spot_img
Homeຄວາມງາມເຄັດ​ລັບ​ໜ້າ​ໃສໃນ 5 ວັນດ້ວຍ​ສູດ​ພອກ​ໜ້າ​ໝາກ​ຂາມ​ປຽກ

ເຄັດ​ລັບ​ໜ້າ​ໃສໃນ 5 ວັນດ້ວຍ​ສູດ​ພອກ​ໜ້າ​ໝາກ​ຂາມ​ປຽກ

Published on

212805

   ໝາກຂາມອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ແລະ​ແຮ່ທາດ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງ​ກາຍເຊັ່ນວິ​ຕາ​ມິນຊີ,ວິ​ຕາ​ມິນບີ2 ວິ​ຕາ​ມິນ​ເອ,ທາດ​ແຄ​ຊຽມ,ທາດ​ຟອດ​ຟໍ​ລັດ,ທາດ​ເຫລັກ,ໂປ​ຕີນ,ຄາລ໌​ໂບ​ໄຮ​ເດນເປັນ​ຕົ້ນໝາກ​ຂາມ​ທີ່​ແກ່​​ນັ້ນ​ຮຽກວ່າໝາກ​ຂາມ​ປຽກ

ວິ​ຕາ​ມິນຊີ​ຈາກ​ໝາກຂາມ​ຊ່ວຍ​ບຳ​ລຸງ​ຜິວ​ພັນ​ໃຫ້​ເປັ່ງ​ປັ່ງສົດ​ໃສຊ່ວຍ​ໃນ​ການ​ຊະ​ລໍ​ຄວາມແກ່ແລະ​ການ​ເກີດ​ຣີ້ວ​ຮອຍ​ແຫ່ງ​ໄວ,ລຸດ​ຮອຍ​ຄ້ຳ​ໃຫ້​ຈາງ​ລົງແລະ​ເຮັດໃຫ້​ຜິວ​ໜັງ​ຊຸ່ມ​ຊື່ນຊ່ວຍ​ກຳຈັດ​ແບກ​ທີ​ເລຍ​ໄດ້ດີຂ້າ​ເຊື້ອ​ລາ​ເທິງ​ໜັງ​ຫົວແລະ​ຂ້າ​ເຫົາ​ໄດ້ປິ່ນປົວ​ຜົດ​ຜື່ນ​ຄັນ​ຕາມ​ຮ່າງ​ກາຍມີ​ວິ​ຕາ​ມິນ​ເອ​ຊ່ວຍ​ບຳ​ລຸງ​ສາຍ​ຕາເປັນ​ຕົ້ນ

ໃນ​ທີ່​ນີ້​ເຮົາ​ຈະ​ເວົ້າ​ເຖິງ​ການ​ນຳ​ໝາກຂາມ​ປຽກຫລືຊີ້ນໝາກຂາມ​ທີ່​ສຸກ​ແກ່​ມາ​ເຮັດ​ເປັນ​ຄີມ​ໜ້າ​ໃສ​ຈາກ​ແດດ​ເຜົາຫລື​ໜ້າ​ໝອງ​ຄ້ຳ​ຈາກ​ແສງ​ແດດ

ຂັ້ນ​ຕອນ​ສູ່​ໜ້າ​ໃສ

  1. 1. ນຳ​ຊີ້ນ​ໝາກ​ຂາມ​ປຽກ​​ແຊ່​ໃນ​ນ້ຳ​ສະ​ອາດປະ​ມານ10-15 ນາ​ທີຈົນ​ຊີ້ນ​ເປື່ອຍຄັ້ນ​ໃຫ້​ຊີ້ນ​ໝາກ​ຂາມ​ແຫລວ​ເປັນ​ຄີມ

2.ລ້າງໜ້າ​ດ້ວຍ​ນ້ຳ​ໃຫ້​ສະ​ອາດເຊັດ​ພໍ​ໝາດໆແລ້ວ​ນຳ​ຄີມ​ໝາກຂາມ​ທີ່​ກຽມ​ໄວ້​ພອກ​ໜ້າ​ໃຫ້​ທົ່ວຖິ້ມ​ໄວ້​ປະ​ມານ30ນາທີຫາກ​ຕ້ອງ​ການ​ເຫັນ​ຜົນ​ໄວ​ແລະ​ບໍ່​ແພ້​ຫລື​ທົນ​ອາການ​ແສບໆຄັນໆໄດ້ສາມາດ​ເພີ່ມ​ປະລິມານ​ຫລາຍ​ຂຶ້ນ​ຕາມ​ຄວາມ​ພໍ​ໃຈ

3.ລ້າງ​ອອກດ້ວຍ​ນ້ຳ​ສະ​ອາດເຊັກ​ໜ້າ​ພໍ​ໝາດໆແລ້ວ​ປະ​ໄວ້​ສັກ10-15ນາ​ທີ​ໃຫ້​ຜິວ​ໜ້າ​ປັບ​ສະ​ພາບ​ສູ່​ພາ​ວະ​ປົກກະຕິແລ້ວ​ລ້າງ​ໜ້າ​ດ້ວຍ​ສະ​ບູ່​ອ່ອນໆຫລື​ຄີມ​ລ້າງ​ໜ້າ

4.ເຮັດຊ້ຳ​ຕໍ່​ເນື່ອງ5ມື້​ໆລະ1-2ເທື່ອຈະ​ເຫັນ​ວ່າ​ໜ້າ​ເລີ່ມ​ສົດ​ໃສ​ຂຶ້ນຮອຍ​ຄ້ຳ​ແດດ​ທີ່​ມີ​ຢູ່​ຈາງ​ລົງແລະ​ໃນ​ລະຫວ່າງ5ມື້​ນີ້​ບໍ່​ຄວນ​ຕາກ​ແດດ​ຊຶ່ງ​ຈະ​ເຫັນ​ຜົນ​ໄວ​ຂຶ້ນ

Tips : ສາມາດ​ນຳ​ສ່ວນ​ປະສົມ​ອື່ນໆເພີ່ມ​ລົງ​ໃນ​ຄີມ​ໝາກຂາມ​ທີ່​ຕຽມ​ໄວ້​ເພື່ອ​ເພີ່ມ​ສັບ​ພະຄຸນ​ຕໍ່​ຜິວ​ພັນ ເຊັ່ນດິນ​ສໍ​ພອງ,ນົມ​ສົດຜົງຂີ້​ມິ້ນເປັນ​ຕົ້ນ

– ສານ​ເຄ​ມີ​ຕົກ​ຄ້າງ​ທີ່​ມີ​ໃນ​ເນື້ອ​ມະ​ຂາມ​ປຽກ ຄວນ​ຄັດ​ສັນ​ແຫລ່ງ​ທີ່​ມາ​ຢ່າງ​ປອດ​ພະ​ [ັ]ຍ ຫລື​ເພື່ອ​ໃຫ້​ໝັ່ນໃຈ​ຫລາຍ​ຂຶ້ນ​ກ່ອນ​ການ​ໃຊ້ ຄວນ​ແຊ່​ນ້ຳ​ເປົ່າ​ຖິ້ມ​ໄວ້​ປະ​ມານ 5 ນາທີ ໂດຍ​ບໍ່​ຄວນ​ແຊ່​ດົນ​ເກີນ​ໄປ​ຈະ​ເຮັດໃຫ້​ວິ​ຕາ​ມິນ​ໃນ​ເນື້ອ​ມະ​ຂາມ​ເຈືອ​ຈາງ​ລງ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...