spot_img
Homeຄວາມງາມຫລີກ​ລ້ຽງ​ພຶດຕິກຳ ທຳ​ຮ້າຍ​ຜິວ ເພື່ອ​ຜິວ​ງາມ

ຫລີກ​ລ້ຽງ​ພຶດຕິກຳ ທຳ​ຮ້າຍ​ຜິວ ເພື່ອ​ຜິວ​ງາມ

Published on

women.haijai.com

ອາດຈະປະຕິເສດ​ບໍ່​ໄດ້​ວ່າ “ໃບ​ໜ້າ” ເປັນ​ປະການ​ດ່ານ​ທຳອິດ​ທີ່​ທຸກ​ເພດ​ທຸກ​ໄວ​ໃຫ້​ຄວາມ​ສົນ​ໃຈ​ ແລະ​ ໃສ່​ໃຈ​ເບິ່ງແຍງ​ເປັນ​ພິເສດ ເພາະ​ທຸກ​ຄົນ​​ຢາກ​ມີ​ຜິວ​ໜ້າ​ຂາວ​ໜ້າ​ໃສ ນຽນ​ນຸ່ມ ​ສົດ​ໃສ​ເບິ່ງ​ມີ​ສຸກຂະພາບ​ດີ ເພາະ​ນອກ​ຈາກ​ຈະ​ເຮັດໃຫ້​ເບິ່ງ​ດີ ສະ​ດຸດ​ຕາ ​ ​ໃບ​ໜ້າ​ຍັງ​ເປັນ​ດ່ານ​ທຳອິດໃນ​ຂະນະ​  ​ພົບຄັ້ງທຳອິດ​ທີ່​ສາມາດ​ສ້າງ​ຄວາມ​ປະ​ທັບ​ໃຈ ທັງ​ຍັງ​ບົ່ງ​ບອກ​ເຖິງ​ຄວາມ​ມີ​ສຸກຂະພາບ​ດີ​ອີກ​ດ້ວຍ ເພາະ​ຄວາມ​ງາມ​ຢຸດ​ບໍ່​ໄດ້ ຈຶ່ງ​ມີ​ສາວ ໆ ທີ່​ຮັກ​ງາມ​ຮັກ​ງາມ​ຈຳນວນ​ບໍ່​ນ້ອຍ​ພະຍາຍາມ​ຊອກຫາ​ຜະລິດຕະພັນ​ສາລະພັດ​ຍີ່ຫໍ້ ສາລະພັດ​ວິທີ​ບໍ່​ວ່າ​ທັງ​ກິນ​ທັງ​ເພື່ອ​ໃຫ້​ງາມ ສະ​ນັ້ນ​ນອກ​ຈາກ​ຈະ​ຕ້ອງ​ບຳ​ລຸງ​ປິ່ນປົວ​ຜິວ​ໜ້າ​ແລ້ວ ຍັງ​ຕ້ອງ​ຫລີກ​ລ້ຽງ​ພຶດຕິກຳ​ທີ່​ຈະ​ທຳ​ຮ້າຍ​ຜິວ​ອີກ​ດ້ວຍ ສະ​ນັ້ນ​ເຮົາ​ຕ້ອງ​ປັບ​ປ່ຽນ​ພຶດຕິກຳ​ຂອງ​ເຮົາ ເພື່ອ​ໃຫ້​ຜິວ​ງາມ​ໃສ​ເບິ່ງ​ອ່ອນ​ກວ່າໄວ ມາ​ເບິ່ງ​ກັນ​ວ່າ​ໃຜ​ມີ​ພຶດຕິກຳ​ດັ່ງ​ຕໍ່ໄປ​ນີ້​ນຳ ແລ້ວ​ຄວນ​ຈະ​ຫລີກ​ລ້ຽງ​ຢ່າງໃດ ມາ​ເບິ່ງ​ກັນ​

 ນອນ​ທັງ​ທີ່​ຍັງ​ບໍ່​ລ້າງ​ເມກອັບ

ເຊື່ອ​ວ່າ​ສາວ ໆ ຫລາຍ​ຄົນ​ມັກ​ຈະ​ມີ​ພຶດຕິກຳ​ລົ້ມ​ລົງ​ເທິງ​ຕຽງ ໂດຍ​ບໍ່​ໄດ້​ລ້າງ​ໜ້າ​ທັງ​ໆ ທີ່​ເມກ​ອັບ​ມາ​ໝົດ​ມື້ ສາວໆ ຮູ້​ຫລື​ບໍ່​ວ່າ ຖ້າ​ຫາກ​ປ່ອຍ​ໃຫ້​ຜິວ​ໜ້າ​ແບກ​ຮັບ​ຄວາມ​ໜາ​ຂອງ​ເມກ​ອັບ​ໝົດ​ມື້​ແບບ​ນີ້ ຄາບ​ເຄື່ອງ​ສຳ​ອາງ​ທີ່​ຍັງ​ຢູ່​ເທິງ​ຜິວ​ຈະ​ເ​ປິດ​ຮູຂຸມ​ຂົນ ເຂົ້າ​ຮວມ​ກັບ​ນ້ຳ​ມັນ​ເທິງ​ຜິວ​ໜ້າ ຈະ​ເຮັດໃຫ້​ເກີດ​ການ​ອຸດ​ຕັນ ແລະ​ເຮັດໃຫ້​ເກີດ​ສິວ​ໄດ້

