spot_img
Homeຄວາມງາມເຄັດລັບເບິ່ງແຍງຈຸດລັບ

ເຄັດລັບເບິ່ງແຍງຈຸດລັບ

Published on

ดาวน์โหลด

ທຳ​ຄວາມ​ສະ​ອາດ​ໃຫ້ກ້ຽງ
ເມື່ອ​ມີ​ປະຈຳ​ເດືອນສາວໆຄວນ​ຕ້ອງ​ໃສ່​ໃຈ​ເບິ່ງແຍງຄວາມ​ສະ​ອາດ​ຂອງ​ຮ່າງກາຍ​ໂດຍ​ສະເພາະ​ຈຸດ​ລັບ​ເປັນ​ພິເສດກໍ່ເພາະ​ໄລຍະ​ນີ້​ຄວາມ​ສະສົມ​ຄວາມ​ອັບ​ຊຸ່ມ​ຈະ​ທຳລາຍຈຸດລັບ​​ຫລາຍກວ່າ​ປົກກະຕິສະ​ນັ້ນ​ຖ້າ​ບໍ່​ເບິ່ງແຍງ​ຈຸດ​ນີ້​ໃຫ້​ສະ​ອາດ​ຈົນກ້ຽງແບບ​ທີ່​ເອີ້ນວ່າບໍ່​ໃຫ້​ເຫລືອຄາບ​ເລືອດ​ແມ່ນແຕ່​ໜ້ອຍດຽວຮັບຮອງ​ເລີຍ​ວ່າ​ອາການ​ຕິດ​ເຊື້ອ​ແລະ​ຜົດ​ຜື່ນ​ຄັນ​ຈະ​ເກີດ​ຂຶ້ນ​ໃນ​ອີກ​ບໍ່ດົນ
ໃຊ້​ນ້ຳ​ອຸ່ນ​ກັບ​ຈຸດລັບ​ກໍ​ພໍ 
ແມ່ນ​ຄວາມ​ໜຽວ​ຂອງ​ປະຈຳ​ເດືອນ​ຈະ​ຫລອກ​ລໍ້​ໃຫ້​ເຮົາ​ຢາກ​ໃຊ້​ສະ​ບູທໍາ​ຄວາມ​ສະ​ອາດ​ຈຸດ​ລັບພຽງ​​ໃດວ່າ​ຕ້ອງ​ຄິດ​ໄວ້​ສະເໝີ​​ວ່າ:ສະ​ບູ​ມີ​ລິດ​ເປັນ​ກົດຊຶ່ງ​ຈະ​ຂ້າ​ເຊື້ອ​ແບກ​ທີ​ເຣຍ​ຊະນິດ​ດີ​ທີ່​ຮ່າງກາຍ​ເຮົາ​ຜະລິດ​ອອກ​ມາ​ເອງ​ໂດຍ​ທຳມະຊາດດັ່ງ​ນັ້ນ​ສາວໆຈຶ່ງ​ຄວນ​ເຮັດ​ຄວາມ​ສະ​ອາດ​ຈຸດ​ລັບ​ດ້ວຍ​ນ້ຳ​ອຸ່ນ​ກໍ​ພໍແຕ່​ກໍ​ຄວນ​ຕ້ອງ​ແນ່​ໃຈ​ວ່າ​ລ້າງ​ໄດ້​ກ້ຽງແລ້ວບໍ່​ເຫລືອຄາບເລືອດ​ຖິ້ມ​ໄວ້​ໃຫ້​ສະສົມ​ແນ່ນອນ​

