spot_img
Homeຄວາມງາມ5 ວິທີ​ກຳຈັດ​ເຊວລູ​ໄລ​ຢ່າງ​ໄດ້​ຜົນ​

5 ວິທີ​ກຳຈັດ​ເຊວລູ​ໄລ​ຢ່າງ​ໄດ້​ຜົນ​

Published on

1

-ໃຊ້​ເກືອສະ​ປາ​ຂັດ​ຜິວ ເກືອສະ​ປາ​ຫລື​ເກືອ​ຂັດ​ຜິວ​ນັ້ນ​ເຮັດ​ມາ​ຈາກ​ເກືອ​ທະ​ເລ​ຊຶ່ງ​ມີ​ຄຸນສົມບັດ​ໃນ​ການ​ຊ່ວຍໃຫ້​ກ້າມ​ເນື້ອ​ແລະ​ຜິວ​ກະ​ຊັບ​ຂຶ້ນເພາະ​ສະ​ນັ້ນ​ລະຫວ່າງ​ອາບ​ນ້ຳ​ຫາກ​ໝັ່ນ​ນຳ​ເກືອດສະປາ​ມາ​ຂັດ​ຜິວ​ເລື້ອຍໆກໍ​ສາມາດ​ຊ່ວຍ​ໃຫ້​ຜິວ​ທີ່​ເປັນ​ຮອຍ​ແຕ​ກ​ບໍ່​ລຽບ​ນຽນ​ເບິ່ງ​ກະ​ຊັບ​ຂຶ້ນແລະ​ການ​ໃຊ້​ເກືອ​ຂັດ​ຍັງ​ເປັນ​ການ​ນວດ​ຜິວ​ໃຫ້​ເຊນ​ລູ​ໄລ​ແຕກ​ຕົວ​ໄດ້​ງ່າຍ​ອີກ​ດ້ວຍແຕ່​ກໍ​ຢ່າ​ລືມ​ທາ​ໂລ​ຊັ່ນ​ເພື່ອ​ບຳ​ລຸງ​ທຸກ​ເທື່ອ​ຫລັງ​ໃຊ້​ເກືອ​ຂັດ​ນຳ

2

-ດື່ມ​ນ້ຳ​ສະ​ອາດ​ໃຫ້​ຫລາຍໆ ຮ່າງກາຍ​ທີ່​ຂາດ​ນ້ຳ​ຈະ​ບໍ່​ສາມາດ​ຂັບ​ໄຂ​ມັນ​ອອກ​ໄດ້​ຢ່າງ​ເປັນ​ປົກກະຕິ ແລະ​ໄຂ​ມັນ​ພວກ​ນີ້​ເອງ​ທີ່​ຈະ​ສະ​ສົມ​ຢູ່​ໃຕ້​ຜິວ​ໜັງ​ເຮັດໃຫ້​ເກີດ​ລອນ​ຄື້ນ​ບໍ່​ລຽບນຽນ​ເປັນ​ຜິວ​ເປືອກ​ສົ້ມດັ່ງ​ນັ້ນ​ເຈົ້າ​ຈະ​ຕ້ອງ​ດື່ມ​ນ້ຳ​ເປັນ​ປະຈຳ​ທຸກ​ມື້ໃຫ້​ໄດ້​ມື້​ລະ8-10ຈອກ​ຂຶ້ນ​ໄປ​ແລະ​ທີ່​ສຳຄັນ​ຢ່າ​ລືມ​ອອກ​ກຳ​ລັງ​ກາຍ​ນຳທັງ​ນີ້​ກໍ​ເພື່ອ​ບໍ່​ໃຫ້​ເກີດ​ຜິວ​ເປືອກ​ສົ້ມ​ນັ້ນ​ເອງ