ດັ່ງ​ນັ້ນ ຄວນ​ລ້າງ​ເມກ​ອັບ​ຕ່າງໆ ອອກ​ໃຫ້​ສະ​ອາດ ແລ້ວ​ທາ​ມອຍຊ໌​ເຈີ​ໄລ​ເຊີລ໌​ບຳ​ລຸງ​ຜິວ ເພື່ອ​ໃຫ້​ຜິວ​ທີ່​ຖືກ​ອຸດ​ຕັນ​ດ້ວຍ​ເຄື່ອງ​ສຳ​ອາງ​ມາ​ທັງ​ມື້ ໄດ້​ຫາຍ​ໃຈ​ນຳ ດັ່ງ​ນັ້ນ​ເພື່ອ​ສຸກຂະພາບ​ຜິວ​ທີ່​ດີ ເມື່ອ​ກັບ​ເຖິງ​ເຮືອນ​ຄວນ​ລ້າງ​ໜ້າ​ເອົາ​ເຄື່ອງ​ສຳ​ອາງ​ອອກ​ໃຫ້​ໄວ​ທີ່ສຸດ

-ຂັດ​ຜິວ​ໜ້າ​ເລື້ອຍໆ​ເກີນ​ໄປ 

ການ​ຂັດ​ຜິວ​ໜ້າ​ເປັນ​ການ​ກຳຈັດ​ເຊລ໌​ຜິວ​ເກົ່າ​ທີ່​ຕາຍ​ແລ້ວ​ອອກ​ໄປ ເຜີຍ​ຜິວ​ໃໝ່​ທີ່​ສົດ​ໃສ​ກວ່າ ແຕ່​ກໍ​ຕ້ອງ​ເຮັດ​ຢ່າງ​ພໍ​ດີ ຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວ​ການຂັດ​ຜິວ​ໜ້າ​ນັ້ນ​ຄວນ​ເຮັດ​ຢ່າງ​ພໍ​ດີ ຂັດ​ໜ້າ​ບໍ່​ເກີນ 2 ເທື່ອ​ຕໍ່​ອາທິດ ຫາກ​ເກີນ​ກວ່າ​ນັ້ນ ນັ້ນ​ຄື​ການທຳ​ຮ້າຍ​ຜິວ​ໂດຍ​ກົງ ແລະ ​ຖ້າ​ຍິ່ງ​ສົກ​ຮັບ​ຜິວ​ໜ້າ​ເລື້ອຍໆ ຈະ​ເຮັດໃຫ້​ຜິວ​ຍິ່ງ​ບາງ​ລົງ ແລະ​ ແທນ​ທີ່​ຈະ​ເຮັດໃຫ້​ຜິວ​ໜ້າ​ເບິ່ງ​ສົດ​ໃສ ກັບ​ເຮັດໃຫ້​ໜ້າ​ຍິ່ງ​ແຫ່ວ​​ງ່າຍ ແລະ ອາດ​ເກີດ​ບັນຫາ​ອື່ນ​ຕາມ​ມາ​ໄດ້​ງ່າຍ ຄວນ​ຂັດ​ໜ້າ​ແບບ​ເບົາ​ມື ເພາະ​ສະ​ນັ້ນ ຄວນ​ປ່ອຍ​ໃຫ້​ເວລາ​ກັບ​ຜິວ​ໄດ້​ຜັດ​ເຊລ໌​ໃໝ່ 2 – 3 ມື້

