spot_img
Homeຂ່າວການພັດທະນາຫົວ​ໜ້າໂຍ​ທາ ນ.ວ ຊີ້ ເສັ້ນ­ທາງ ຫົວ​ຂົວ-ນາ​ຄວາຍ ຖ້າ​ບໍ່​ສຳ­ເລັດ ຈະ​ປ່ຽນ​ບໍ­ລິ­ສັດ​ໃໝ່​ເຮັດແທນ!

ຫົວ​ໜ້າໂຍ​ທາ ນ.ວ ຊີ້ ເສັ້ນ­ທາງ ຫົວ​ຂົວ-ນາ​ຄວາຍ ຖ້າ​ບໍ່​ສຳ­ເລັດ ຈະ​ປ່ຽນ​ບໍ­ລິ­ສັດ​ໃໝ່​ເຮັດແທນ!

Published on

20150515084338

ການ​ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງເສີມ​ເຫຼັກ​ແຕ່​ຫົວ​ຂົວ-ໂນນ​ຄໍ້-ຄຳ​ສະ­ຫວາດ ແລະ ນາ​ຄວາຍ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງວຽງ​ຈັນ ທີ່​ມີ​ຄວາມ​ຍາວ 7 ກິໂລ​ແມັດ ໂດຍ​ແມ່ນ​ງົບ­ປະ­ມານຂອງ​ລັດ ແລະ ໃຫ້​ບໍ­ລິ­ສັດເອ­ກະຊົນ​ພາຍ​ໃນ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ແລະ ລົງ­ທຶນກ່ອນ 100% ເຊິ່ງ​ໂຄງ­ການ​ດັ່ງ­ກ່າວ​ໃນ​ເບື້ອງຕົ້ນ​ແມ່ນ​ບໍ­ລິ­ສັດ​ດຽວ​ເປັນ​ຜູ້​ ຮັບເໝົາ​ກໍ່­ສ້າງ ແຕ່​ການ­ຈັດ­ຕັ້ງ​ປະ­ຕິບັດ​ມາ­ໄລ​ຍະ​ໜຶ່ງ​ເຫັນ​ວ່າ​ໂຄງການ​ຫຼ້າ​ຊ້າ ໜ້າ​ວຽກ​ບໍ່​ມີ​ຄວາມຄືບ​ໜ້າ ດັ່ງ­ນັ້ນ ຕໍ່​ມາ​ປະ­ມານກາງ​ປີ 2014 ພະ​ແນກ​ໂຍ­ທາ​ທິການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງວຽງ​ຈັນ ໃນ​ນາມ​ເຈົ້າ​ຂອງ​ໂຄງການ​ ກໍ່​ຄື​ຜູ້​ຄຸ້ມ​ຄອງ​ໂຄງ­ການ ​ກໍ່ໄດ້​ເຊື້ອ​ເຊີນ​ບໍ­ລິ­ສັດ​ຜູ້​ຮັບເໝົາ​ມາປຶກ­ສາ​ຫາ­ລື ໂດຍ​ໄດ້​ແບ່ງ​ໃຫ້​ໜຶ່ງບໍ­ລິ­ສັດ​ມາ​ຊ່ວຍ ໂດຍ​ສອງ​ບໍ­ລິ­ສັດນີ້​ໄດ້​ຕົກ­ລົງແບ່ງ​ຄວາມ​ຮັບ​ຜິດຊອບ​ກັນ ບໍ­ລິ­ສັດ​ໜຶ່ງ​ປະ­ຕິ­ບັດ 3 ກິ­ໂລ­ແມັດ ແລະ ອີກ​ບໍ­ລິ­ສັດ​ໜຶ່ງ ຮັບ­ຜິດ­ຊອບ 4 ກິ­ໂລ­ແມັດ ເມື່ອແບ່ງ​ກັນ​ແລ້ວ​ ສອງ​ບໍ­ລິ­ສັດ​ກໍ່​ໄດ້ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ກໍ່​ເຫັນ​ວ່າ​ມີ​ຄວາມ​ ຄືບ​ໜ້າ​ພໍ​ສົມ­ຄວນ ໂດຍສະ­ເພາະແມ່ນ​ບໍ­ລິ­ສັດ​ທີ່​ຮັບ ເໝົາ​ແຕ່​ຫົວ​ຂົວ-ໂນນ​ຄໍ້-ຄຳ​ສະຫວາດ ມີ​ຄວາມ​ຍາວ 4 ກິ​ໂລແມັດ ການ​ເທ​ເບ​ຕົງ​ໜ້າ​ທາງ​ໄດ້ປະ­ຕິ­ບັດຮອດ 3 ແຍກ​ທາງ​ໄປດົງ​ຄຳ​ຊ້າງ ຖື​ວ່າ​ໄດ້​ສ່ວນ​ຫຼາຍແລ້ວ ແລະ ການ​ດຳ­ເນີນ​ໂຄງການ​ມາ​ຮອດ​ເດືອນ​ກຸມ­ພາ 2015 ທັງ​ສອງ​ບໍ­ລິ­ສັດ​ໄດ້​ຢຸດ​ວຽກ ແລະ ເຮັດ​ໃຫ້​ໜ້າ​ວຽກ​ຍັງ​ຄື­ເກົ່າ​ຈົນ​ມາຮອດ​ປັດ­ຈຸ­ບັນ​ນີ້.

