spot_img
Homeຂ່າວການພັດທະນາເຈົ້າ​ໜ້າ​ທີ່ດັບ​ເພີງ ນ.ວ ​ຊີ້​ແຈງ​ ບັນຫາການ​ໄປ​ຊ່ວຍ​ເຫລືອ​ມອດ​ໄຟຊັກ​ຊ້າ!

ເຈົ້າ​ໜ້າ​ທີ່ດັບ​ເພີງ ນ.ວ ​ຊີ້​ແຈງ​ ບັນຫາການ​ໄປ​ຊ່ວຍ​ເຫລືອ​ມອດ​ໄຟຊັກ​ຊ້າ!

Published on

fire engine

ໃນວັນ​ທີ 21 ​ເມສາ​ນີ້, ທ່ານ ພັຕ ຈັນທະ​ບູນ ມະນີ​ວົງ ຫົວໜ້າ​ພະ​ແນ​ກ ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ນະຄອນຫລວງ​ວຽງ​ຈັນ ​​ໄດ້​ອອກ​ມາ​ຊີ້​ແຈງ​ຜ່ານ​ນັກ​ຂ່າວ​ພວກ​ເຮົາວ່າ: ພາຍຫລັງ​ໄດ້​ມີ​ຫາງສຽງ​ຈາກສັງຄົມ​ວ່າ: ການ​ອອກ​ໄປ​ຊ່ວຍ​ເຫລືອ​ ​ເພື່ອ​ສະກັດ​ກັ້ນ ​ແລະ ມອດ​ໄຟ​ໃນ​ຈຸ​ດ​ເກີດ​ເຫດ​ຊັກ​ຊ້າ, ​ເຊິ່ງກໍ​ມີ​ຫລາຍ​ບັນຫາ ​ແລະ ສາມາດທີ່​ຈະ​ຕ້ອງ​ໄດ້​​ເອົາ​ໃຈ​ໃສ່​ຊ່ວຍ​ກັນ​​ແກ້​ໄຂເຊັ່ນ: 1.) ​ເນັ້ນ​ໃຫ້ປະຊາຊົນ​ຜູ້ທີ່​ໂທ​ເຂົ້າ​ມາ​ແຈ້ງ​ເຫດ​ແມ່ນ​ໃຫ້​ດ່ວນ ​ແລະ ຊັດ​ເຈນ, 2.) ​ເສັ້ນທາງ​ທີ່​ຈະ​ເດີນທາງ​ໄປ​ນັ້ນ ບາງ​ຄັ້ງ​​ຖືກ​ຊ່ວງ​​ໄລຍະເວລາ​ເລັ່ງດ່ວນ​ເປັນ​ຕົ້ນ ​ເວລາ​​ເຂົ້າ​ການ-ເລີກ​ການ ​ເຮັດ​ໃຫ້ການ​ສັນຈອນ​ແອ​ອັດ, ​3.) ເສັ້ນທາງ​ເຂົ້າ​ໄປ​ຫາ​ຈຸດ​ເກີດ​ເຫດ​ຄັບ​ແຄບ, ​ຊຸມ​ຊົນ​​ແອ​ອັດ, 4.) ຈຸດ​ເກີດ​ເຫດ​ຫ່າງ​ໄກ​ຈາກ​ຕົວ​ເມືອງ ອາດ​ຈະ​ເປັນ​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ 5.) ການ​ປະສານ​ງານ​ກັບ​ພາກສ່ວນ​ກ່ຽວຂ້ອງ​ເປັນ​ຕົ້ນ ພາກສ່ວນ​ໄຟຟ້າ, ​ເພື່ອ​ມາ​ຕັດ​ກະ​ແສ​ໄຟຟ້າ​ເສຍ​ກ່ອນ, ຈຶ່ງ​ສາມາດ​ນຳ​ລົດນ້ຳ​ເຂົ້າ​ໄປ​ສີດນ້ຳ​ໃສ່​ຈຸດ ​ເກີດ​ເຫດ​ໄດ້ ​ແລະ ບໍລິສັດ ນ້ຳ​ປະປາ ກໍ​ຕ້ອງ​ໃຫ້​ຄວາມ​ສະດວກ​ສະບາຍ​ໃນ​ການ​ປ່ອຍນ້ຳ​ຢູ່​ຕາມ​ຈຸດສະ​ເພາະ. ດັ່ງ​ນັ້ນ ຖ້າ​​ທຸກ​ພາກສ່ວນ​ເອົາ​ໃຈ​ໃສ່​ຊ່ວຍ​ກັນການ​ຊ່ວຍ​ເຫລືອດັບ​ມອດ​ໄຟ​ໃນ​ຈຸດ​ເກີດ​ເຫດກໍ​ຈະ​ວ່ອງ​ໄວ​ຂຶ້ນ.

