spot_img
Homeຂ່າວການພັດທະນາແຮງງານ​ແມ່ນ​ສິ່ງ​ສຳຄັນ​ຍິ່ງ ຕໍ່ການພັດທະນາເສດຖະກິດຂອງ​ຊາດ

ແຮງງານ​ແມ່ນ​ສິ່ງ​ສຳຄັນ​ຍິ່ງ ຕໍ່ການພັດທະນາເສດຖະກິດຂອງ​ຊາດ

Published on

labour

ເມື່ອບໍ່ດົນຜ່ານມານີ້ ນັກຂ່າວໜັງສືພິມລາວພັດທະນາ ໄດ້ມີໂອກາດ ໄປສຳພາດ ທ່ານ ນາງ ສຸນາລີ ເທບສີເມືອງ ປະທານບໍລິສັດ ພີເອັດ ສົ່ງເສີມກະສິກຳ ແລະ ອຸດສາຫະກຳ ຄົບວົງຈອນ ຂາອອກ-ຂາ ເຂົ້າ ຈຳກັດຜູ້ດຽວໄດ້ກ່າວວ່າ: ເນື່ອງໃນໂອກາດວັນກຳມະກອນສາກົນ ວັນ​ທີ 1 ພຶດສະພາທີ່ຈະມາເຖິງນີ້ເປັນ ວັນປະຫວັດສາດໜຶ່ງທີ່ສຳຄັນອີກຂອງ ຊາດ, ຖ້າພວກເຮົາບໍ່ມີກຳມະກອນ ​ແລະ ຊາວຜູ້ອອກແຮງງານ​ແລ້ວ ປະເທດຊາດກໍຄົງຈະບໍ່ມີການພັດທະນາ ເພາະ ພວກເຂົາເປັນກຳລັງແຮງສຳຄັນໃນການຜະລິດ ແລະ ສ້າງສາ​ປະ​ເທດ​ຊາດ.

ສຳລັບບໍລິສັດ ພີເອັດ ສົ່ງເສີມກຳສິກຳ ແລະ ອຸດສາຫະກຳເປັນບໍລິສັດໜຶ່ງທີ່ມີການຊຸກຍູ້ປະຊາຊົນລາວຜູ້ ດ້ອຍໂອ ກາດໄດ້ມີວຽກເຮັດງານທຳ ​ແລະ ຊ່ວຍ​ປະກອບສ່ວນ​ສ້າງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ. ຕາມວິໄສທັດ ຂອງພັກ ແລະ ລັດຖະບານ ເພື່ອຊ່ວຍ​ເຂົາ​ເຈົ້າຫລຸດພົ້ນອອກຈາກຄວາມທຸກຍາກ ໃຫ້ໄວທີ່ສຸດ.

ປັດຈຸບັນບໍລິສັດດັ່ງກ່າວ ໄດ້ມີການຈ້າງແຮງງານທັງ​ໝົດ 200 ກວ່າຄົນ ໂດຍສະເລ່ຍເງິນເດືອນ ພື້ນຖານຂອງ​ແຮງ​ງານ​ຜູ້​ໜຶ່ງປະມານ 1.500.000 ກີບຕໍ່ເດືອນ. ນອກນີ້ ຍັງອີງໃສ່ການເຕີບໃຫຍ່ຂອງເຄືອທຸລະກິດ ແລະ ການຂະຫຍາຍການຜະລິດ ​ເຊິ່ງບໍລິສັດ ຍັງຕ້ອງການຮັບເອົາແຮງງານອີກຫລາຍຕຳແໜ່ງງານ ນັບແຕ່ອາຍຸ 18 ປີຂຶ້ນໄປ, ວຸດ ທິການສຶກສາຈົບຊັ້ນ ມ.7, ຈະໄດ້ຮັບເງິນ ເດືອນພື້ນຖານ ແລະ ໄດ້ຮັບສະຫວັດດີການຫລາຍຢ່າງເປັນຕົ້ນ ພະນັກງານ ເຈັບເປັນ ຫລື ບໍ່ສະບາຍ ແມ່ນທາງບໍລິສັດເປັນຜູ້ຈ່າຍຄ່າຢາ ແລະ ຄ່າໂຮງໝໍ ໃຫ້ທັງໝົດ, ມີເງິນອຸດ​ໜູນ​ການເກີດລູກ, ມີສະຖານທີ່ ພັກເຊົ່າ, ລ້ຽງເຂົ້າໜຶ່ງຄາບ ແລະ ຍັງມີນະໂຍບາຍອື່ນໆອີກຫລາຍຢ່າງ, ສະເລ່ຍອັດຕາການຈ້າງງານ 300 ລ້ານກີບຕໍ່ເດືອນ.

ສຳລັບແຮງງານແມ່ນໄດ້ແບ່ງອອກເປັນ 2 ຂະແໜງການຄື: ພະນັກງງານກຳມະກອນ ໂຮງງານນ້ຳ ດື່ມ ແລະ ພະນັກງານກຳມະກອນດ້ານການກະເສດ, ສຳລັບພະນັກງງານທີ່ມີຄວາມຫ້າວຫັ້ນມີຜົນງານ ດີເດັ່ນ ທາງບໍລິສັດຍັງ ໄດ້ສົ່ງໄປຝຶກອົບຮົ່ມເພື່ອຍົກລະດັບຄວາມຮູ້, ຄວາມສາມາດທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ.

ທ່ານ ນາງ ສຸນາລີ ໃຫ້ຮູ້ຕື່ມວ່າ: ໃນອານາຄົດອັນໃກ້ທາງບໍລິສັດຈະເພີ່ມກຳລັງການຜະລິດນ້ຳດື່ມ ແລະ ຂະຫຍາຍການຜະລິດດ້ານການກະເສດ, ປູກພືດຜັກໄຮໂດໂພນິກ ແລະ ຜັກປອດສານຜິດໃຫ້ພຽງພໍກັບຜູ້ບໍລິ ໂພກຢູ່ພາຍໃນ, ທັງນີ້ກໍເພື່ອຄອງຕະຫລາດ ແລະ ສ້າງຄວາມເຂັ້ມແຂງຮອງ​ຮັບ​ການເຂົ້າເປັນປະຊາ​ຄົມ​ເສດຖະກິດອາຊຽນໃນທ້າຍປີ 2015 ນີ້.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...