spot_img
Homeຂ່າວການພັດທະນາລາວ-ຣັດ​ເຊຍ ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ-ການ​ຄ້າ ແລະ ວິ­ທະ­ຍາ­ສາດ-ເຕັກ­ນິກ

ລາວ-ຣັດ​ເຊຍ ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ-ການ​ຄ້າ ແລະ ວິ­ທະ­ຍາ­ສາດ-ເຕັກ­ນິກ

Published on

20150430122950

ເພື່ອ​ເສີມ​ຂະ­ຫຍາຍ ແລະ ຮັດ​ແໜ້ນ​ສາຍ​ພົວ­ພັນ​ຮ່ວມ​ມື ລະ­ຫວ່າງສອງ​ລັດ ແລະ ທັງເປັນ​ການ​ສືບ­ຕໍ່​ປະ­ຕິ­ບັດສັນ­ຍາຮ່ວມ​ມື​ສອງ​ຝ່າຍ ລະ­ຫວ່າງ ສປປ ລາວ ແລະ ສະ­ຫະ­ພັນຣັດເຊຍ ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງຂຶ້ນ  ທ່ານ ສົມ​ດີ ດວງ​ດີ  ລັດ​ຖະມົນ­ຕີ​ວ່າ­ການກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ປະ­ທານ​ຄະນະ​ກຳ­ມາ​ທິ​ການ​ຮ່ວມ​ມື​ດ້ານ ເສດ­ຖະ­ກິດ-ການ​ຄ້າ ແລະ ວິ​ທະຍາ​ສາດ-ເຕັກ­ນິກ ລາວ-ຣັດ​ເຊຍ ພ້ອມ​ຄະ­ນະ ​ເດີນ­ທາງ​ເຂົ້າ​ຮ່ວມກອງ​ປະ­ຊຸມຄະ­ນະ​ກຳ­ມາ​ທິ​ການຮ່ວມ​ມື​ດ້ານ​ເສດ­ຖະ­ກິດ- ການ​ຄ້າ ແລະ ວິ­ທະ­ຍາ­ສາດ-ເຕັກ­ນິກ ຄັ້ງທີ 11 ລະ­ຫວ່າງ ລັດ­ຖະ­ບານ ສປປ ລາວ ແລະ ລັດ­ຖະ­ບານ ສະຫະ​ພັນຣັດ​ເຊຍ ທີ່​ນະ­ຄອນ­ຫຼວງມົດ​ສະ​ກູ ໃນ​ລະ­ຫວ່າງວັນ​ທີ 27-28 ເມ­ສາ 2015 ເຊິ່ງ​ທາງ​ຝ່າຍຣັດ​ເຊຍ ຕາງ­ໜ້າ​ໂດຍ​ທ່ານ ນິໂກ​ລາຍ ນິ​ກີ​ຟາ​ຣົບ (Mr. Nikolay NIKIFOROV) ລັດ​ຖະ​ມົນຕີ​ວ່າ­ການກະ­ຊວງ​ໂທລະ​ຄົມ​ມະນາ​ຄົມ ແລະ ການ​ສື່­ສານ ປະທານ​ຄະ­ນະ​ກຳ­ມາ​ທິ​ການ​ຮ່ວມ​ມືດ້ານ​ເສດ­ຖະ­ກິດ-ການ​ຄ້າ ແລະ ວິ­ທະ­ຍາ­ສາດ-ເຕັກ­ນິກ ຣັດ​ເຊຍ-ລາວ.

ກອງ​ປະ­ຊຸມ​ຄະ­ນະ​ກຳ­ມາ​ທິການ​ຮ່ວມ​ມື​ຄັ້ງ​ນີ້ ແມ່ນ​ມີ​ຄວາມໝາຍ​ຄວາມ​ສຳ­ຄັນ ເພາະ​ເປັນໂອ­ກາດ​ໃຫ້​ສອງ​ຝ່າຍ ໄດ້​ທົບທວນ­ຄືນແຜນ­ການ​ຮ່ວມ​ມື​ນຳກັນ ​ທີ່​ໄດ້​ຕົກ­ລົງ​ກັນ​ຜ່ານ​ມາ ພ້ອມດຽວ​ກັນ​ນີ້ ກໍ່​ເພື່ອ​ປຶກ­ສາ​ຫາ­ລືແຜນ­ການ​ຮ່ວມ​ມື​ໃນ­ຕໍ່­ໜ້າກອງປະ­ຊຸມ​ຄັ້ງ​ນີ້ ໄດ້​ຕີ​ລາ­ຄາ​ສູງຕໍ່ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມືອັນ​ເປັນ​ມູນ­ເຊື້ອ​ທີ່ດີ­ງາມ ລະ­ຫວ່າງ ສປປ ລາວ ແລະ ສະ­ຫະ­ພັນ​ຣັດ​ເຊຍ ໃນ​ໄລຍະ​ທີ່​ຜ່ານ​ມາ ໂດຍ​ສະ­ເພາະໃນຂອບ​ການ​ຮ່ວມ​ມື​ກັບ​ຂະ­ແໜງການ​ຕ່າງໆທີ່​ເປັນ​ສ່ວນ​ປະ­ກອບທີ່​ ສຳ­ຄັນ ໃນ​ການ​ເສີມ​ສ້າງ​ສາຍພົວ­ພັນມິດ­ຕະ­ພາບ ແລະ ການຮ່ວມ​ມື​ໃນ​ໄລ­ຍະ​ໃໝ່​ໃຫ້​ມີ​ຄວາມເຂັ້ມ­ແຂງ ແລະ ຈະ­ເລີນງອກງາມ​ຍິ່ງໆ​ຂຶ້ນ.

ນອກ­ຈາກ​ນັ້ນ ກໍ່​ຍັງ​ມີ​ກອງປະ­ຊຸມ​ພາກ​ທຸ­ລະ​ກິດ ລາວ-ຣັດເຊຍ ເຊິ່ງ​ໄດ້​ມີ​ການ​ພົບ​ປະ​ໂອ້ ລົມ​ກັນເພື່ອ​ຖອດ​ຖອນ​ບົດ­ຮຽນໃນ​ການ​ເຮັດ​ທຸ­ລະ​ກິດ​ຂອງ​ຕົນ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ ເພື່ອເປີດ​ໂອກາດ​ໃຫ້​ນັກ­ທຸ­ລະ­ກິດ​ທັງ​ສອງ​ປະເທດ ໄດ້​ມີ​ໂອ­ກາດ​ປຶກ­ສາ​ຫາ­ລື ແລະ ຮ່ວມ​ກັນ​ເພື່ອ​ຊອກ​ຊ່ອງທາງ​ສົ່ງ­ເສີມ​ການ​ຮ່ວມ​ມື​ດ້ານ​ທຸລະ​ກິດ ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີເປັນ​ເອ­ກະພາບ​ກັນ ສຸມ​ໃສ່​ຈັດຕັ້ງ​ຜັນ​ຂະ­ຫຍາຍ​ເນື້ອ​ໃນ​ຈິດ­ໃຈສາຍ​ພົວ­ພັນ​ການ​ຮ່ວມ​ມື​ ຂອງສອງປະ­ເທດ ສປປ ລາວ ແລະ ຣັດ​ເຊຍ ໃຫ້​ມີ​ຜົນ­ສຳ­ເລັດ​ອັນໃຫຍ່​ຫຼວງ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...