ທ່ານ​ ພັຕ ຈັນທະ​ບູນ ມະນີ​ວົງ ກ່າວ​ວ່າ: ສາ​ເຫດ​ຂອງ​ການ​ເກີດ​ອັກຄີ​ໄພ​ສ່ວນ​ໃຫຍ່​ແລ້ວ ​ເກີດ​ຈາກ​ການ​ຈູດ​ຂີ້​ເຫຍື້ອ, ຈູດຫຍ້າ, ຈູດ​ປ່າ​ແບບ​ຊະຊາຍ, ຊຶ່ງ​ຈະ​ເປັນ​ຕົ້ນ​ເພີງ​ລາມ​ລຸກ​ໄປໄໝ້ສິ່ງ​ຂອງ, ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະຊາຊົນ​ທີ່ຢູ່​ໃກ້​ຄຽງໄດ້​ງ່າຍດາຍ, ການ​ນຳ​ໃຊ້​ໄຟຟ້າ​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ, ​ການ​ຜະລິດ ​ແລະ ອື່ນໆ. ດັ່ງ​ນັ້ນ ພວກ​ເຮົາ​ຄວນເອົາ​ໃຈ​​ໃສ່​ກວດກາ​ສາຍ​ໄຟຟ້າ​ໃຫ້​ຢູ່​ໃນ​ສະ​ພາບ​ສົມບູນ, ຮັບປະກັນ​ມາດຖານ, ຖ້າ​ເຫັນວ່າ​ເກົ່າ​ແກ່, ​ເປ່​ເພ, ຊຸດ​ໂຊມ​ຕ້ອງປົວ​ແປງ ​ແລະ ປ່ຽນຖ່າຍ​ທັນທີ, ​ເມື່ອ​ສຳ​ເລັດພາລະກິດ​ຕ່າງໆ ຫລື ກ່ອນ​ອອກ​ຈາກ​ບ້ານ, ຫ້ອງການ ​ແລະ ອື່ນໆ ຕ້ອງ​ກວດ ກາ​ປິດ​ເຕົາ​ແກັດ, ​ເຄື່ອງ​​ໃຊ້​ໄຟຟ້າ, ຖອດ​ປັກ​ສຽບ ​ແລະ ມອດ​ໄຟ​ໃຫ້​ລະອຽດ ຮອບ​ຄອບ​​ເສຍ​ກ່ອນ, ພ້ອມ​ນີ້ ການ​ໄຕ້​ທູບ​ທຽນ​ບູຊາ, ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ທຸກ​ຄັ້ງ, ກາບ​ໄຫວ້​ແລ້ວ ກໍ​ມອດ​ທູບ​ທຽນ​ທັນທີ, ຮ້ານ​ບູຊາ​ຕ້ອງ​ເຮັດ​ດ້ວຍ​ວັດຖຸ​ທີ່​ບໍ່​ໄວ​ໄຟ, ຫ່າງ​ໄກ​ຈາກ​ບ່ອນທີ່​ມີ​ເຊື້ອ​ໄຟ. ນອກຈາກ​ນີ້ ​ເມື່ອ​ເຫັນ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ປ້ອງ​ກັນ​ສະກັດ​ກັ້ນ ​ແລະ ຕ້ານ​ອັກ​ຄີ​ໄພ ລົງ​ໄປ​ປະສານ​ສົມທົບກໍຈົ່ງ​ໃຫ້​ການ​ຮ່ວມ​ມື ​ແລະ ປະຕິບັດ​ຕາມ​ການ​ແນະນຳ​ຂອງເຈົ້າ​ໜ້າ​ທີ່​ຢ່າງ​ເຂັ້ມ​ງວດ ​ແລະ ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ໃຫ້​ກະກຽມ​ເຄື່ອງ​ອຸປະກອນ​ມອດ​ໄຟ (ບັ້ງ​ມອດ​ໄຟ) ມາ​​ໄວ້ປະຈຳ​​ແຕ່ລະ​ຄົວ​ເຮືອນ ​ເພື່ອ​ປ້ອງ​ກັນ​ອັກຄີ​ໄພ​ທີ່​ຈະ​ເກີດ​ຂຶ້ນ​ໄດ້​ທັນ​ເວລາ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...