spot_img
Homeຂ່າວການພັດທະນາທ່ານ​ຮອງ​ນາ​ຍົກ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ເປີດ​ນຳ​ໃຊ້ໂຄງ­ການ​ຊົນ­ລະ­ປະ­ທານ​ ເຊ​ສາ­ລະ​ລອງ

ທ່ານ​ຮອງ​ນາ​ຍົກ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ ເປີດ​ນຳ​ໃຊ້ໂຄງ­ການ​ຊົນ­ລະ­ປະ­ທານ​ ເຊ​ສາ­ລະ​ລອງ

Published on

11223709_449077595256716_5292283529621860442_n

ໂຄງ­ການ​ຊົນ­ລະ­ປະ­ທານ​ເຊສາ­ລະ​ລອງ-ເຊ​ກື ເມືອງ​ທ່າ​ປາງທອງ ແຂວງ​ສະ­ຫວັນ​ນະເຂດ ເປັນ​ໂຄງ­ການ​ໜຶ່ງ​ໃນ​ບັນ­ດາ​ໂຄງການ​ບູ​ລິ​ມາ​ສິດ​ຂອງ​ແຂວງ​ສະຫວັນ​ນະ​ເຂດ ທີ່​ໄດ້ຮັບ​ການ​ເອົາໃຈ​ໃສ່​ຊີ້​ນຳ ແລະ ອະ­ນຸ­ມັດ​ໃຫ້​ກໍ່ສ້າງ​ຈາກ​ລັດ­ຖະ­ບານ​ລາວ ເຊິ່ງໂຄງ­ການດັ່ງ­ກ່າວ​ແມ່ນ​ໄດ້​ຮັບການ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ​ໄລ­ຍະຍາວ (ສິນ​ເຊື່ອ​ຜູ້​ກູ້​ພິ­ເສດ) ຈາກລັດ­ຖະ­ບານ ຜ່ານ​ທະ­ນາ­ຄານ​ຂາເຂົ້າ-ຂາ​ອອກ ແຫ່ງ ສປ ຈີນ ໃນ​ມູນ​ຄ່າ​ທັງ​ໝົດ 354 ລ້ານຢວນ ຫຼື ເທົ່າ​ກັບ 50,2 ລ້ານໂດ​ລາ​ສະ­ຫະ­ລັດ ເພື່ອ​ມາ​ພັດ​ທະນາ​ພື້ນ­ຖານ​ໂຄງ​ລ່າງ​ດ້ານຊົນ​ລະປະ­ທານ​ເພື່ອ​ການ​ກະ­ສິ­ກຳ ຫຼື ຊົນລະ​ກະ­ເສດ ໂດຍ​ໄດ້​ມອບ​ໝາຍໃຫ້​ບໍ­ລິ­ສັດ ເກີໂຈ​ປ໋າ ແຫ່ງ ສປ ຈີນ ເປັນ​ຜູ້​ຮັບ​ເໝົາ ແລະ ດຳ­ເນີນການ​ກໍ່­ສ້າງ​ມາ​ຕັ້ງ­ແຕ່​ກາງ​ເດືອນມີ­ນາ 2011 ແລະ ໄດ້​ສຳ­ເລັດ​ສົມບູນ 100% ໃນ​ທ້າຍ​ເດືອນ​ກໍ​ລະກົດ​ປີ 2014 ເມື່ອທຽບ­ໃສ່​ແຜນການ­ຈັດ­ຕັ້ງ​ປະ­ຕິ­ບັດ​ທີ່​ກຳ­ນົດ​ໃນສັນ­ຍາ​ໂຄງ­ການ ​ໄດ້​ກໍ່­ສ້າງ​ສຳເລັດ​ກ່ອນແຜນ­ການ 1 ເດືອນ.

ທ່ານ ໄມ​ກອງ ພອນ​ພົມ​ມະ​ວົງ ຫົວ­ໜ້າ​ກົມ​ຊົນ­ລະ­ປະ­ທານ ກ່າວວ່າ: ໂຄງ­ການ​ນີ້​ເປັນລະ­ບົບ​ຊົນລະ​ປະ­ທານ​ນ້ຳ​ໄຫຼ​ເອງ ຕົວ​ເຂື່ອນສ້າງ​ດ້ວຍ​ຫີນ​ກັນ​ຊຶມ ມີ​ລວງ​ຍາວ 1.800 ແມັດ ມີ​ລະ­ບົບ​ຄອງເໝືອງ ແມ່​ຄອງ​ຂັ້ນ​ສອງ ແລະ ຄອງ​ຂັ້ນ​ສາມ ຍາວ​ເຖິງ 51 ກິໂລແມັດ ມີ​ລະ­ບົບ ແລະ ອາຄານ​ຕ່າງໆ​ຕາມ​ຄອງ­ເໝືອງ​ຫຼາຍກວ່າ 280 ຈຸດ ເຊິ່ງສາ­ມາດ​ສະໜອງ​ນ້ຳ​ໃຫ້​ແກ່​ເນື້ອ­ທີ່​ການ​ຜະລິດ​ເຂົ້າ​ໄດ້​ທັງ​ສອງ​ ລະ­ດູ​ການ (ນາ­ປີ ແລະ ນາ­ແຊງ) ໃນ​ເນື້ອ­ທີ່ 2.000 ເຮັກ­ຕາ ໃນ​ຈຳ­ນວນ 11 ບ້ານ​ຕາມ​ແຜນ­ການ ແລະ ນາແຊງ ສົກ​ປີ 2014 ຫາ 2015 ໄດ້ທົດ​ລອງ​ຜະ­ລິດ ໃນ​ເນື້ອ­ທີ່ 100 ກວ່າ​ເຮັກ­ຕາ ສຳ­ລັບ​ໂຄງ­ການເຊ​ກື ໄດ້​ກໍ່­ສ້າງ​ສຳ­ເລັດ​ພຽງ​ແຕ່ເຂື່ອນ​ຫີນ​ກັນ​ຊຶມ ມີ​ລວງ​ຍາວ 1.135 ແມັດ​ເທົ່າ​ນັ້ນ ຍ້ອນ​ງົບ​ປະມານ​ບໍ່​ພໍ​ໃນ​ການ​ສ້າງ​ລະ­ບົບ​ຄອງເໝືອງ ນອກ​ນັ້ນ ຍັງ​ສາ­ມາດ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ປູກ​ພືດ​ອຸດສາ​ຫະ​ກຳ ພືດ​ຜັກ ການ​ລ້ຽງ­ສັດ-ການ​ປະ­ມົງ ການ​ອະ­ນຸ​ຮັກ​ທຳ​ມະຊາດ ການ­ທ່ອງ­ທ່ຽວ ແລະ ຖ່າຍທອດ​ຄວາມ​ຮູ້​ໃນ​ການ​ພັດ­ທະ­ນາໂຄງ­ການ​ຂະ­ແໜງ​ໃຫຍ່​ແບບ​ນ້ຳໄຫຼ​ເອງ​ໃນ​ ທົ່ວ​ແຂວງ ແລະ ໃນທົ່ວ​ປະ­ເທດ.

