spot_img
Homeຂ່າວການພັດທະນານ.ວ ຍຸບ​ຕະ​ຫລາດ​ໜອງ​ຈັນ ພ້ອມ​ປັບ​ປຸງ​ຕະ​ຫລາດ​ຂົວ​ດິນ ສູ່​ໃບ​ໜ້າ​ໃໝ່​!

ນ.ວ ຍຸບ​ຕະ​ຫລາດ​ໜອງ​ຈັນ ພ້ອມ​ປັບ​ປຸງ​ຕະ​ຫລາດ​ຂົວ​ດິນ ສູ່​ໃບ​ໜ້າ​ໃໝ່​!

Published on

facebook

ຕະຫລາດ​ຂົວ​ດິນ​​ໃນ​ໄລຍະ​ກ່ອນນອນ​ຢູ່​ໃນ​ສະພາບ​ເປີະ​ເປື້ອນ ​ເຕັມ​ໄປ​ດ້ວຍ​ຄວາມ​ແອ​ອັດກໍ​ໃຫ້​ເກີດ​ມີ​ຫາງ​ສຽງ​ຈາກ​ສັງຄົມ​ ​ແລະ ​ຜູ້​ເຂົ້າ​ມາ​ໃຊ້​ບໍລິການ, ​ແຕ່​ມາ​ຮອດ​ປັດ​ຈຸ​ບັນຕະຫລາດ​ດັ່ງກ່າວ​​ໄດ້​ມີ​ໂສມ​ໜ້າ​ໃໝ່, ຂະນະ​ທີ່​ຕະຫລາດ​ໜອງ​ຈັນ ຕັ້ງ​ຢູ່​ທິດ​​ເໜືອຕິ​ດກັບ​ຕະຫລາດ​ຂົວ​ດິນ ​ໄດ້​ໃຫ້​ຢຸດ​ເຊົາ​ກິດຈະການ, ​ເນື່ອງ​ຈາກ​ວ່າ​ທາງ​ນະ​ຄອນ​ຫລວງ​ຈະ​ນຳ​ໃຊ້​ເດີ່ນ​ບໍລິ​ເວນ​ຕະຫລາດ​ໜອງ​ຈັນ​ເກົ່າ ​ເຂົ້າ​ສູ່​ກິດຈະ ການ​ໃໝ່, ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍພາຍຫລັງ​ອາຄານສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ້ ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແລະ ​ເປີດ​​ໃຫ້​ບໍລິການ​ຢ່າງ​ເປັນທາງ​ການ​ແລ້ວ.

