spot_img
Homeຂ່າວການພັດທະນາເຂື່ອນໄຟຟ້ານ້ຳຄານ 2 ຈະເລີ່ມຜະລິດໃນ 5 ເດືອນຂ້າງໜ້າ

ເຂື່ອນໄຟຟ້ານ້ຳຄານ 2 ຈະເລີ່ມຜະລິດໃນ 5 ເດືອນຂ້າງໜ້າ

Published on

20150420163644

ພິທີ​ຕັນ​ນ້ຳ​ເຂົ້າ​ອ່າງ​ເຂື່ອນ​ໄຟຟ້າ​ນ້ຳ​ຄານ 2 (ເມືອງ​ຊຽງ​ເງິນ ແຂວງ​ຫຼວງ​ພະ​ບາງ) ໄດ້​ຈັດ​ຂຶ້ນວັນ​ທີ 18 ເມສາ 2015 ໂດຍ​ມີທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳວຽກ​ງານ​ເສດຖະກິດ ການ​ຜະລິດ ແລະ ຈໍ​ລະ​ຈອນ ທ່ານ ​ດຣ.ຄຳແພງ ໄຊ​ສົມ​ແພງ ເຈົ້າແຂວງຫຼວງ​ພະ​ບາງ ທ່ານ ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

ທ່ານ ສີ​ສະຫວາດ ທິ​ຣາ​ວົງ ຜູ້ອຳນວຍການ​ໃຫຍ່​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ໄດ້​ກ່າວ​ວ່າ: ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ຄານ 2 ແມ່ນ​ໂຄງການ​ໜຶ່ງ​ຂອງ​ລັດ​ຖະບານ ​ທີ່​ມອບ​ໃຫ້​ລັດ​ວິ​ສາ​ຫະ​ກິດໄຟຟ້າ​ລາວ​ ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ ແລະ ຄຸ້ມ​ຄອງໂຄງການ​ນີ້ ​ໄດ້​ຮັບເງິນ​ກູ້​ຈາກ​ທະນາຄານ​ເອັກ​ຊິມແບງ (EXIM BANK) ​ສປ ຈີນ ມູນ​ຄ່າ 308 ລ້ານ​ໂດ​ລາ​ສະຫະ​ລັດ ຫຼື ປະມານ 2.464 ຕື້​ກີບ ແລະ ມອບ​ໃຫ້​ບໍລິສັດ SINOHYDRO CORPORATION ​ສປ ຈີນ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ໄລຍະ 54 ເດືອນ ລັກສະນະ​ຂອງ​ເຂື່ອນ ເປັນ​ເຂື່ອນ​ຫີນ​ແຂງ​ອັດ​ແໜ້ນ ສາບ​ໜ້າ​ດ້ວຍ​ຄອນ​ກຣີດ ເນື້ອທີ່ອ່າງ​ໂຕ່ງ 5.167 ກິ​ໂລ​ຕາ​ແມັດ ສາມາດ​ກັກ​ເກັບ​ນ້ຳ​ໄດ້ 686,2 ລ້ານ​ແມັດ​ກ້ອນ ມີ​ກຳລັງ​ຕິດ​ຕັ້ງ 130 ເມ​ກາ​ວັດ ແລ່ນ​ດ້ວຍ​ເຄື່ອງຈັກ 2 ເຄື່ອງ ສາມາດ​ຜະລິດ​ພະລັງ​ງານ​ໄດ້ 558 GWh ຕໍ່​ປີ ແລະ ອີກ 5 ເດືອນ​ຂ້າງ​ໜ້າ ​ກໍ່​ຈະ​ສາມາດ​ຜະລິດ​ກະແສ​ໄຟ​ໄດ້​ຕາມແຜນທີ່​ໄດ້​ວາງ​ໄວ້.

ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຄານ 2 ແມ່ນ​ເປັນ​ອີກ​ໂຄງການໜຶ່ງ ​ທີ່​ສາມາດ​ຕອບ​ສະໜອງ​ພະລັງ​ງານ​ໄຟຟ້າ​ໃຫ້​ພາຍ​ໃນ​ປະເທດ ໂດຍ​ສະເພາະ ເຂດ​ພາກ​ເໜືອ ນອກຈາກ​ນີ້ ຈະ​ເປັນ​ອ່າງ​ນ້ຳ​ໃຫຍ່ອີກ 1 ແຫ່ງ ເຊິ່ງ​ສາມາດ​ພັດ​ທະນາ​ເປັນ​ເຂດ​ທ່ອງ​ທ່ຽວ ແລະ ທຳມາ​ຫາ​ກິນ​ຂອງ​ປະຊາຊົນ​ໃນ​ເຂດເມືອງ​ຊຽງ​ເງິນ ເພື່ອ​ເປັນ​ການຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ບັນດາເຜົ່າ​ໃຫ້​ດີ​ ຂຶ້ນ ແລະ ເພື່ອ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ​ເທື່ອ​ລະ​ກ້າວ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...