ຈາກ​ຜົນ­ສຳ­ເລັດ​ຂອງ​ໂຄງ­ການດັ່ງ­ກ່າວ​ນີ້ ເປັນ​ການ​ປະ­ກອບສ່ວນ​ທີ່​ສຳ­ຄັນ​ໃນ​ການ​ເພີ່ມເນື້ອ­ທີ່​ການ​ຜະ­ລິດ​ກະ­ສິ­ກຳ ໂດຍ​ສະເພາະເຂົ້າ​ລວມ​ກັບ​ໂຄງ­ການອື່ນໆ​ທີ່​ໄດ້​ກໍ່­ສ້າງ​ສຳ­ເລັດ​ໃນ​ໄລຍະ​ ທີ່​ຜ່ານ​ມາ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ເພື່ອ​ເປັນ​ການ​ປະ­ກອບ­ສ່ວນເຂົ້າ​ໃນການ​ພັດ­ທະ­ນາ​ເສດ​ຖະກິດ-ສັງ­ຄົມ​ຂອງ​ ຊາດຂອງແຂວງ-ເມືອງ ແລະ ທ້ອງ­ຖິ່ນ ໃນສະ­ເພາະ​ໜ້າ ແລະ ຍາວ​ນານ ຍ້ອນ​ວ່າ​ໂຄງ­ການ​ນີ້​ແມ່ນ​ໄດ້​ຖືກເປັນ​ໂຄງ­ການ​ຕົວ​ແບບ​ໜຶ່ງ​ທີ່ສຳຄັນ​ຂອງ​ ແຂວງ​ທີ່​ບັນ­ຈຸ​ຢູ່​ໃນ​ໂຄງການ​ຄ້ຳ­ປະ­ກັນ​ສະ­ບຽງ​ອາ­ຫານ ແລະ ຜະ­ລິດ​ສິນ­ຄ້າແຫ່ງ​ຊາດ​ ຢູ່ໃນ 10 ແຂວງ​ຈຸດ​ສຸມ ເວົ້າ​ລວມ ເວົ້າ​ສະ­ເພາະ​ ຢູ່​ແຂວງ​ສະ­ຫວັນ​ນະເຂດ.

ພິ­ທີ​ມອບ-ຮັບ​ໂຄງ­ການ​ຊົນ​ລະປະ­ທານ ເຊ​ສາ­ລະ​ລອງ-ເຊ​ກື ເມືອງ​ທ່າ​ປາງ​ທອງ ແຂວງສະຫວັນ​ນະ​ເຂດ ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພຶດ­ສະ­ພາ 2015 ໂດຍ​ເປັນ​ກຽດເຂົ້າ​ຮ່ວມ​ຕັດແຖບ​ຜ້າ ແລະ ລັ່ນຄ້ອງ 9 ບາດ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກລັດ­ຖະ­ມົນ­ຕີ ຜູ້​ຊີ້​ນຳ​ວຽກ​ງານເສດ­ຖະ­ກິດ ການ​ຜະ­ລິດ ແລະ ຈໍ​ລະ​ຈອນ ທ່ານ ວິ­ໄລ​ວັນ ພົມ​ເຂ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ກະ​ສິກຳ ແລະ ປ່າ­ໄມ້ ທ່ານ ດຣ. ສຸ­ພັນ ແກ້ວ​ມີ​ໄຊ ເຈົ້າ­ແຂວງ​ສະຫວັນ​ນະ​ເຂດ ທ່ານ ຮວາງ ລິ​ລິງ ຜູ້­ຕາງ­ໜ້າ​ກຸ່ມ​ບໍ­ລິ­ສັດ ເກີ​ໂຈ​ປ໋າ ແຫ່ງ ສປ ຈີນ ທ່ານ ລຽງ​ຈຽນຈູນ ຜູ້­ຕາງ­ໜ້າ​ເອກ​ອັກ​ຄະ​ລັດຖະ​ທູດ ແຫ່ງ ສປ ຈີນ ພ້ອມ​ດ້ວຍແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...