີ່​ສຸດ​ໃນ​ຮອບ 9 ປີ​ຂອງ​ອັງ​ກິດ ນັບ​ຕັ້ງ​ແຕ່​ປີ 2005 ເປັນ​ຕົ້ນ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານຂໍ້​ມູນ​ດັ່ງ​ກ່າວ ​ໃນ​ວັນ​ທີ 21 ພຶດ​ສະ​ພາ​ຜ່ານ​ມາ ເຊິ່ງ​ຖື​ເປັນ​ຂໍ້​ຄົງ​ຄ້າງ​ອັນ​ໜຶ່ງ ທີ່​ລັດ​ຖະ​ບານ​ພາຍ​ໃຕ້​ການ​ນຳ​ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ເດ​ວິດ ຄາ​ເມ​ຣອນ ​ບໍ່​ສາ​ມາດ​ເຮັດ​ສຳ​ເລັດ​ໄດ້ ຈາກທີ່​ເຄີຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໄວ້​ວ່າ ຈະ​ຫລຸດ​ຜ່ອນ​ຕົວ​ເລກ​ດັ່ງ​ກ່າວ​ລົງ ໃຫ້​ເຫລືອ​ໜ້ອຍ​ກ່​ວາ 100,000 ຄົນ​ຕໍ່​ປີ ອັນ​ໄດ້​ເປັນ​ການ​ສ້າງ​ຄວາມ​ກັງ​ວົນ​ຕໍ່​ປະ​ຊາ​ຊົນ​ຊາວ​ອັງ​ກິດ ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ການ​ອົບ​ພະ​ຍົບ​ຂອງ​ຄົນ​ຈາກ​ປະ​ເທດ ໃນ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ ຫລື ອີ​ຢູ ເຂົ້າ​ມາ​ປະ​ເທດ​ອັງ​ກິດ​ຫລາຍ​ຂຶ້ນ ແລະ ລັດ​ຖະ​ບານ​ເອງ​ກໍ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້.

ທ່ານ ເດ​ວິດ ຄາ​ເມ​ຣອນ ໄດ້​ອອກ​ມາ​ໃຫ້​ສັນ​ຍາ​ຕໍ່​ຊາວ​ອັງ​ກິດ​ ຫລັງ​ຈາກ​ຂໍ້​ມູນ​ຕົວ​ເລກ​ດັ່ງ​ກ່າວ​ຖືກ​ລາຍ​ງານ​ອອກ​ມາ​ວ່າ ຕົນ​ເອງ​ຈະ​ຊຸກ​ຍູ້​ໃຫ້​ມີ​ການ​ປະ​ຕິ​ຮູບ​ພາຍ​ໃນ​ສະ​ຫະ​ພາບ​ເອີ​ຣົບ ເພື່ອ​ປັບ​ປ່ຽນ​ວິ​ທີ​ການ​ທີ່​ຊາວ​ອີ​ຢູຈະ​ເຂົ້າ​ເຖິງ​ ລະ​ບົບ​ສະ​ຫວັດ​ດີ​ການ​ຂອງ​ອັງ​ກິດໃຫ້​ສຳ​ເລັດເສຍ​ກ່ອນ ກ່ອນ​ທີ່​ຈະ​ໃຫ້​ຊາວ​ອັງ​ກິດ​ເປັນ​ຜູ້​ລົງ​ປະ​ຊາ​ມະ​ຕິ​ຕັດ​ສິນ​ໃຈ​ອີກ​ເທື່ອ​ໜຶ່ງ ວ່າ​ຈະ​ຢູ່ ຫລື ອອກ​ຈາກ​ການ​ເປັນ​ສະ​ມາ​ຊິກ​ສະ​ຫ​ະ​ພາບ​ເອີ​ຣົບ ພາຍ​ໃນ​ປີ 2017.

ທັງ​ນີ້ ເນື່ອງ​ຈາກ​ເສດ​ຖະ​ກິດ​ຂອງ​ອັງ​ກິດ ແມ່ນ​ຢູ່​ໃນ​ທ່າອ​່ຽງ​ດີ​ກ່​ວາ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ໂດຍ​ສ່ວນ​ໃຫຍ່ ເຮັດ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ນີ້ ໄດ້​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ການ​ອົບ​ພະ​ຍົບ ເພື່ອ​ເຂົ້າ​ມາ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ ຂອງ​ພົນ​ລະ​ເມືອງ​ອີ​ຢູ​ເອງ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...