ການ​ປັບປຸງ​ຕະຫລາດ​ຂົວ​ດິນ​ ​ໄດ້​ເລີ່​ມມາ​ແຕ່​ທ້າຍ​​ເດືອນ​ເມສາທີ່​ຜ່ານ​ມາ, ທາງ​ຄະນະ​ຈັດ​ສັນ​ໄດ້​ທຳ​ການ​ເລີກ​ຮື້ຮ້ານ​ຂາຍຍ່ອຍ​ປະ​ເພດ​ສິ້ນ​​ແພ, ທີ່​ຕັ້ງ​ຢູ່​ສອງ​ຝາກ​ທາງ​ເຂົ້າ​ຕະຫລາດ​ຂົວ​ດິນ ​ແລ້ວ​ທຳ​ການ​ສ້ອມ​ແປງ​ປູ​ເບ​ຕົ້ງຄືນ​ໃໝ່, ສະ​ເພາະ​ທາງ​ຍ່າງຢູ່​ໃນ​ບໍລິ​ເວນ​ຕະຫລາດກໍ​ໄດ້​ມີ​ການ​ປູ​ເບ​ຕົ້ງ​ໃຫ້​ມີ​ລະບຽບ​ຈົບງາມ. ສ່ວນ​ຕະຫລາດ​ໜອງ​ຈັນ​ຢູ່​ທິດ​ເໜືອ​ຕິດ​ກັບ​ຕະຫລາດ​ຂົວ​ດິນ​ແມ່ນຊາວ​ຄ້າຂາຍ​ສ່ວນ​ໃຫຍ່​ໄດ້​ຢຸດ​ກິດຈະການ ​ແລະ ກຽມ​ຍົກຍ້າຍ​ໄປ​ບ່ອນ​ອື່ນ ​ເພື່ອ​ມ້າງ​ອາຄານ​ທີ່​​ເກົ່າ​ແກ່​ ​ແລະ ດຳ​ເນີນ​ການ​ປັບປຸງ​ເດີ່ນ​ຢູ່​ບໍລິ​ເວນ​ຕະຫລາດ​ດັ່ງກ່າວ​ເພື່ອ​ຫັນ​ໄປ​ສູ່​ກິດຈະການ​ອື່ນໆ​ທີ່​ມີ​ຜົນ​ດີກ​ວ່າ, ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ​ແລະ ຈົບງາມ​ກວ່າ, ສະ​ເພາະໜອງ​ຈັນ​ ກໍ​ພວມ​ຢູ່​ໃນ​ລະຫວ່າງ​ການ​ຖົມ​ດິນ, ປັບ​ໜ້າດິນ​ໃຫ້​ຮາບ​ພຽງ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ກິດຈະການ​ອື່ນ​ເຊັ່ນ​ດຽວ​ກັນ, ​ເຖິງ​ຢ່າງ​ໃດ​ກໍ​ດີສິ່ງ​ທີ່​ໜ້າ​ເປັນ​ຫວ່ງອີກ​ບັນຫາ​ໜຶ່ງແມ່ນ​ການ​ຈອດ​ລົດຢູ່​ທິດ​ເໜືອ​ຕິດ​ກັບ​ຕະຫລາດ​ຂົວ​ດິນຈາກ​ໄຟ​ແດງ​ຄິວ​ລົດ​ເມ, ​ເສັ້ນທາງ​ໄປ​ທາດ​ຝຸ່ນ​ທາງ​ພາກສ່ວນ​ກ່ຽວຂ້ອງຍັງ​ປ່ອຍປະ​ລະ​ເລີຍດ້ວຍ​ການ​ອະນຸຍາດ​ໃຫ້​ຝາກ​ລົດຈັກ​ລົດຖີບ, ຈຳ​ໂບ້, ຕຸກໆລວມ​ໄປ​ເຖິງ​ການ​ຂາຍ​ເຄື່ອງ​ຍ່ອຍ​ອື່ນ​ໆໂດຍ​ກວມ​ເອົາ​ເສັ້ນທາງ​ທຽວ ເຂົ້າ​ມາ​ນັບ​ເປັນ​ສິບ​ກວ່າ​ແມັດ​ເຮັດ​ໃຫ້ການ​ສັນຈອນ​ຢູ່​ເສັ້ນທາງ​ຈຸດ​ນີ້ ມີ​ຄວາມ​ແອ​ອັດ, ສ້າງ​ຄວາມ​ຫຍຸ້ງຍາກ​ລຳ​ບາກໃຫ້​ແກ່​ຍານພາຫະ​ນະທີ່​ສັນຈອນ​ໄປ​ມາ​ນັບ​ເປັນ​ຈຳນວນ​ບໍ່​ໜ້ອຍ. ດັ່ງ​ນັ້ນ​ຈຶ່ງ​ສະ​ເໜີ​ໃຫ້​ພາກ ສ່ວນ​ກ່ຽວຂ້ອງ​ກວດກາ​ຄືນ ​ແລະ ທຳ​ການຈັດ​ສັນ​ໃໝ່​ໃຫ້​ເຂົ້າ​ສູ່​ລະບຽບ​ຫລັກການ​ຕາມ​ຄຳ​ຂວັນ 6 ສ ຂອງນະຄອນ ຫລວງ​ວຽງຈັນ​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຢ່າງ​ໄວວາ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...