spot_img
Homeຂ່າວທ້ອງຖິ່ນນາງສັງຂານນະຄອນຫຼວງປະຈຳປີ ພ.ສ 2558

ນາງສັງຂານນະຄອນຫຼວງປະຈຳປີ ພ.ສ 2558

Published on

ນາງ ມີນາ ອ່ອນສີພັນລາ ນາງສາວນະຄອນຫຼວງວຽງຈັນ ປະຈຳປີ 2558

ວັນທີ 10 ເມສານີ້, ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ, ພະແນກນະຄອນຫຼວງວຽງຈັນ ໄດ້ຈັດການປະກວດນາງສາວນະຄອນຫຼວງວຽງຈັນ ມີທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຮັບຜິດຊອບງານບຸນປີໃໝ່ລາວ ພສ 2558, ມີພະນັກງານການນຳຂັ້ນສູງພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ຜູ້ປົກຄອງ, ຄະນະກຳມະການ ແລະ ຊວາວນະຄອນຫຼວງວຽງຈັນ 1000 ກວ່າຄົນເຂົ້າຮ່ວມ.

ການປະກວດນາງສາວນະຄອນຫຼວງປະຈໍາປີ ພສ 2558 ຄັ້ງນີ້, ມີນາງສາວງາມ 20 ຄົນ, ຈາກ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ. ຄັດເລືອກເອົາ 7 ສາວງາມ ເພື່ອເປັນຕົວແທນຂອງລູກສາວທັງ 7 ຂອງພະຍາກະບິນລະພົນ ປະຈຳປີ ພສ 2558.
– ຜົນການປະກວດຜູ້ໄດ້ຮັບລາງວັນທີ 1 , ນາງ ມີນາ ອ່ອນສີພັນລາ ຈາກເມືອງສີໂຄດຕະບອງ, ໄດ້ຮັບລາງວັນ 15 ລ້ານກີບ ມົງກຸດມູນຄ່າ 25 ລ້ານກີບ ພ້ອມສາຍສະພາຍ.
– ຜູ້ໄດ້ຮັບລາງວັນທີ 2 , ນາງ ວິໄລລັກ ອຸ່ນນະລາດ ຈາກມເມືອງສີສັດຕະນາກ ໄດ້ຮັບລາງວັນ 8 ລ້ານກີບ ພ້ອມສາຍສະພາຍ.
– ຜູ້ໄດ້ຮັບລາງວັນທີ 3 , ນາງ ເນດນິດາ ພິລາເກດ ຈາກເມືອງສີໂຄດຕະບອງ, ໄດ້ຮັບລາງວັນ 5 ລ້ານກີບ ພ້ອມສາຍສະພາຍ.
– ຜູ້ໄດ້ຮັບລາງວັນທີ 4 , ພູນຊັບ ພົນໂຍທາ ຈາກບ້ານຊຽງດາ, ນາງ ສຸກສະຫວັນ ຫຼວງລາດ ຈາກເມືອງໄຊເສດຖາ, ນາງ ຕາດຳ ເຮືອງຄຳດີ ຈາກບ້ານດອນແດງ ແລະ ນາງພັນນິພາ ສີພັນດອນ ຈາກບ້ານສົມສະໜຸກ ທັງ 3 ໄດ້ຮັບລາງວັນຄົນລະ 3 ລ້ານກີບ ພ້ອມສາຍສະພາຍ.
ນອກຈາກນີ້, ທັງ 7 ສາວງາມ ຈະໄດ້ເຂົ້າຮ່ວມກິດຈະກຳໃນບຸນປີໃໝ່ລາວ ພສ 2558 ທີ່ຈະຈັດຂື້ນວັນທີ 14-16 ເມສານີ້.
ສ່ວນນາງສາວຂວັນໃຈມິດຕະພາບນາງ ຕາດໍາ ເຮືອງຄໍາດີ, ນາງສາວຂວັນໃຈມະຫາຊົນ ນາງ ມີນາ ອ່ອນສີພັນລາ, ຂວັນໃຈມິດຕະພາບ ນາງ ເນດນິດາ ພິລາເກດ ຂວັນໃຈຊ່າງພາບ ໄດ້ຮັບລາງວັນຄົນລະ 2 ລ້ານກີບ.

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...