Homeຄວາມງາມຜິວ​ໜັງ​ອັກ​ເສບຮັບ​ມື​ງ່າຍໆ

ຜິວ​ໜັງ​ອັກ​ເສບຮັບ​ມື​ງ່າຍໆ

Published on

1

1.ບຳ​ລຸງ​ດ້ວຍ​ມອຍສ໌​ເຈີ​ໄລ​ເຊີ ແບກ​ທີ​ເລຍ​ຈາກ​ສິວ​ກໍ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ຜິວ​ໜັງ​ອັກ​ເສບ​ໄດ້​ຄືກັນ ຊຶ່ງ​ແບກ​ທີ​ເລຍ​ທີ່​ວ່າ​ນີ້​ຢູ່ໃນ​ຕ່ອມ​ໄຂ​ມັນແລະ​ສາມາດ​ເຕີບໃຫຍ່ຂຶ້ນ​ໄດ້​ເມື່ອ​ຜິວ​ແຫ້ງສະ​ນັ້ນ​ຄວນ​ຈະ​ຫາ​ມອຍສ໌​ເຈີ​ໄລ​ເຊີ​ທີ່​ອ່ອນ​ໂຍນ​ຕໍ່​ຜິວ​ໜ້າ​ມາ​ບຳ​ລຸງ​ໃຫ້​ຊຸ່ມ​ຊື່ນ​ຢູ່​ສະເໝີຈະ​ຊ່ວຍ​ໄດ້​ຫລາຍເລີຍ

2

2.ໃສ່​ໃຈ​ເລືອ​ກສະກິນແຄຮູ້​ຫລື​ບໍ່​ວ່າ​ການ​ຂັດ​ຜິວ​ຫລື​ການ​ສະຄັບ​ຜິວຫນ້າ​ຈະ​ຊ່ວຍ​ໃຫ້​ຜິວ​ໜ້າ​ກະ​ຈ່າງ​ໃສ​ໄດ້ກໍ​ເປັນ​ອີກ​ໜຶ່ງ​ສາ​ເຫດ​ທີ່​ເຮັດໃຫ້​ຜິວ​ໜັງ​ອັກ​ເສບ​ແສບ​ແດງ​ໄດ້​ຄືກັນຍິ່ງ​ຫາກ​ໃຊ້​ກົດ​ຫມາກໄມ້​ຫລື​ຂັດ​ດ້ວຍ​ຜະລິດຕະພັນ​ທີ່​ມີ​ສານ​ເຄ​ມີ​ຮຸນແຮງ​​ກໍຍິ່ງ​ຈະ​ເຮັດໃຫ້​ຜິວ​ອັກ​ເສບ​ ສະ​ນັ້ນ​ຫາກ​ຕ້ອງ​ການສະຄັບ​​ຜິວໜ້າ​ກໍ​ລອງ​ຫັນ​ມາ​ເລືອກ​ຜະລິດຕະພັນ​ທີ່​ອ່ອນ​ໂຍນຫລື​ຈະ DIY ດ້ວຍ​ສ່ວນ​ປະສົມ​ຈາກ​ທຳມະຊາດ​ໃຊ້​ເອງ​ກໍ​ໄດ້

3

3.ເລືອກ​ກິນ​ອາ​ຫາອາຫານ​ກໍ​ເປັນ​ສິ່ງ​ທີ່​ເຮັດໃຫ້​ເກີດ​ຜິວ​ໜັງ​ອັກ​ເສບ​ໄດ້​ເຊັ່ນ​ກັນຊຶ່ງ​ອາຫານ​ເຫລົ່າ​ນັ້ນ​ກໍ​ອາດຈະ​ເປັນ​ພວກ​ອາຫານ​ທີ່​ມີ​ກູ​ເຕນ​ແລະ​ຄາໂບ​ໄຮ​ເດ​ດ​ບາງ​ຊະນິດສະ​ນັ້ນ​ຄວນ​ຫລີກ​ລ້ຽງ​ອາຫານ​ພວກ​ນີ້ແລະ​ຫັນ​ມາ​ເລືອກ​ກິນ​ອາຫານ​ທີ່​ອຸດົມ​ໄປ​ດ້ວຍ​ໂອ​ເມ​ກ້າ3,ຜັກ​ໃບ​ຂຽວແລະ​ຫມາກໄມ້​ບາງ​ຊະນິດເຊັ່ນ ມະ​ມ່ວງ​ສຸກກໍ​ຈະ​ຊ່ວຍ​ລຸດ​ອາການ​ອັກ​ເສບ​ຂອງ​ຜິວ​ໄດ້

4

4.ກຳຈັດ​ຄວາມ​ຄຽນອກ​ຈາກ​ຄວາມ​ຄຽດ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ສຸກຂະພາບ​ແລ້ວກໍ​ຍັງ​ສົ່ງ​ຜົນ​ຕໍ່​ຜິວ​ພັນ​ຂອງ​​ສາວໆນຳເພາະ​ເມື່ອໃດ​ທີ່​ເຈົ້າ​ຮູ້ສຶກ​ຄຽດເມື່ອ​ນັ້ນ​ຜິວ​ໜັງ​ກໍ​ຈະ​ເລີ່ມ​ບໍ່ດີຍິ່ງ​ຄຽດ​ກໍ​ຍິ່ງ​ຈະ​ອັກ​ເສບ​ຫລາຍ​ຂຶ້ນ ທາງ​ທີ່​ດີ​ລອງ​ຫັນ​ມາ​ຜ່ອນຄາຍ​ດ້ວຍ​ການ​ອອກ​ກຳ​ລັງ​ກາຍ​ເບົາໆຢ່າງໂຍ​ຄະຫລື​ຫາ​ຫຍັງ​ເຮັດ​ທີ່​ຊ່ວຍ​ໃຫ້​ລືມ​ເລື່ອງ​ຄຽດ​ກໍ​ໄດ້

5

5.ດື່ມ​ນ້ຳ​ສະ​ອາດ​ໃຫ້​ພຽງ​ພຫາກ​ສາວໆຄົນ​ໃດ​ດື່ມ​ນ້ຳ​ໜ້ອຍກໍ​ອາດຈະ​ຕ້ອງ​ເຈີ​ກັບ​ບັນຫາ​ສຸກຂະພາບ​ຕາມ​ມາ​ຫລວງຫລາຍແຖມ​ຍັງ​ຕ້ອງ​ເຈີ​ກັບ​ບັນຫາ​ຜິວ​ທີ່​ອັກ​ເສບ​ແສບ​ແດງ​ອີກ​ດ້ວຍເພາະ​ຖ້າ​ດື່ມ​ນ້ຳ​ບໍ່​ພຽງ​ພໍກໍ​ຈະ​ເຮັດໃຫ້​ເຊວ​ຜິວ​ໜັງ​ຊັ້ນ​ນອກ​ເຈີ​ກັບ​ພາ​ວະ​ຂາດ​ນ້ຳເຮັດໃຫ້​ຜິວ​ໜັງ​ແຫ້ງ​ລອກ​ເປັນ​ຂຸຍມີ​ອາການ​ຄັນ ແລະ​ຜິວ​ຈະ​ອັກເສບ​ໃນ​ທີ່ສຸດຖ້າ​ຢ່າງ​ນັ້ນ​ກໍ​ຫັນ​ມາ​ດື່ມ​ນ້ຳ​ສະ​ອາດ​ຫລາຍໆມື້​ລະ6-8ຂອກກັນ​ດີ​ກວ່າ

 

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...