ທ່ານ ເດດ​ສົງ­ຄາມ ທຳ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງຈັນ ໄດ້​ໃຫ້​ສຳ­ພາດ​ວັນ​ທີ 14 ພຶດສະ­ພາ 2015 ຜ່ານ​ມາ​ນີ້ວ່າ: ຕໍ່​ກັບ​ໂຄງ­ການກໍ່­ສ້າງ​ເສັ້ນທາງ​ຢູ່​ຕົວ​ເມືອງ​ນະ­ຄອນ­ຫຼວງວຽງ​ຈັນ ມາ​ຮອດ​ປັດ­ຈຸ­ບັນ​ມີ​ຫຼາຍໂຄງ­ການ​ໄດ້ສຳ­ເລັດ ບາງ​ໂຄງການ​ກຳ­ລັງ​ກໍ່­ສ້າງ ແລະ ກໍ່​ມີ​ບາງໂຄງ­ການ​ບໍ່​ມີ​ຄວາມ​ຄືບ​ໜ້າ ໃນນັ້ນ ກໍ່​ມີ​ໂຄງ­ການ​ກໍ່­ສ້າງ​ເສັ້ນທາງຈີ່­ນາຍ​ໂມ້ ແລະ ໂຄງ­ການກໍ່­ສ້າງ​ເສັ້ນ­ທາງ​ຫົວ​ຂົວ-ໂນນ​ຄໍ້-ຄຳ​ສະ­ຫວາດ ແລະ ນາ​ຄວາຍ ທີ່​ຫຼ້າ​ຊ້າ​ແກ່­ຍາວ​ມາ​ຫຼາຍ​ປີ​ບໍ່​ສຳເລັດ ເຮັດ​ໃຫ້­ການ​ໄປ​ມາມີ​ຄວາມຫຍຸ້ງ­ຍາກ ສາ­ເຫດ​ກໍ່​ຍ້ອນ​ຂາດງົບ­ປະ­ມານ ແລະ ຜູ້​ລົງ­ທຶນ​ກ່ອນກໍ່​ບໍ່​ມີ​ທຶນ​ໝູ­ນວຽນພຽງ­ພໍ​ແຕ່ ເຖິງ​ຢ່າງ­ໃດ​ກໍ່​ຕາມ ​ທາງ​ເຈົ້າ​ຂອງໂຄງ­ການ​ກໍ່​ຈະ​ພະ­ຍາ­ຍາມ​ຊຸກ­ຍູ້ໃຫ້​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ ​ຈັດ​ຕັ້ງ​ປະ­ຕິບັດ​ໃຫ້​ສຳ­ເລັດ​ກ່ອນ​ສະ­ເຫຼີມ​ສະຫຼອງ​ວັນ­ຊາດ​ທີ 2 ທັນ­ວາ ຄົບຮອບ 40 ປີ ແລະ ກອງ​ປະ­ຊຸມ ອາ​ຊຽນ​ ຊຳ​ມິດ 2016 ທີ່ ສປປ ລາວ ເປັນເຈົ້າ­ພາບ ຕໍ່​ກັບ​ໂຄງການ​ກໍ່­ສ້າງ​ເສັ້ນ­ທາງ​ຫົວ​ຂົວ-ນາ​ຄວາຍ ຖ້າ​ພາຍ​ໃນ​ປີ 2015 ນີ້​ຫາກບໍ່​ສຳ­ເລັດ ທາງ​ເຈົ້າ​ຂອງໂຄງ­ການ ກໍ່​ຄືທາງ​ພະ​ແນກ ຍທຂ ຈະ​ໄດ້​ໃຫ້​ບໍ­ລິ­ສັດ​ຜູ້​ທີ່​ມີຄວາມ​ສາ­ມາດ​ມາ​ຮັບ​ເໝົາ​ແທນບໍ­ລິ­ສັດ​ ເກົ່າ ທັງ​ນີ້ກໍ່​ເພື່ອ​ເຮັດ​ໃຫ້ໂຄງ­ການ​ກໍ່­ສ້າງ​ສຳ­ເລັດ ແລະ  ເຮັດ​ໃຫ້­ການ​ສັນ­ຈອນ​ໄປ​ມາຂອງພໍ່​ແມ່​ປະ­ຊາ­ຊົນ​ເຂດ​ດັ່ງ­ກ່າວ ​ມີຄວາມ​ສະ­ດວກ​ສະ­ບາຍ​ຈາກ​ທີ່ມີ​ຄວາມ​ຫຍຸ້ງ­ຍາກ​ມາ​ຫຼາຍ​ປີແລ້ວ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...