spot_img
Homeຂ່າວການພັດທະນາປະທານ​ປະ​ເທດ ​ໃຫ້​ກຽດ​ເຂົ້າ​ຮ່ວມພິທີຍົກຍອດຊໍ່ຟ້າ ພິພິທະພັນຫໍພະແກ້ວ

ປະທານ​ປະ​ເທດ ​ໃຫ້​ກຽດ​ເຂົ້າ​ຮ່ວມພິທີຍົກຍອດຊໍ່ຟ້າ ພິພິທະພັນຫໍພະແກ້ວ

Published on

horpakeo

ຂປລ.​ໃນ​ຕອນ​ເຊົ້າ​ວັນ​ທີ 2 ພຶດສະພາ 2015 ກົງ​ກັບ​ວັນ​ເພັງ 15 ຄ່ຳ ​ເດືອນ 6 ພສ 2558 ​ໄດ້​ມີ​ພິທີ​ຍົກ​ຍອດ​ຊໍ່ຟ້າ ພິພິທະ​ພັນ​ຫໍພະ​ແກ້​ວ, ​ໂດຍ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ, ທ່ານ ດຣ. ພັນ​ຄຳ ວິພາ​ວັນ ຮອງ​ນາຍົກລັດຖະມົນຕີ, ຜູ້ ​ຊີ້​ນຳ​ວຽກງານ​ຂົງ​ເຂດ​ວັດທະນະທຳ-ສັງຄົມ, ມີ​ບັນດາ​ລັດຖະມົນຕີ​ວ່າການ, ຊ່ວຍ​ວ່າການ, ພ້ອມ​ດ້ວຍ​ມວນ​ຊົນ ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ.

ກ່ອນ​​ເລີ່​ມພິທີ​ຍົກຍອດ​ຊໍ່ຟ້າ ທ່ານ​ປະທານ​ປະ​ເທດ ​ໄດ້​ຮັບ​ກຽດ​ໄຕ້​ທຽນ ​ເອົາ​ເລີກ​ງາມ​ຍາມ​ດີ, ຕໍ່ດ້ວຍ​ພິທີ​ທາງ​ສາສະໜາ, ຈາກ​ນັ້ນ ທ່ານ ດຣ. ພັນ​ຄຳ ວິພາ​ວັນ, ທ່ານ ສຈ.ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ພ້ອມ​ດ້ວຍ​ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ ​ໄດ້​ຖື​ຍອດ​ຊໍ່ຟ້າ 3 ຍອດ​ໃຫຍ່ ​ແຫ່​ອ້ອມຫໍພະ​ແກ້ວ 3 ຮອບ ​ເຊິ່ງນຳພາ​ໂດຍ ພະ​ອາຈານ​ໃຫຍ່ 9 ອົງ ​ແລະ ຕິດຕາມ​ດ້ວຍ​ມວນ​ຊົນ​ຈຳນວນ​ຫລວງຫລາຍ, ຈາກ​ນັ້ນ​ທ່ານ​ປະທານ​ປະ​ເທດ ກໍ​ໄດ້​ເປັນກຽດລັ່ນຄ້ອງ 9 ບາດ ​ແລະ ກົດ​ປຸ່ມ ​ຍົກຍອດ​ຊໍ່ຟ້າ​ຂຶ້ນ​ສູ່​ແທ່ນຫລັງຄາ ​ຫໍພະ​ແກ້ວ ​ເປັນອັນ​ສຳ​ເລັດ​ພິທີ.

