spot_img
Homeຄວາມງາມວິທີໃຊ້ຜ້າອະນາໄມຢ່າງປອດໄພເຊື່ອບໍ່ສາວໆເອງກໍຮູ້ບໍ່ຄົບຖ້ວນ

ວິທີໃຊ້ຜ້າອະນາໄມຢ່າງປອດໄພເຊື່ອບໍ່ສາວໆເອງກໍຮູ້ບໍ່ຄົບຖ້ວນ

Published on

health (3)_11

ວິທີ​ໃຊ້​ຜ້າ​ອະນາໄມ​ຢ່າງ​ສະ​ອາດ​ແລະ​ປອດ​ໄພສຳລັບ​ສາວໆທີ່​ຊີວິດ​ຕ້ອງ​ກ່ຽວ​ຂ້ອງ​ກັບ​ຜ້າ​ອະນາໄມ​ແລະ​ແຜ່ນ​ອະນາໄມ​ທຸກ​ເດືອນແນ່​ໃຈ​ພຽງ​ໃດ​ວ່າ​ໃຊ້​ຜ້າ​ອະນາໄມ​ຢ່າງ​ຖືກ​ຕ້ອງ
ໃນ​ໄລຍະທີ່​ປະຈຳ​ເດືອນ​ມາເຖິງແມ່ນຈະ​ເກີດ​ເປັນ​ຜູ້ຍິງ​ກໍ​ບໍ່ແມ່ນ​ວ່າ​ຈະ​ຮູ້​ວິທີ​ເບິ່ງແຍງ​ຈຸດ​ລັບ​ໄດ້​ຢ່າງ​ຖືກ​ຕ້ອງ​ແລະ​ຄົບ​ຖ້ວນ​ສະເໝີ​ໄປແລະ​ພໍ​ໄດ້​ອ່ານ​ຂໍ້​ມູນ​ຈາກiDIVAແລ້ວ​ກໍ​ຢາກ​ຮ້ອງ​ໄຫ້​ໜັກ​ຫລາຍເພາະ​ຮູ້​ເລີຍ​ວ່າ​ຕະຫລອດ​ຊີວິດ​ທີ່​ຜ່ານມາ​ເຮົາ​ໃຊ້​ຜ້າ​ອະນາໄມ​ແບບ​ຜິດໆຖືກ​ໆມາ​ຕະຫລອດຊຶ່ງ​ຈະ​ວ່າ​ໄປ​ກໍ​ຖື​ວ່າ​ສ່ຽງ​ຕໍ່​ສຸຂະພາບ​ບໍ່​ໜ້ອຍ​ເລີຍ​ແລະ​ຖ້າ​ຢາກ​ຮູ້​ວ່າ​ວິທີ​ໃຊ້​ຜ້າ​ອະນາໄມ​ພ້ອມ​ທັງ​ວິທີ​ເບິ່ງແຍງ​ຈຸດ​ລັບ​ທີ່​ຖືກ​ຕ້ອງຈະ​ເຮັດ​ແບບໃດກັນແນ່ ຈາກ​ຂໍ້ຄວາມທາງລຸ່ມນີ້​ໄປ​ຄື​ຄຳ​ຕອບ
ປ່ຽນ​ຜ້າ​ອະນາໄມ​ທຸກ6ຊົ່ວ​ໂມງ 
ປົກກະຕິ​ບ່ອນ​ຈຸດ​ລັບ​ຂອງ​ຜູ້ຍິງ​ເຮົາ​ມັກ​ຈະ​ເກີດ​ຄວາມ​ອັບ​ຊຸ່ມ​ຢູ່​ແລ້ວແລະ​ເມື່ອ​ຮອດມື້​ນັ້ນ​ຂອງ​ເດືອນເລືອດ​ເສຍ​ທີ່​ຮ່າງກາຍ​ຂັບ​ໄລ່ອອກ​ມາ​ເປັນ​ປະຈຳ​ເດືອນ​ຈະ​ຍິ່ງ​ເພີ່ມ​ຄວາມ​ອັບ​ຊຸ່ມ​ແລະ​ເຮັດໃຫ້​ເກີດ​ການ​ສະສົມ​ເຊື້ອ​ພະຍາດ​ຫລາຍ​ຍິ່ງ​ຂຶ້ນ​ດັ່ງ​ນັ້ນ​ສາວໆຈຶ່ງ​ຄວນ​ປ່ຽນ​ຜ້າ​ອະນາໄມ​ທຸກ6ຊົ່ວ​ໂມງຫລື​ຖ້າປະຈຳ​ເດືອນ​ມາ​ຫລາຍ​ກໍ​ຕ້ອງ​ປ່ຽນ​ໃຫ້​ເລື້ອຍ​ໆກວ່າ​ນັ້ນ ເພື່ອ​ປ້ອງ​ກັນ​ຄວາມ​ສ່ຽງ​ອາການ​​ຜື່ນ​ຄັນອາການ​ຕິດ​ເຊື້ອ​ທີ່​ທາງຍ່ຽວແລະ​ພະຍາດ​ຕິດ​ເຊື້ອ​ທາງ​ຊ່ອງຄອດໄດ້