3

ລຸດ​ປະລິມານ​ອາຫານ​ທີ່​ມີ​ໄຂ​ມັນ ຫລີກ​ລ້ຽງ​ກາ​ນບໍ​ລິ​ໂພກ​ອາຫານ​ໄຂ​ມັນ​ສູງເຊັ່ນເນື້ອ​ໝູ​ຕິດ​ມັນ,ສາມ​ຊັ້ນ,ໜັງ​ໄກ່,ອາຫານ​ຈືນຫລື​ຂະໜົມ​ຫວານ​ຕ່າງໆເພາະ​ອາຫານ​ທີ່​ອຸດົມ​ດ້ວຍ​ໄຂ​ມັນ​ເຫລົ່າ​ນີ້​ອາດ​ເຮັດໃຫ້​ເກີດ​ການ​ສະ​ສົມ​ຂອງ​ໄຂ​ມັນ​ໄດ້ຈົນ​ກາຍ​ເປັນ​ເຊວ​ລູ​ໄລ​ນັ້ນ​ເອງ

4

-ອອກ​ກຳ​ລັງ​ກາຍ​ທີ່​ຊ່ວຍ​ສ້າງ​ມວນ​ກ້າມ​ເ​ນື້ອ ການ​ອອກ​ກຳ​ລັງ​ກາຍ​ຢ່າ​ງສະມ່ຳ​ສະເໝີ​ນອກ​ຈາກ​ຈະ​ເປັນ​ການ​ຊ່ວຍ​ເຜົາ​ຜານ​ພະລັງ​ງານ​ສ່ວນ​ເກີນແລ້ວຍັງ​ຊ່ວຍ​ເສີມ​ສ້າງ​ມວນ​ກ້າມ​ເນື້ອ​ພາຍ​ໃນ​ຮ່າງກາຍ​ໃຫ້​ເພີ່ມ​ຫລາຍ​ຂຶ້ນ​ໄດ້​ອີກ​ດ້ວຍຊຶ່ງ​ມວນ​ກ້າມ​ເນື້ອ​ນີ້​ເອງ​ທີ່​ຈະ​ເປັນ​ຜູ້​ຊ່ວຍ​ໃນ​ການ​ຂັບ​ໄລ່​ໄຂ​ມັນ​ໃຕ້​ຜິວ​ໜັງ ອັນ​ເປັນ​ສາ​ເຫດ​ຂອງ​ເຊວ​ລູ​ໄລ​ອອກ​ໄປ​ຈາກ​ເຮືອນ​ຮ່າງ​ຂອງ​ເຈົ້າ​

5

-ນວດ​ສະ​ຫລາຍ​ເຊວລູ​ໄລ ການ​ນວດ​ຜິວ​ເປັນ​ອີກ​ວິທີ​ໜຶ່ງ​ທີ່​ຊ່ວຍ​ກະຕຸ້ນ​ການ​ໄຫລ​ວຽນ​ເລືອດ​ໄດ້​ດີ ອີກ​ທັງ​ຍັງ​ຊ່ວຍ​ສະ​ຫລາຍ​ການ​ເກາະ​ຕົວ​ຂອງ​ໄຂ​ມັນ​ໃຕ້​ຜິວ​ອີກ​ດ້ວຍນອກ​ຈາກ​ນີ້​ການ​ນວດ​ຜິວ​ເປັນ​ປະຈຳ​ຍັງ​ເຮັດໃຫ້​ຜິວ​ພັນ​ເປັ່ງ​ປັ່ງ​ມີ​ນ້ຳ​ມີ​ນວນ​ແລະ​ເບິ່ງ​ສົດ​ໃສນຳແຖມ​ຍັງ​ຊ່ວຍ​ກະ​ຊັບ​ຜິວ​ໃຫ້​ເບິ່ງ​ເຕັ່ງ​ຕຶງ​ໄດ້​ດີ ຢ່າງ​ນີ້​ຕ້ອງ​ນວດ​ຜິວ​ເພື່ອ​ສະ​ຫລາຍ​ເຊວ​ລູ​ໄລ​ກັນ​ເລື້ອຍໆຫລື​ໃຜ​ທີ່​ມີ​ຜິວ​ລຽບ​ນຽນ​ປາສະຈາກ​ເຊວ​ລູ​ໄລຢູ່​ແລ້ວກໍ​ສາມາດ​ນວດ​ຜິວ​ເພື່ອ​ກະ​ຊັບ​ຜິວ​ໄດ້​ຄືກັນ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...