  • ບໍ່​ບີບ​ສິວ ແກະ ຫລື​ ເກົາ​ຜິວ​ຫນັງ

ເວລາ​ເປັນ​ສິວ ບໍ່​ຄວນ​ບີບ ​ຫລື​ ແກະ​ສິວ ຖ້າ​ຫາກ​ບີບ​ແບບ​ນີ້​ຈະ​ເປັນ​ເຫດ​ໃຫ້​ຜິວ​ໜ້າ​ບໍ່​ລຽບ​ແລະ​ເກີດ​ຮອຍ​ດຳ ເພາະ​ເວລາ​ເຮົາ​ເປັນ​ສິວ​ແລ້ວ​ເມື່ອ​ໄປ​ບີບ​ແກະ​ສິວ ຮ່າງກາຍ​ຈະ​ຜະລິດ​ສານ​ແອນ​ຕິ​ບໍ​ດີ້ ເພື່ອ​ຕໍ່ສູ້​ຈາກ​ການ​ຕິດ​ເຊື້ອ​ຈາກ​ພາຍນອກ ສານ​ແອນ​ຕິ​ບໍ​ດີ້​ຈະ​ເປັນ​ຕົວ​ທຳລາຍ​ຄອນ​ລາ​ເຈນ​ທີ່​ຢູ່​ໃຕ້​ຜິວ​ໜັງ​ເຮົາ ຈະ​ເຮັດໃຫ້​ເກີດ​ຮອຍ​ຂຸມ​ຂອງ​ສິວ​ປາກົດ​ຂຶ້ນ​ເທິງ​ໃບ​ໜ້າ

  • ໃຊ້​ຄີມ​ບຳ​ລຸງ​ຜິວ​ບໍ່​ເໝາະ​ກັບ​ສະພາບ​ຜິວ

ປະຈຸບັນ​ຜະລິດຕະພັນ​ບຳ​ລຸງ​ຜິວ​ຫລາກ​ຫລາຍ​ຍີ່ຫໍ້ ລ້ວນ​ຕອບ​ໂຈດໃນ​ການ​ບຳ​ລຸງ​ຜິວ​ໄດ້​ເປັນ​ຢ່າງ​ດີ ແຕ່​ໃນ​ທີ່​ນີ້​ກໍ​ມີ​ຂໍ້​ຍົກ​ເວັ້ນ​ຄືກັນ ຫາກ​ສາວໆ ໃຊ້​ຜະລິດຕະພັນ​ທີ່​ບໍ່​ເໝາະ​ກັບ​ຜິວ​ໜ້າ ຫລື ​ມີ​ລິດ​ແຮງ​ເກີນ​ໄປ ຈາກ​ຜິວ​ດີ ໆ ອາດ​ກາຍ​ເປັນ​ໜ້າ​ເພ​ໄດ້ ທັງ​ເກີດ​ຜື່ນ​ແດງ ສິວ ຫລື​ ອາການ​ແສບ​ຜິວ​ຂຶ້ນ​ມາ​ນີ້​ຄື ການ​ຟ້ອງ​ວ່າ​ເຈົ້າ​ກຳ​ລັງ​ທຳຮ້າຍ​ຜິວ ທາງ​ທີ່​ດີ​ຄວນ​ເລືອກ​ຜະລິດຕະພັນ​ທີ່​ເໝາະ​ກັບ​ສະພາບ​ຜິວ ແລະ​ ສາມາດ​ບຳ​ລຸງ​ຜິວ​ໜ້າ​ຂອງ​ເຈົ້າ​ໄດ້​ແທ້ໆ ທາງ​ທີ່​ດີ​ທີ່ສຸດ​ກ່ອນ​ເລືອກ​ຊື້​ຜະລິດຕະພັນ​ທຸກ​ເທື່ອ ຄວນ​ສອບ​ຖາມ​ຈາກ​ຜູ້​ຊ່ຽວຊານ ຫລື​ ສຶກ​ສາ​ຂໍ້​ມູນ​ຂອງ​ຜະລິດຕະພັນ​ນັ້ນໆ ເພື່ອ​ໃຫ້​ເລືອກ​ຊື້​ຜະລິດຕະພັນ​ທີ່​ບຳ​ລຸງ​ຜິວ​ໜ້າ​ໄດ້​ຢ່າງ​ແທ້​ຈິງ