ລ້າງ​ຈາກ​ຂ້າງ​ໜ້າ​ໄປ​ຂ້າງ​ຫລັງ 
ທ່າ​ທີ່​ຖືກ​ຕ້ອງ​ສຳລັບ​ການ​ລ້າງຈຸດລັບ​​ຂອງ​​ສາວໆໃນ​ໄລຍະ​ທີ່​ມີ​ປະຈຳ​ເດືອນຄືລ້າງ​ຈາກ​ອະໄວຍະວະ​ເພດ​ທາງເທິງ​ລົງ​ໄປ​ຫາປາກ​ຊ່ອງຄອດ​ແລະ​ເຊັດໄປ​ທາງ​ຮູທະວານທີ່​ສຳຄັນ​ບໍ່​ຄວນ​ລາກ​ມື​ໄປ​ບໍລິເວນ​ອື່ນໆນອກ​ເໜືອ​ຈາກ​ນີ້​ເດັດ​ຂາດເພາະ​ຄາບ​ເລືອດ​ທີ່​ຕິດ​ກັບ​ມື​ເຮົາ​ອາດ​ກະ​ຈາຍ​ໄປ​ທົ່ວ​ຜິວ​ບໍລິເວນ​ເຫລົ່າ​ນັ້ນ​ຈົນ​ເຮັດໃຫ້​ເກີດ​ການ​ສະສົມ​ແລະ​ຕິດ​ເຊື້ອ​ໃນ​ທີ່​ສຸດ
ລ້າງວິດທີ່ີເປັນບ່ອນນັ່ງ​ເພື່ອ​ຄວາມ​ສະ​ອາດ​ທີ່​ໝົດກ້ຽງ 
ຫລັງ​ປ່ອຍທຸກ​ແລະ​ກົດ​​ລ້າງວິດ​ຮຽບຮ້ອຍ​ແລ້ວສາວໆທີ່​ກຳ​ລັງ​ເປັນ​ປະຈຳ​ເດືອນ​ຄວນ​ຫລຽວໄປ​ເບິ່ງ​ຄວາມ​ຮຽບຮ້ອຍ​ອີກ​ເທື່ອໜຶ່ງບໍ່​ແນ່​ວ່າ​ໃນ​ວິດ​ອາດ​ມີ​ຮ່ອງ​ຮອຍ​​ເລືອດ​ຕົກ​ຄ້າງ​ຢູ່​ກໍ​ເປັນ​ໄດ້ສະ​ນັ້ນ​ກົດ​ວິດ​ຊ້ຳ​ອີກ​ເທື່ອ​ໜ້າ​ຈະ​ປອດ​ໄພ​
ລ້າງ​ມື​ທຸກ​ເທື່ອ​ຫລັງ​ເຂົ້າ​ຫ້ອງນ້ຳ

ບໍ່​ພຽງ​ແຕ່​ໄລຍະ​ເປັນ​ປະຈຳ​ເດືອນ​ເທົ່າ​ນັ້ນ​ທີ່​ຕ້ອງ​ໃສ່​ໃຈ​ຄວາມ​ສະ​ອາດ​ຂອງ​ຮ່າງກາຍ​ເປັນ​ພິເສດແມ່ນແຕ່​ໄລຍະ​ເວລາ​ປົກກະຕິ​​ກໍ່​ຄວນ​ລ້າງ​ມື​ໃຫ້​ສະ​ອາດ​ໝົດ​​ທຸກ​ເທື່ອ​ຫລັງ​ເຂົ້າ​ຫ້ອງ​ນ້ຳ​ເພື່ອ​ປ້ອງ​ກັນ​ເຊື້ອ​ພະຍາດ​ແລະ​ແບກ​ທີ​ເຣຍ​ຈາກ​ຫ້ອງ​ນ້ຳ​ເຂົ້າ​ສູ່​ຮ່າງ​ກາຍ

ໃສ່​ໂສ້ງ​ຫລົ່ມໆ​ສະ​ບາຍ
ມີ​ຜ້າ​ອະນາໄມ​ເຊື່ອງ​ຢູ່​ແລ້ວ​ບໍ່​ມີ​ໃຜ​ຢາກ​ໃສ່​ໂສ້ງ​ຮັດ​ຮູບ​ດອກ​ທັງ​ການ​ໃສ່​ໂສ້ງຫລົ່ມໆ​ຜ້າ​ແພ​ສະບາຍ​ຍັງ​ຊ່ວຍ​ລະບາຍ​ຄວາມ​ອັບ​ຊຸ່ມ​ໄດ້​ເປັນ​ຢ່າງ​ດີ​ທີ່​ສຳຄັນ​ເມື່ອ​ໂສ້ງ​ຂ້ອນ​ຂ້າງ​ຫລົ່ມ​ໂອ​ກາດ​ປະຈຳ​ເດືອນ​ຈະ​ເປື້ອນ​ເສື້ອ​ຜ້າ​ຈຶ່ງ​ຂ້ອນ​ຂ້າງ​ເກີດ​ຂຶ້ນ​ໄດ້​ນ້ອຍນໍາອີກ​

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...