spot_img
Homeຄວາມງາມມາ​ເບິ່ງແຍງ​ຜິວ​ໜ້າ​ໃນລະດູຮ້ອນ​ນີ້​ກັນ

ມາ​ເບິ່ງແຍງ​ຜິວ​ໜ້າ​ໃນລະດູຮ້ອນ​ນີ້​ກັນ

Published on

ดาวน์โหลด
ສາວໆຢ່າ​ຄິດ​ວ່າ​ຜິວ​ໜ້າ​ໃນ​ລະດູໜາວ​ຕ້ອງ​ເບິ່ງແຍງ​ເປັນ​ພິເສດ​ຢ່າງ​ດຽວໃນ​ລະດູ​ຮ້ອນ​ຜິວ​ໜ້າ​ຕ້ອງ​ປະເຊີນ​ແສງ​ແດດ​ອັນ​ຮຸນແຮງໃນ​ການ​ແຕ່ງ​ໜ້າ​ທີ່​ຕ້ອງ​ເຈີ​ທັງ​ແດດ​ແລະ​ເຫື່ອຕ້ອງ​ພົບ​ກັບ​ບັນຫາ​ຫລາຍເລີຍ​
– ສິ່ງ​ສຳຄັນ​ທີ່ສຸດ​ຄື”ຄີມ​ກັນ​ແດດ”ສາວ​ທີ່​ເຮັດວຽກ​ຫ້ອງການ​ກໍ​ບໍ່​ຄວນ​ລະ​ເລີຍລັງສີ​ຍູ​ວີ​ເອ,ຍູ​ວີ​ບີ ສາມາດ​ສ່ອງ​ທະ​ລຸ​ຜ່ານ​ແກ້ວ​ເຂົ້າ​ມາ​ເຮັດ​ຮ້າຍ​ຜິວ​ໄດ້ແລະ​ຍັງມີ​ແສງ​ຈາກ​ຫລອດ​ໄຟ,ຈາກ​ຄອມພິວເຕີ​ອີກ ສາວໆທີ່​ບໍ່​ທາ​ຄີມ​ກັນ​ແດດ​ນີ້​ຄິດ​ຜິດ​ຫລາຍ​ໆເລີຍ​ຍິ່ງ​ຖ້າ​ອອກ​ກາງ​ແຈ້ງຕ້ອງ SPF 50ເປັນ​ຢ່າງ​ນ້ອຍ​ເລີຍ
– ສາວໆທີ່​ຕ້ອງ​ອອກ​ກິດຈະກຳ​ທາງ​ນ້ຳຢ່າ​ລືມ​ຄີມ​ກັນ​ແດດ​ຊະນິດ​ກັນ​ນ້ຳ​ໄດ້
– ຫລີກ​ລ້ຽງ​ການ​ອອກ​ໄປ​ສຳ​ຜັດ​ກັບ​ແສງ​ແດດ​ໂດຍ​ກົງ​ໃນ​ຊ່ວງ​ເວລາ11.00 – 15.00 ນ.
– ດື່ມ​ນ້ຳ​ໃຫ້​ພຽງ​ພໍ​ແລະ​ເລື້ອຍໆເພື່ອ​ຄົງ​ຄວາມ​ຊຸ່ມ​ຊື່ນ​ຂອງ​ຜິວ​ໜັງ
– ສາວ​ຜິວ​ແຫ້ງ​ຄວນ​ເລືອກ​ໃຊ້​ຄີມ​ບຳ​ລຸງ​ຜິວ​ທີ່​ໃຫ້​ຄວາມ​ຊຸ່ມ​ຊື່ນ​ກັບ​ຜິວບາງເທື່ອ​ແສງ​ແດດ​ອາດ​ເຮັດໃຫ້​ຜິວ​ຍິ່ງ​ແຫ້ງ​ກ້ານ
– ລຸດ​ຂັ້ນ​ຕອນ​ໃນ​ການ​ແຕ່ງ​ໜາເລືອກ​ໃຊ້​ຄີມ​ບຳ​ລຸງ​ທີ່​ປະສົມ​ສານ​ກັນ​ແດດຫລື​ຄີມ​ກັນ​ແດດ​ທີ່​ປະສົມ​ເບດ​ໃນ​ຕົວຈະ​ໄດ້​ບໍ່​ຕ້ອງ​ລົງ​ຫລາຍ​ຊັ້ນໃນ​ໜ້າ​ຮ້ອນ​ແຕ່ງ​ໜ້າ​ໃຫ້​ບາງ​ເບົາເວລາ​ເຈີ​ອາ​ກາດ​ຮ້ອນ​ໆ ຈະ​ໄດ້​ບໍ່​ເຍີ້ມ
– ເລືອກ​ໃຊ້​ຜະລິດຕະພັນ​ແຕ່ງ​ຫນ້າທີ່​ມີ​ປະ​ສິດ​ທິ​ພາບ​ກັນ​ນ້ຳ ກັນ​ເຫື່ອ
– ໃຊ້​ສະ​ເປຍ​ສີດ​ໜ້າເພື່ອ​ຄົງ​ຄວາມ​ຊຸ່ມ​ຊື່ນ​ແລະ​ສົດ​ຊື່ນ​ກັບ​ຜິວ​ໜ້າ​ຕະຫລອດ​ວັນ
– ສຸດ​ທ້າຍຢ່າ​ລືມ​ລ້າງ​ໜ້າລ້າງ​ເຄື່ອງ​ສຳ​ອາງ​ໃຫ້​ສະ​ອາດ​ໝົດ​ຈົດ​ທຸກ​ເທື່ອ​

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...