ເລືອກ​ໃຊ້​ຜ້າ​ອະນາໄມ​ທີ່​ເໝາະ​ສົມກັບ​ໂຕ​ເອງ 
ຜູ້ຍິງ​ແຕ່​ລະ​ຄົນ​ມີ​ປະຈຳ​ເດືອນ​ທີ່​ແຕກ​ຕ່າງ​ກັນບາງ​ຄົນ​ປະຈຳ​ເດືອນ​ມາ​ຫລາຍ​ໃນ​ໄລຍະ​ມື້​ທໍາອິດບາງ​ຄົນ​ປະຈຳ​ເດືອນ​ມາ​ຫລາຍ​ທຸກ​ມື້ດັ່ງ​ນັ້ນ​ເຮົາ​ຈຶ່ງ​ຄວນ​ເລືອກ​ໃຊ້​ຜ້າ​ອະນາໄມ​ທີ່​  ເໝາະ​ສົມກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ເຮົາ​ຫລາຍ​ທີ່ສຸດທີ່​ສຳຄັນ​ສາວໆຄວນ​ສັງເກດ​ໂຕ​ເອງ​ນໍາ​ວ່າ​ມັກ​ນັ່ງ​ຫລື​ນອນ​ທ່າ​ໃດເພື່ອຈະ​ໄດ້​ເລືອກ​ຂະໜາດ​ຜ້າ​ອະນາໄມ​ທີ່​ມີ​ຄວາມ​ຍາວ​ຄອບ​ຄຸມ​ທິດ​ທາງ​ການ​ໄຫລ​ຂອງ​ປະຈຳ​ເດືອນ​ໄດ້​ແບບ​ບໍ່​ຜິດ​ພາດ
ວິທີ​ປິ່ນປົວ​ຜົດ​ຜື່ນ​ຈາກ​ຜ້າ​ອະ​ນາໄມ
ເຊື່ອ​ວ່າ​ສາວໆຄືຈະ​ມີ​ປະສົບການ​ເປັນ​ຜົດ​ຜື່ນ​ຄັນ​ເພາະ​ການ​ໃສ່​ຜ້າ​ອະນາໄມ​ມາ​ເກືອບ​ທຸກ​ຄົນຊຶ່ງ​ວິທີ​ປິ່ນປົວ​ໃນ​ເບື້ອງ​ຕົ້ນ​ໃຫ້​ປ່ຽນ​ຜ້າ​ອະນາໄມ​ເລື້ອຍໆພະຍາຍາມ​ເຮັດໃຫ້​ຈຸດ​ລັບ​ແຫ້ງ​ສະ​ອາດ​ໃຫ້​ໄດ້​ຫລາຍ​ທີ່ສຸດຫລື​ຂັ້ນ​ເດັດ​ຂາດ​ຄື​ໃຊ້​ຄີມ​ຢາ​ຊະນິດ​ແອນ​ຕີເຊບ​ຕິກ​ປິ່ນປົວ​ອາການ​ຜົດ​ຜື່ນ​ຄັນ​ກໍໄດ້
ຫໍ່​ຜ້າ​ອະນາໄມ​ທຸກ​ເທື່ອ​ແລະ​ຖິ້ມ​ໃຫ້​ຖືກ​ທາງ
ຢ່າ​ລືມ​​ວ່າ​ປະຈຳ​ເດືອນ​ເປັນ​ຂອງ​ເສຍ​ທີ່​ຍົວະເຊື້ອ​ພະຍາດ​ຫລວງຫລາຍດັ່ງ​ນັ້ນ​ຖ້າ​​ຖິ້ມ​ຜ້າ​ອະນາໄມ​ແບບມັກ​ງ່າຍບໍ່​ຫໍ່​ເຈ້ຍ​ແລະ​ຖິ້ມ​ຂີ້ເຫຍື້ອ​ໃຫ້​ຖືກ​​ທາງແນ່ນອນ​ວ່າ​ກໍ​ບໍ່​ຕ່າງ​ຈາກ​ການ​ທຳລາຍ​ສະພາບ​ແວດ​ລອມ​ທາງ​ອ້ອມອີກ​ຢ່າງຍັງ​ຈະ​ກາຍ​ເປັນ​ມື​ດີ​ທີ່​ປ່ອຍ​ເຊື້ອ​ພະຍາດ​ສູ່​ສາທາລະນະ​ນໍາອີກ​ນອກ​ຈາກ​ນີ້​ສາວໆທີ່​ມັກ​ຖິ້ມ​ຜ້າ​ອະນາໄມ​ລົງ​ໃນ​ວິດຮູ້​ບໍ່​ວ່າ​ນີ້​ເປັນສາ​ເຫດ​ໃຫຍ່​ທີ່​ເຮັດໃຫ້​ວິດ​​ຕັນສະ​ນັ້ນ​ຮັກ​ໂລກ​ຮັກສາສິ່ງແວດລ້ອມແນ່ເດີ​ສາວໆ

ເອົາ​ຜ້າ​ອະນາໄມ​ຕິດ​ກະ​ເປົ໋າ​ໄວ້​
ຂຶ້ນ​ຊື່​ວ່າ​ເປັນ​ຜູ້ຍິງ​ຈັ່ງໃດ​ກໍ​ຄວນ​ມີ​ສິ່ງ​ນີ້​ຕິດ​ກະ​ເປົ໋າ​ຢູ່​ສະເໝີ​ເພາະ​ເຮົາ​ບໍ່​ແນ່​ໃຈ​ວ່າ​ປະຈຳ​ເດືອນ​ຈະ​ມາ​ຕອນ​ໃດຫລື​ຢ່າງ​ນ້ອຍ​ໆຖ້າ​ຮ່າງກາຍ​ສົ່ງ​ສັນ​ຍານ​ເຕືອນ​ມາ​ແລ້ວ​ວ່າ​ປະຈຳ​ເດືອນ​ກຳ​ລັງ​ຈະ​ມາສາວໆກໍ​ຄວນ​ໃສ່​ແຜ່ນ​ອະນາໄມ​ກັນ​ໄວ້​ກ່ອນ​ກໍ​ຍັງດີ
 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...