  • ເຕີມ​ເຄື່ອງ​ສຳ​ອາງ​ຊ້ຳ​ລະຫວ່າງ​ວັນ

ແທ້ໆ ແລ້ວ ແປງ​​ແຕ່ງ​ໜ້າ ລ້ວນ​ເປັນ​ອຸປະກອນ​ທີ່​ຊ່ວຍ​ເນລະ​ມິດ​ຄວາມ​ງາມ​ໃຫ້​ສາວໆ ໄດ້​ບໍ່​ນ້ອຍ ແຕ່​ກໍ​ມີ​ສາວໆ ຈຳນວນ​ບໍ່​ນ້ອຍ​ມັກ​ເຕີມ​ເຄື່ອງ​ສຳ​ອາງ​ຊ້ຳ​ລະຫວ່າງ​ມື້​ສະເໝີ ບໍ່​ວ່າ​ໃຊ້​ວິທີ​ການ​ຕົບ​ແປ້ງ​ໂດຍ​ໃຊ້​ໂຟມ​ຫລື​ແປງ ຫລື​ໃຊ້​ແປງ​ອອນ​ປັດ​ທີ່​ແກ້ມ​ເພິ່ມເຕີມ ຮູ້​ຫລື​ບໍ່​ວ່າ​ນີ້​ຄື​ການ​ຊ້ຳ​ເຕີມ​ທຳ​ຮ້າຍ​ຜິວ ເພາະ​ຈະ​ຍິ່ງ​ເຮັດໃຫ້​ສິ່ງ​ສົກກະປົກ​ເຂົ້າໄປ​ອຸດ​ຕັນ​ຮູຂຸມ​ຂົນ​ໄດ້​ງ່າຍ​ຂຶ້ນ ເມື່ອ​ມີ​ເຄື່ອງ​ສຳ​ອາງ​ທີ່​ເຕີມ​ແຕ່ງ​ເພີ່ມ​ເຂົ້າໄປ​ອຸດ​ຕັນ ກໍ​ຈະ​ເຮັດໃຫ້​ເກີດ​ສິວ​ຫລື​ຜື່ນ​ແດງ​ຕາມ​ມາ​ໄດ້ ໂດຍ​ສະເພາະ​ຄົົນທີ່​ມີ​ຜິວ​ມັນ​ຈະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ສິວ​ໄດ້​ງ່າຍ​ກວ່າ​ສະພາບ​ຜິວ​ຊະນິດ​ອື່ນ ທີ່​ສຳຄັນ​ບໍ່​ຄວນ​ລະ​ເລີຍ​ທີ່​ຈະ​ເຮັດ​ຄວາມ​ສະ​ອາດ​ອຸປະກອນ​ແຕ່ງ​ໜ້າ ບໍ່ດັ່ງນັ້ນ ມັນ​ຈະ​ກາຍ​ເປັນ​ແຫລ່ງ​ສະ​ສົມ​ຂອງ​ເຊື້ອ​ພະຍາດ​ຈະ​ເຮັດໃຫ້​ເກີດ​ບັນຫາ​ຕາມ​ມາ​ໄດ້

  • ຫ່າງ​ໄກ​ຄວາມ​ຄຽດ

ຄວາມ​ຄຽດ​ຖື​ເປັນ​ຕົວ​ການ​ສຳຄັນ​ບໍ່​ນ້ອຍ ທີ່​ເຮັດໃຫ້​ຜິວ​ເສື່ອມ​ກ່ອນ​ໄວ​ອັນ​ຄວນ ເມື່ອ​ເຮົາ​ມີ​ຄວາມ​ຄຽດ​ເກີດ​ຂຶ້ນ​ເມື່ອ​ໃດ ຂໍ​ໃຫ້​ຕຽມ​ໃຈ​ໄວ້​ເລີຍ​ວ່າ​ຜິວ​ຂອງ​ເຮົາ​ກໍ​ຈະ​ຄຽດ​ຕາມ​ໄປ​ນຳ ສະ​ນັ້ນ​ວິທີ​ແກ້​ງ່າຍໆ ຄື ເລີ່ມ​ຈາກ​ຕົວ​ເຮົາ ດ້ວຍ​ການ​ຝຶກ​ຈິດ​ໃຫ້​ສະຫງົບ ເຮັດ​ສະ​ມາ​ທິ ຫລື​ຈະ​ໃຊ້​ວິທີ​ອອກ​ກຳ​ລັງ​ກາຍ​ຍືດ​ເສັ້ນ​ຍືດ​ສາຍ​ດ້ວຍ​ການ​ຫລິ້ນ​ໂຍ​ຄະ​ສ້າງ​ສະ​ມາ​ທິ ຈະ​ຊ່ວຍ​ໃຫ້​ກະຕຸ້ນ​ການ​ໄຫລ​ວຽນ​ຂອງ​ເລືອດ ໃຫ້​ຊ່ວຍ​ສົ່ງ​ຜ່ານ​ອອກ​ຊິ​ເຈນ​ໄປ​ລ້ຽງ​ເຊລ໌​ຕ່າງໆ ທົ່ວ​ຮ່າງກາຍ ລຸດ​ຄວາມ​ຄຽດ​ໄດ້​ອີກ​ທາງ

ສະ​ນັ້ນ​ເພື່ອ​ຜິວ​ງາມ​ຈະ​ຢູ່​ກັບ​ເຈົ້າ​ຕະຫລອດ​ໄປ ຢ່າ​ລືມ​ວ່າ ງາມ​ຈາກ​ພາຍນອກ​ຢ່າງ​ດຽວ​ບໍ່​ໄດ້ ຕ້ອງ​ງາມ​ຈາກ​ພາຍ​ໃນ​ດ້ວຍ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...