ທ່ານ ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນ ຫົວໜ້າຄະນະ​ຮັບຜິດຊອບ​ໂຄງການ​ບູລະນະ​ປະຕິສັງຂອນ ຫໍພະ​ແກ້ວ ​ໃຫ້​ຮູ້​ວ່າ: ​ໂຄງການ​ປະຕິສັງຂອນ ຫໍພະ​ແກ້ວ ​ເປັນ​ຄັ້ງ​ທີ III, ​ໂດຍ​ໄລຍະ​ທີ 1 ​ໄດ້​ເລີ່​ມ ມາ​ຕັ້ງ​ແຕ່​ຕົ້ນ​ເດືອນ​ມັງກອນ 2015 ​ໄລຍະ 4 ​ເດືອນ​ຜ່ານ​ມາ ບັນດາໜ້າວຽກຕ່າງໆ​ໄດ້​ສຳ​ເລັດ​ຕາມ​ແຜນການ. ສ່ວນ​ທາງ​ຄະນະ​ກຳມະການ ກໍ​ສາມາດ​ປຸກລະດົມ​ວັດຖຸ​ປັດ​​ໄຈ ​ໃນ​ທົ່ວ​ສັງຄົມ ​ເພື່ອ​ສົມທົບ​ທຶນ ປະຕິສັງຂອນ ພິພິທະ​ພັນຫໍພະ​ແກ້ວ ​ໄດ້ຈຳນວນ 1 ຕື້​ກວ່າ​ກີບ, 2 ​ແສນກວ່າ​ບາດ, 15 ພັນ​ກວ່າ​ໂດ​ລາ​ສະຫະລັດ, ຄຳ 3 ກິ​ໂລ ​ແລະ ວັດຖຸ​ອື່ນ​ໆອີກ. ສຳລັບ​ການ​ດຳ​ເນີນ​ໂຄງການ​ປະຕິສັງຂອນ ພິພິທະ ​ພັນ​ຫໍພະ​ແກ້ວ​ໃນຕໍ່ໜ້າ(​ໄລຍະ 2)​ແມ່ນ​ຈະ​ສືບຕໍ່ວຽກຫລັງຄາ, ​ແກະ​ໄມ້​ສະ​ລັກ​ບານ​ປະຕູ, ປ່ອງຢ້ຽມ, ວຽກປູ​ກະ​​ໂລ, ສ້ອງ​ແປງ​ຕາມ​ຈຸດ​ແຕກ ຢູ່​ເສົາ ​ແລະ ຝາ, ຕິດ​ຄຳປິວ​ປະຕູ​ກາງ, ປະຕູ​ເຂົ້າ​-ອອກ, ສ້າງ​ແທ່ນປະດິດສະຖານ ພະ​ແກ້ວ​ມໍ​ລະ​ກົດ​ຈຳລອງ ​ແລະ ອື່ນໆ ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ​ໃນ​ເດືອນ​ທັນວາປີ​ນີ້.

ທ່ານ ສາຍທອງ ​ແກ້ວ​ດວງ​ດີ ​ໃຫ້​ຮູ້​ອີກ​​ວ່າ: ຫໍພະ​ແກ້ວ​ມໍ​ລະ​ກົດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1570, ຫລັງຄາ​ມຸງ​ດ້ວຍ​ທອງ​ແດງ, ຍອດ​ຊໍ່ຟ້າ​ເຮັດ​ດ້ວຍ​ຄຳ​ທັງໝົດ ​ແຕ່​ຍ້ອນ​ມີ​ເສິກ​ສົງຄາມ​ຮຸກ​ຮານ​ທຳລາຍ ຈຶ່ງ ​ເຮັດ​ໃຫ້​ມີ​ຄວາມ​ເສຍ​ຫາຍ ​ແລະ ​ເປ່​ເພ, ມາ​ເຖິງ​ປັດຈຸບັນ ​ໄດ້​ມີ​ການ​ປະຕິສັງຂອນ​ແລ້ວ 3 ຄັ້ງ: ຄັ້ງ​ທີໜຶ່ງ​ເມືອງ​ປີ 1816, ຄັ້ງ​ທີສອງ​ເມື່ອ​ປີ 1936 ​ແລະ ຄັ້ງ​ທີ​ສາມປີ 2015 ​ແລະ ຄາດ​ວ່າ​ອີກ 100 ປີ​ຂ້າງໜ້າຈຶ່ງ​ຈະ​ໄດ້​ຮັບ​ການ​ປະຕິສັງຂອນ​ຕື່ມ​ອີກ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...